ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາຕ່ຳ ສຫລ ຈະລົງຄະແນນສຽງ ເພື່ອອະນຸຍາດ ໃຫ້ຟ້ອງ ກ່ຽວກັບ ການກວດສອບ ຂອງ ທ. ມັລເລີ


ອະດີດທີ່ປຶກສາຂອງທຳນຽບຂາວ ທ່ານດອນ ເມັກແກນ ເດີນທາງມາເຖິງ ພິທີອຳລາ ຂອງຮອງລັດຖະມົນຕີວ່າການ ກະຊວງຍຸຕິທຳ ທ່ານຣອດ ໂຣເຊັນສະໄຕນ໌ ໃນຫໍປະຊຸມໃຫຍ່ ຢູ່ທີ່ກະຊວງຍຸຕິທຳໃນນະຄອນຫຼວງວໍຊິງຕັນ, ວັນພະຫັດ ທີ 9 ພຶດສະພາ 2019.
ອະດີດທີ່ປຶກສາຂອງທຳນຽບຂາວ ທ່ານດອນ ເມັກແກນ ເດີນທາງມາເຖິງ ພິທີອຳລາ ຂອງຮອງລັດຖະມົນຕີວ່າການ ກະຊວງຍຸຕິທຳ ທ່ານຣອດ ໂຣເຊັນສະໄຕນ໌ ໃນຫໍປະຊຸມໃຫຍ່ ຢູ່ທີ່ກະຊວງຍຸຕິທຳໃນນະຄອນຫຼວງວໍຊິງຕັນ, ວັນພະຫັດ ທີ 9 ພຶດສະພາ 2019.

ບັນດາສະມາຊິກສະພາຕ່ຳ ມີກຳນົດຈະລົງຄະແນນສຽງ ໃນວັນອັງຄານມື້ນີ້ ກ່ຽວກັບ
ມາດຕະການ ເພື່ອອະນຸຍາດໃຫ້ກ່າວຟ້ອງຕໍ່ທ່ານວີລລຽມ ບາ ລັດຖະມົນຕີວ່າການ
ກະຊວງຍຸຕິທຳ ແລະອະດີດທີ່ປຶກສາທຳນຽບຂາວ ທ່ານ ດອນ ເມັກແກນ ຍ້ອນການ
ປະຕິເສດ ທີ່ຈະໃຫ້ການຮ່ວມໄມ້ຮ່ວມມື ຕໍ່ໝາຍຮຽກຂອງລັດຖະສະພາ ທີ່ກ່ຽວພັນກັບ
ການສືບສວນສອບສວນ ເລື້ອງການ ແຊກແຊງຂອງຣັດເຊຍໃນການເລືອກຕັ້ງ
ສະຫະລັດ.

ບັນດາສະມາຊິກສະພາ ຢາກຈະເຂົ້າເຖິງເອກກະສານທັງຫຼາຍ ຈາກລາຍງານ ຂອງ
ໄອຍະການພິເສດທ່ານໂຣເບີດ ມັລເລີ ກ່ຽວກັບການກວດສອບຂອງທ່ານ ໃນເລື້ອງ
ທີ່ວ່າ ປະທານາທິບໍດີດໍໂນລ ທຣຳ ໄດ້ກີດຂວາງຂະບວນການຍຸຕິທຳ ດ້ວຍການພະຍາ
ຍາມ ທີ່ຈະເຮັດໃຫ້ການສືບສວນສອບສວນລົ້ມເລີກ ຫຼືບໍ່ ແລະສຳລັບທ່ານເມັກແກນນັ້ນ
ຢາກຈະໃຫ້ມາ ໃຫ້ການກ່ຽວກັບສິ່ງທີ່ເກີດຂຶ້ນ ຢູ່ພາຍໃນທຳນຽບຂາວ.

ການອະນຸຍາດໃຫ້ຟ້ອງຮ້ອງ ຈະອຳນວຍໃຫ້ບັນດາຜູ້ນຳ ໃນສະພາຕ່ຳທີ່ນຳພາ ໂດຍ
ພັກເດໂມແຄຣັດ ເດີນໜ້າຕໍ່ໄປໄດ້ ກັບມາດຕະການດັ່ງກ່າວເຫຼົ່ານັ້ນ ຖ້າຫາກພວກ
ເພິ່ນເລືອກທີ່ຈະເຮັດເຊັ່ນນັ້ນ ຕາມທີຫຼັງ.

ສະມາຊິກສະພາຕ່ຳ ທ່ານເຈີຣອລດ໌ ເນດເລີ ຈາກລັດນິວຢອກ ປະທານຄະນະກຳມະການຕຸລາການ ຂອງ ສະພາຕ່ຳ, ກ່າວໃນກອງປະຊຸມຖະແຫລງຂ່າວ, ໃນນະຄອນນິວຢອກ, ວັນທີ 29 ພຶດສະພາ 2019.
ສະມາຊິກສະພາຕ່ຳ ທ່ານເຈີຣອລດ໌ ເນດເລີ ຈາກລັດນິວຢອກ ປະທານຄະນະກຳມະການຕຸລາການ ຂອງ ສະພາຕ່ຳ, ກ່າວໃນກອງປະຊຸມຖະແຫລງຂ່າວ, ໃນນະຄອນນິວຢອກ, ວັນທີ 29 ພຶດສະພາ 2019.

​ທ່ານເມັກແກເປັນພະຍານທີ່ສຳຄັນສຳລັບທ່ານມັລເລີ ແຕ່ໄດ້ປະຕິເສດທີ່ຈະໃຫ້ການ
ຕໍ່ໜ້າຄະນະກຳມະການລັດຖະສະພາ ຊຶ່ງເປັນການປະຕິບັດຕາມຄວາມ ຕ້ອງການຂອງ
ທຳນຽບຂາວ. ທີມງານຂອງທ່ານມັລເລີ ໄດ້ສຳພາດທ່ານເມັກ ແກນ ເປັນເວລາ 30 ຊົ່ວ
ໂມງ ໂດຍທີ່ທ່ານທະນາຍຄວາມຄົນນີ້ ໄດ້ກ່າວຕໍ່ ບັນດາໄອຍະການວ່າ ທ່ານທຣຳ ໄດ້
ກົດດັນທ່ານໃຫ້ພະຍາຍາມປົດທ່ານມັລເລີ ອອກຈາກການຮັບຜິດຊອບ ໃນການສືບ
ສວນສອບສວນ ຊຶ່ງເປັນການຮຽກຮ້ອງທີ່ ທ່ານບໍ່ຫົວຊານຳ.

ໃນວັນຈັນວານນີ້ ສະພາຕ່ຳໄດ້ບັນລຸການຕົກລົງ ເພື່ອໃຫ້ກະຊວງຍຸຕິທຳ ມອບເອກກະ
ສານສຳຄັນຕ່າງໆ ທີ່ເກັບກຳມາຈາກການສືບສວນສອບສວນຂອງທ່ານ ມັລເລີ.

ສະມາຊິກສະພາຕ່ຳ ທ່ານເຈີຣອລດ໌ ເນດເລີ ປະທານຄະນະກຳມະການຕຸລາການ ຂອງ
ສະພາຕ່ຳ ທ່ານໄດ້ກ່າວວ່າ ກະຊວງຍຸຕິທຳ ຈະເບີດການສືບສວນ ຂອງທ່ານມັລເລີ “ສຳ
ນວນທີ່ສຳຄັນໆ ໃຫ້ແກ່ພວກເຮົາ ໂດຍການສະໜອງໃຫ້ ພວກເຮົາຫຼັກຖານສຳຄັນ ທີ່ວ່າ ໄອຍະການພິເສດ ນຳໃຊ້ໃນການປະເມີນຜົນ ວ່າ”
ທ່ານທຣ ແລະພວກຄົນອື່ນໆ “ໄດ້ກີດ
ຂວາງຂະບວນການຍຸຕິທຳ ຫຼືໄດ້ ພົວພັນໃນການກະທຳຄວາມຜິດອື່ນໆ”
ຫຼືບໍ່ນັ້ນ.

ທ່ານເນດເລີ ໄດ້ກ່າວອີກວ່າ ບັນດາສະມາຊິກທັງໝົດຂອງຄະນະກຳມະການຕຸລາການ
ທັງສະມາຊິກພັກເດໂມແຄຣັດ ແລະພັກຣີພັບບລີກັນເຊັ່ນກັນ ກໍຈະ ສາມາດເບິ່ງເອກກະ
ສານທັງຫຼາຍໄດ້ ຊຶ່ງທ່ານໄດ້ເວົ້າວ່າ “ຈະອຳນວຍໃຫ້ ພວກເຮົາປະຕິບັດໜ້າທີ່ຕ່າງໆ
ຕາມລັດຖະທຳມະນູນໄດ້ ແລະ ຈະຕັດສິນໃຈ ເອົາມາດຕະການແນວໃດ ກ່ຽວກັບ
ຂໍ້ກ່າວຫາທີ່ໄດ້ລະບຸໄວ້ ຕໍ່ທ່ານປະທານາທິບໍດີ”
ໂດຍທ່ານມັລເລີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG