ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສອງພັກການເມືອງ ສຫລ ກ່າວຫາກັນວ່າ ບິດເບືອນການສືບສວນ ການແຊກແຊງ ຂອງຣັດເຊຍເຂົ້າໃນ ການເລືອກຕັ້ງ ປີ 2016


ທ່ານ​ນາງ ດາຍແອນ ຟາຍ​ສະ​ໄຕນ໌ (Dianne Feinstein) ສະມາຊິກ​ສະພາ​ສູງສັງກັດ​ພັກເດ​ໂມ​ແຄຣັດ ຈາກ​ລັດ​ຄາ​ລິ​ຟໍ​ເນຍ ທີ່ເປັນສະມາຊິກທີ່ມີຕໍາແໜ່ງສູງໃນ ຄະນະກໍາມະການດ້ານຕຸລາການ ປະຈໍາສະພາສູງ ກໍາລັງຕອບຄໍາຖາມຂອງນັກຂ່າວໃນຂະນະທີ່ທ່ານນາງ ຍ່າງໄປຫາສະພາສູງ ເພື່ອລົງຄະແນນສຽງ ໃນຫ້ອງການລັດຖະສະພາ ໃນນະຄອນຫລວງວໍຊິງຕັນ ໃນວັນທີ 11 ມັງກອນ ປີ 2018.
ທ່ານ​ນາງ ດາຍແອນ ຟາຍ​ສະ​ໄຕນ໌ (Dianne Feinstein) ສະມາຊິກ​ສະພາ​ສູງສັງກັດ​ພັກເດ​ໂມ​ແຄຣັດ ຈາກ​ລັດ​ຄາ​ລິ​ຟໍ​ເນຍ ທີ່ເປັນສະມາຊິກທີ່ມີຕໍາແໜ່ງສູງໃນ ຄະນະກໍາມະການດ້ານຕຸລາການ ປະຈໍາສະພາສູງ ກໍາລັງຕອບຄໍາຖາມຂອງນັກຂ່າວໃນຂະນະທີ່ທ່ານນາງ ຍ່າງໄປຫາສະພາສູງ ເພື່ອລົງຄະແນນສຽງ ໃນຫ້ອງການລັດຖະສະພາ ໃນນະຄອນຫລວງວໍຊິງຕັນ ໃນວັນທີ 11 ມັງກອນ ປີ 2018.

ການ​ຖິ້ມໂທດໃສ່​ກັນ ​ແລະ​ຄວາມ​ດຸ​ເດືອດ​ຢູ່​ໃນ​ຂົງ​ເຂດ​ການ​ສືບສວນ ກ່ຽວກັບການ​ແຊກ
​ແຊງ​ຂອງຣັດ​ເຊຍ ​ເຂົ້າ​ໃນ​ການເລືອກ​ຕັ້ງຂອງ​ສະຫະລັດ ​ປີ 2016 ​ໄດ້ເພີ້ມຄວາມ​ຮ້າຍ
​ແຮງ​ຂຶ້ນ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໂດຍ​ທີ່​ພະນັກງານ ​ໃນທໍານຽບຂາວ ​ຂອງທ່ານ​ທຣໍາ ​ແລະ
ສະມາຊິກ​ລັດຖະສະພາ​ຈາກ​ພັກ​ເດ​ໂມ​ແຄຣັດ ຕ່າງ​ກໍ​ກ່າວ​ຫາ​ກັນ​ວ່າ ຫາ​ທາງ​ທໍາລາຍ
​ແລະ​ບິດ​ເບືອນ​ການ​ສືບສວນ​ຕ່າງໆທີ່​ຮຽກຮ້ອງ​ໃຫ້ທັງ​ສອງ​ພັກ​ຮັບ​ເອົາ​ຮ່ວມ​ກັນ ​ເພື່ອ​ຈະ
​ເຮັດ​ໃຫ້​ເກີດ​ຜົນ​ສໍາ​ເລັດໄດ້ນັ້ນ.

ທ່ານ​ນາງ ຊາຣາ ຮັກ​ຄາ​ບີ ​ແຊນ​ເດີສ໌ (Sarah Huckabee Sanders) ​ເວົ້າຢູ່​ກອງ​ປະ
ຊຸມ​ຖະແຫຼງ​ຂ່າວ​ວ່າ "ມີ​ຄົນ​ໃຫ້ຄໍາ​ເຫັນ​ຕ່າງໆນາໆ ກ່ຽວກັບ​ການ​ຂັດຂວາງ​ຕໍ່ຂະ​ບວນ
ການຍຸຕິ​ທໍາ ​ແລະ​ເວົ້າກົງໆ ກໍ​ແມ່ນ​ວ່າ ຜູ້​ທີ່​ພະຍາຍາມ​ສ້າງ​ອິດ​ທິພົນ​ຕໍ່ການສືບສວນ​ກໍ​ມີ​ແຕ່ພວກດຽວນັ້ນກໍ​ຄື ອະດີດ​ຫົວໜ້າອົງການ [​ເອັຟບີໄອ (FBI)] ທ່ານ [​ເຈມສ໌ (James)]
ໂຄ​ມີ (Comey) ​ແລະ​ພວກ​ສັງກັດ​ພັກ​ເດ​ໂມ​ແຄຣັດ ຢູ່​ໃນ​ລັດຖະສະພາ ​ແລະ​ໃນ​ນັ້ນກໍ​
ອາດລວມ​ມີສະມາຊິກ​ສະພາ​ສູງ ຟາຍ​ສະ​ໄຕນ໌ (Feinstein) ຢູ່ນໍາ​ດ້ວຍ".

ທ່ານ​ນາງ ດາຍແອນ ຟາຍ​ສະ​ໄຕນ໌ (Dianne Feinstein) ສະມາຊິກ​ສະພາ​ສູງສັງກັດ
​ພັກເດ​ໂມ​ແຄຣັດ ຈາກ​ລັດ​ຄາ​ລິ​ຟໍ​ເນຍ ​ໄດ້​ກໍ່ໃຫ້ເກີດສະພາບ​ສັບສົນ​ວຸ້ນວາຍ​ຂຶ້ນໃນຕົ້ນ
ອາທິດນີ້ ​ໂດຍ​ການເປີດເຜີຍບັນທຶກ ​ຂອງການ​ສົນທະນາ​ສ່ວນ​ຕົວ​ລະ​ຫວ່າງ ພວກ​ນັກ
​ສືບສວນໃນ​ລັດຖະສະພາ ​ແລະ​ນັກຄົ້ນຄວ້າ​ດ້ານ​ການ​ເມືອງ ທີ່​ຕາງໜ້າ​ໃຫ້​ພວກ​ສັງກັດ
​ພັກ​ເດ​ໂມແຄຣັດ ​ຈ້າງ​ນັກ​ສືບ​ອັງກິດ​ໃນ​ປີ 2016 ໃຫ້​ບັນທຶກ​ທຸກການ​ພົວພັນລະຫວ່າງ
ຣັດ​ເຊຍ ​ແລະຄະນະ​ໂຄສະນາ​ຫາ​ສຽງຂອງ​ທ່ານ​ທຣໍາ.

ຢູ່​ໃນ​ບັນທຶກ​ນັ້ນ, ທ່ານ​ເກ​ລນ ຊິ​ມຊັນ (Glen Simpson) ຜູ້​ສ້າງຕັ້ງອົງການຟູ​ຊີ​ອັນ
ຈີພີ​ເອັສ (Fusion GPS) ​ເວົ້າວ່າ ທ່ານ​ຄຣິສຕົບ​ເຟີ ສະຕີ​ລ (Christopher Steele)
​ໄດ້​ເປີດ​ເຜີຍ​ຫລັກ​ຖານ​ຂອງ​ການ​ຮ່ວມ​ມື​ກັນ​ ລະຫວ່າງ​ເຄຣັມລິນ ​ແລະ​ທີ​ມງານຂອງ​
ທ່ານທຣໍາທີ່ “ໜ້າຕົກ​ໃຈ” ​ແລະ ໄດ້ບອກ​ໃຫ້ພວກ​ເອັຟບີ​ໄອ (FBI) ຊາບກ່ຽວກັບ​ສິ່ງ​ທີ່​
ທ່ານ​ໄດ້ພົບ​ເຫັນນັ້ນ.

ສ່ວນທ່ານ​ທຣໍາ ​ໄດ້​ສັ່ງ​ຊາບັນຫາ​ດັ່ງກ່າວ​ໂດຍ​ການ​ຂຽນຂໍ້ຄວາມ​ຢູ່​ໃນ​ທວີ​ດ​ເທີ ທີ່ໂຈມ​ຕີ
ທ່ານ​ນາງ "ດາຍແອນ ຟາຍ​ສະ​ໄຕນ໌ (Dianne Feinstein) ​ຄົນເຮັດ​ລັບໆລໍ້ໆ" ຢ່າງ​ແຮງ
ຕໍ່ການ​ເປີດ​ເຜີຍ​ບັນທຶກ​ດັ່ງກ່າວ​ວ່າ ​ການ​ເຮັດ "​ຢ່າງບໍ່ຖືກຕ້ອງ ​ແລະ​ອາດ​ຜິດ​ກົດໝາຍ​
ແບບນັ້ນ ​ແມ່ນ​ບໍ່​ໄດ້​ຮັບ​ອະນຸຍາດ​ໃດໆ​ທັງໝົດ" ຊຶ່ງ​ເປັນ​ການ​ກະທໍາ ​ທີ່​ທ່ານ​ເອີ້ນວ່າ
"ອັບປະໂຫຍ​ດ."

ທ່ານ​ປະທານາທິບໍດີ​ຍັງ​ເອີ້ນການ​ສືບສວນ​ກ່ຽວກັບຣັດ​ເຊຍ​ວ່າ ​ເປັນ​"ການຊອກຫາຈັບ
ຜິດ ທີ່ໃຫຍ່ທີ່ສຸດ ໃນປະຫວັດສາດຂອງອາເມຣິກາ
" ​ແລະ​ຂໍ​ໃຫ້ພວກ​ສັງກັດ​ພັກຣີພັບ
​ບລິ​ກັນໃນ​ລັດຖະສະພາ​ໃຫ້ "ທໍາ​ການ​ຄວບ​ຄຸມ" ການ​ສື​ບສວນດັ່ງກ່າວ “​ໃນ​ທີ່​ສຸດ”.

ສ່ວນ​ທາງ​ພວກ​ສັງກັດ​ພັກເດ​ໂມ​ແຄຣັດກໍ​ໄດ້​ກົດດັນ​ຄືນ ​ໂດຍ​ໄດ້​ປົກ​ປ້ອງ​ທ່ານ​ນາງຟາຍ
​ສະ​ໄຕນ໌ ​ແລະ​ເວົ້າວ່າທ່ານ​ນາງ​ໄດ້​ຖືກ​ບັງຄັບ​ໃຫ້​ກະທໍາເຊັ່ນນັ້ນກໍ​ເພາະວ່າ ​ເພື່ອ​ຕອບ
​ໂຕ້​ກັບ​ການໃຊ້​ຄວາມ​ພະຍາຍາມ​ເພີ້ມຂຶ້ນ​ຂອງ​ພັກຣີພັບ​ບລິ​ກັນ ທີ່​ຈະຂັດຂວາງ​ແລະ
ລວບລັດຕັດ​ຕອນ​ການ​ສືບສວນ​ເລື່ອງຣັດ​ເຊຍ ​ຢູ່ທີ່​ລັດຖະສະພາໃຫ້ ​ສັ້ນລົງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG