ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການສືບສວນ ກ່ຽວກັບ ຣັດເຊຍ ອາດກາຍເປັນ ບັນຫາ ໃນການເລືອກຕັ້ງ ປີນີ້

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ເຂົ້າຮ່ວມ ງານປະກາດ ມະຫາວິທະຍາໄລຂອງຊາວຜິວດຳ ທີ່ມີມາ ໃນປະຫວັດສາດ ແລະໂຄງການລິເລີ້ມ ມະຫາວິທະຍາໄລ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 27 ກຸມພາ 2018.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ເຂົ້າຮ່ວມ ງານປະກາດ ມະຫາວິທະຍາໄລຂອງຊາວຜິວດຳ ທີ່ມີມາ ໃນປະຫວັດສາດ ແລະໂຄງການລິເລີ້ມ ມະຫາວິທະຍາໄລ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 27 ກຸມພາ 2018.

ເມື່ອສອງສາມສັບປະດາ ຜ່ານມານີ້ ການສືບສວນ ກ່ຽວກັບຄວາມເປັນໄປໄດ້ ທີ່ວ່າ ມີ
ການສົມຮູ້ຮ່ວມຄິດ ລະຫວ່າງ ຄະນະໂຄສະນາຫາສຽງຂອງປະທານາ ທິບໍດີ ດໍໂນລ
ທຣຳ ແລະ ຣັດເຊຍ ແມ່ນໄດ້ເພີ້ມທະວີຂຶ້ນ ເຊິ່ງໄດ້ກໍ່ໃຫ້ເກີດຄວາມຄາດຫວັງ ວ່າ ການ
ສືບສວນ ອາດຈະກາຍເປັນເລື່ອງທີ່ຈະນຳມາເວົ້າກັນ ໃນການເລືອກຕັ້ງສະມາຊິກສະພາ
ກາງສະໄໝ ໃນເດືອນພະຈິກ ຈະມາເຖິງນີ້.

ອະດີດຜູ້ຈັດການຄະນະໂຄສະນາຫາສຽງຂອງທ່ານທຣຳທ່ານພອລ ມານາຟອດ ໄດ້
ອອກມາປາກົດໂຕອີກເທື່ອນຶ່ງ ຢູ່ທີ່ສານລັດຖະບານກາງ ໃນນະຄອນຫຼວງວໍຊິງຕັນ
ເມື່ອວັນພຸດວານນີ້ ບ່ອນທີ່ທ່ານ ບໍ່ຍອມຮັບຜິດ ຕໍ່ຂໍ້ກ່າວຫາຮອບຫຼ້າສຸດ ເຊິ່ງໄດ້ຖືກນຳ
ຂຶ້ນມາໂດຍໄອຍະການພິເສດ ທ່ານໂຣເບີດ ມັລເລີ.

ເມື່ອສັບປະດາແລ້ວນີ້ ທ່ານຣິກ ເກດສ໌ ອະດີດຮອງຜູ້ຈັດການ ຂອງທ່ານມານາຟອດ
ໄດ້ຍອມຮັບຜິດ ຕໍ່ການໃຫ້ຄຳເທັດຕໍ່ເຈົ້າໜ້າທີ່ໄອຍະການ ແລະ ໃນເວລານີ້ ກຳລັງໃຫ້
ການຮ່ວມມື ກັບການສືບສວນສອບສວນຢູ່.

Russia Probe Intensifies as Trump Complains About 'Witch Hunt'
please wait

No media source currently available

0:00 0:02:34 0:00

ໃນກາງເດືອນກຸມພາຜ່ານມາ ມີຊາວຣັດເຊຍ 13 ຄົນ ໄດ້ຖືກກ່າວຫາວ່າ ມີການກ່ຽວ
ຂ້ອງ ກັບການແຊກແຊງເຂົ້າໃນການເລືອກຕັ້ງ ເຊິ່ງຮອງລັດຖະມົນຕີ ກະຊວງຍຸຕິທຳ
ທ່ານຣອດ ໂຣເຊນສໄຕນ໌ ໄດ້ອະທິບາຍວ່າ ມີຄວາມພະຍາ ຍາມທີ່ຈະ “ສົ່ງເສີມໃຫ້
ເກີດ
ຄວາມບາດໝາງກັນຢູ່ໃນສະຫະລັດ ແລະ ບ່ອນທຳລາຍຄວາມໝັ້ນໃຈຂອງ
ມະຫາຊົນ ໃນລະບອບປະຊາທິປະໄຕ. ພວກເຮົາຕ້ອງບໍ່ອະນຸຍາດໃຫ້ພວກເຂົາເຈົ້າ
ປະສົບຜົນສຳເລັດ.”

ການສືບສວນໃນເລື່ອງນີ້ ຂອງລັດຖະສະພາຍັງສືບຕໍ່ໄປ. ທ່ານນາງໂຮບ ຮິກສ ຜູ້ອຳ
ນວຍການສື່ສານຂອງທຳນຽບຂາວ ແລະເປັນຜູ້ຊ່ວຍທ່ານທຣຳ ມາໄດ້ດົນນານ ໄດ້
ເປັນບຸກຄົນສຳຄັນຫຼ້າສຸດ ທີ່ໄດ້ໄປໃຫ້ປາກຄຳຕໍ່ໜ້າ ຄະນະກຳມະການຂອງສະພາ
ກ່ຽວກັບເລື່ອງການສືບສວນຣັດເຊຍ.

ທ່ານນາງໂຮບ ຮິກສ໌ ຜູ້ອຳນວຍການດ້ານສື່ສານ ທັງເປັນທີ່ປຶກສາ ແລະຜູ້ຊ່ວຍທີ່ໃກ້ຊິດທີ່ສຸດ ຂອງ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ກຳລັງໄປຮ່ວມກອງປະຊຸມປິດລັບ ກັບຄະນະ ກຳມະການສືບລັບ ຂອງສະພາຕ່ຳ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 27 ກຸມພາ 2018.

ທ່ານນາງຮິກສ໌ ໄດ້ປະຕິເສດທີ່ຈະຕອບບາງຄຳຖາມ ຕໍ່ໜ້າຄະນະກຳມະການສືບລັບ
ຂອງສະພາຕ່ຳ ໃນກອງປະຊຸມປິດລັບ ເຊິ່ງໄດ້ເຮັດໃຫ້ສະມາຊິກສະພາສັງກັດພັກ
ເດໂມແຄຣັດ ຈຳນວນນຶ່ງ ເກີດຄວາມບໍ່ພໍໃຈ.

ທ່ານອາດຳ ຊີຟ ສະມາຊິກສະພາຕ່ຳ ສັງກັດພັກເດໂມແຄຣັດ ຜູ້ທີ່ຢູ່ໃນຄະນະກຳມະການ
ໄດ້ກ່າວວ່າ “ນີ້ບໍ່ແມ່ນສິດທິຂອງຝ່າຍບໍລິຫານ. ນີ້ແມ່ນການຫຼີກລ່ຽງ ບໍ່ຕອບຄຳຖາມ ຝ່າຍບໍລິຫານ.”

ປະທານາທິບໍດີ ດໍໂນລ ທຣຳ ໂບກມື ຫຼັງຈາກການກ່າວຖະແຫລງ ຕໍ່ແຂກເຂົ້າຮ່ວມ ກອງປະຊຸມ Conservative Political Action Conference (CPAC), ຢູ່ທີ່ National Harbor, ໃນລັດ ແມຣີແລນ, ວັນທີ 23 ກຸມພາ 2018.
ປະທານາທິບໍດີ ດໍໂນລ ທຣຳ ໂບກມື ຫຼັງຈາກການກ່າວຖະແຫລງ ຕໍ່ແຂກເຂົ້າຮ່ວມ ກອງປະຊຸມ Conservative Political Action Conference (CPAC), ຢູ່ທີ່ National Harbor, ໃນລັດ ແມຣີແລນ, ວັນທີ 23 ກຸມພາ 2018.

​ແຕ່ໄດ້ມີການຕອບໂຕ້ຄືນມາ ຈາກທຳນຽບຂາວ ໃນສັບປະດານີ້. ປະທານາທິບໍ ດີ ທຣຳ
ໄດ້ຂຽນຂໍ້ຄວາມລົງທວີດເຕີເປັນລຳດັບມາ ໂດຍບໍ່ໃຫ້ຄວາມສຳຄັນນຳ ການສືບສວນ
ແລະກ່າວວ່າ ເປັນການ “ຊອກຫາເລື່ອງຈັບຜິດ ຫຼື WITCH HUNT.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG