ສະພາຕ່ຳສະຫະລັດໄດ້ລົງຄະແນນສຽງໃນວັນອັງຄານວານນີ້ ເພື່ອອະນຸຍາດໃຫ້ຟ້ອງ
ຮ້ອງ ລັດຖະມົນຕີກະຊວງຍຸຕິທຳ ທ່ານວິລລຽມ ບາ ແລະອະດີດທີ່ປຶກສາທາງດ້ານກົດ
ໝາຍຂອງທຳນຽບຂາວ ທ່ານດອນ ແມັກແກນ ໃນການປະຕິເສດ ບໍ່ໃຫ້ການຮ່ວມມືກັບ
ລັດຖະສະພາ ທີ່ໄດ້ອອກໝາຍເກາະ ຮຽກຕົວພວກເຂົາເຈົ້າ ທີ່ພົວພັນໃນການສືບສວນ
ກ່ຽວກັບການແຊກແຊງຂອງຣັດເຊຍຢູ່ໃນການເລືອກຕັ້ງ.
ບັນດາສະມາຊິກສະພາຕ້ອງການຢາກໄດ້ລາຍງານຂອງໄອຍະການພິເສດ ທ່ານໂຣ
ເບີດ ມັລເລີ ໃນການສືບສວນກ່ຽວກັບວ່າ ປະທານາທິບໍດີ ດໍໂນລ ທຣຳ ຂັດຂວາງຂະ
ບວນການຍຸຕິທຳໂດຍພະຍາຍາມບໍ່ໃຫ້ການຮ່ວມມືໃນການສືບສວນ ແລະທ່ານແມັກ
ແກນໃຫ້ການກ່ຽວກັບວ່າ ມີຫຍັງເກີດຂຶ້ນຢູ່ໃນທຳນຽບຂາວ.
ການອະນຸຍາດໃຫ້ຟ້ອງຮ້ອງດັ່ງກ່າວ ຈະເຮັດໃຫ້ບັນດາຜູ້ນຳ ຢູ່ໃນສະພາຕ່ຳທີ່ກຳສຽງ
ສ່ວນຫຼາຍ ໂດຍພັກເດໂມແຄຣັດ ດຳເນີນການຕໍ່ໄປ ກ່ຽວກັບການເອົາ ບາດກ້າວ ຖ້າ
ຫາກເຂົາເຈົ້າເລືອກ ທີ່ຈະເຮັດໃນໄລຍະຕໍ່ໄປ.
ທ່ານແມັກແກນ ໄດ້ເປັນພິຍານທີ່ສຳຄັນ ໃຫ້ທ່ານມັລເລີ ແຕ່ໄດ້ປະຕິເສດທີ່ຈະໃຫ້ການ
ຕໍ່ໜ້າຄະນະກຳມະການລັດຖະສະພາເພື່ອປະຕິບັດຕາມຄວາມປາດຖະໜາຂອງທຳ
ນຽບຂາວ. ທີມຂອງທ່ານມັລເລີ ໄດ້ສຳພາດທ່ານແມັກແກນເປັນເວລາ 30 ຊົ່ວໂມງ
ພ້ອມດ້ວຍທະນາຍຄວາມບອກໃຫ້ບັນດາໄອຍະການວ່າ ທ່ານ ທຣຳ ໄດ້ກົດດັນທ່ານ
ທີ່ພະຍາຍາມປົດທ່ານມັລເລີ ອອກຈາກການນຳພາໃນ ການສືບສວນ ຊຶ່ງເປັນຄຳສັ່ງ
ທີ່ທ່ານບໍ່ໄດ້ປະຕິບັດ.
ໃນວັນຈັນທີ່ຜ່ານມາ ສະພາຕ່ຳໄດ້ບັນລຸຂໍ້ຕົກລົງກັບກະຊວງຍຸຕິທຳ ທີ່ຈະມອບ ເອກ
ກະສານສຳຄັນທີ່ເກັບກຳໄວ້ຈາກການສືບສວນຂອງທ່ານມັລເລີ ໃຫ້ແກ່ສະພາ.
ສະມາຊິກສະພາຕ່ຳ ທ່ານເຈີໂຣລ ແນດເລີ ປະທານຄະນະກຳມະການຍຸຕິທຳຂອງສະ
ພາຕ່ຳ ກ່າວວ່າ ກະຊວງຍຸຕິທຳ ຈະເປີດບັນທຶກສ່ວນໃຫຍ່ ຂອງທ່ານມັລເລີແກ່ພວກ
ເຮົາໃຫ້ຫລັກຖານທີ່ສຳຄັນແກ່ພວກເຮົາ ທີ່ໄອຍະການພິເສດໄດ້ໃຊ້ເພື່ອຊັ່ງຊາວ່າ “ທ່ານ
ທຣຳແລະຄົນອື່ນໆ” ຂັດຂວາງຂະບວນການຍຸຕິທຳ ຫຼືໄດ້ພົວພັນຢູ່ໃນການປະພຶດທີ່ບໍ່
ຖືກຕ້ອງອື່ນໆ.
ທ່ານແນັດເລີ ກ່າວວ່າ ບັນດາສະມາຊິກທັງໝົດຂອງຄະນະກຳມະການຍຸຕິທຳ ເດໂມ
ແຄຣັດ ແລະຣີພັບບລິກັນເຊັ່ນກັນ ຈະສາມາດເຫັນບັນດາເອກກະສານ ເຫລົ່ານີ້ ຊຶ່ງ
ທ່ານກ່າວວ່າ “ຈະອະນຸຍາດໃຫ້ພວກເຮົາ ປະຕິບັດບັດໜ້າທີ່ຕາມລັດຖະທຳມະນູນ
ຂອງພວກເຮົາ ແລະຕັດສິນວ່າ ຈະຕອບຕໍ່ການກ່າວຫາທີ່ໄດ້ວາງອອກຕໍ່ປະທານາທິ
ບໍດີແບບໃດ” ໂດຍທ່ານມັລເລີ.