ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຣັດເຊຍ ສະເໜີປະຕິຮູບ ດ້ານການເມືອງ


ປະທານາທິບໍດີຣັດເຊຍ ກ່າວຄຳປາໄສ ລາຍງານກ່ຽວກັບສະພາບ ຂອງປະເທດຊາດ ທີ່ວັງເຄຣັມລິນ (22 ທັນວາ 2011)
ປະທານາທິບໍດີຣັດເຊຍ ກ່າວຄຳປາໄສ ລາຍງານກ່ຽວກັບສະພາບ ຂອງປະເທດຊາດ ທີ່ວັງເຄຣັມລິນ (22 ທັນວາ 2011)

ໃນວັນ​ພະຫັດ​ມື້​ນີ້ປະທານາທິບໍດີຣັດ​ເຊຍ ທ່ານ Dmitry Medvedev ​ໄດ້​ສະ​ເໜີ​ການ​ປະ
ຕິ​ຮູບທາງ​ການ​ເມືອງ​ຮອບໃໝ່​ຫລັງ​ຈາກໄດ້​ມີການ​ປະ​ທ້ວງ​ຫລາຍ​ໆ​ຄັ້ງ​ໂດຍ​ພວກ​ເດີນ​ຂະ
ບວນ​ຫລາຍ​ພັນ​ຄົນກ່ຽວ​ການ​ເລືອກ​ຕັ້ງທີ່​ຖືກ​ກ່າວ​ຫາ​ວ່າມີ​ການ​ສໍ້​ໂກງຄະ​ແນນ​ສຽງ​ນັ້ນ.

ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ ລາຍ​ງານ​ກ່ຽວ​ກັບ​ສະພາ​ບຂອງ​ປະ​ເທດ​ຊາດ​ ທີ່​ກຸງ​ມົສກູ
ທ່ານ Medvedev ກ່າວ​ວ່າຣັດ​ເຊຍ​ຈຳ​ເປັນ​ຕ້ອງ​ມີ​ປະຊາທິປະ​ໄຕທີ່​ອະນຸຍາດ​ໃຫ້​ປະຊາຊົນ
ແຕ່​ລະຄົນ​ປະກອບສ່ວນ​ເຂົ້າ​ໃນ​ຂັ້ນຕອນ​ທາງ​ການ​ເມືອງ​ໄດ້ ແຕ່​ປາສະຈາກການ​ແຊກ​ແຊງ
ຂອງ​ພາຍ​ນອກ.

ນອກ​ນີ້​ແລ້ວທ່ານ Medvedev ຍັງ​ໄດ້​ສະ​ເໜີ​ຜ່ອນ​ຜັນ​ລະບຽຕ່າງໆ​ກ່ຽວກັບ​ການ​ລົງທະ
ບຽນ​ພັກ​ການ​ເມືອງ​ ຊຶ່ງ​ທ່ານ​ກ່າວ​ວ່າ ທ່ານ​ສະໜັບສະ​ໜຸນ​ຄໍາສະ​ເໜີຂໍ້ນຶ່ງ ທີ່​ພວມໄດ້ຮັບ
ການ​ພິຈາລະ​ນາ ​ໂດຍ​ນາຍົກ​ລັດຖະມົນຕີ Vladimir Putin ທີ່​ຈະອະນຸຍາດ​ໃຫ້ ມີ​ການ
ເລືອກໂດ​ຍກົງເອົາ​ຜູ້​ປົກຄອງ​ລັດ ຖ້າ​ຫາກພວກ​ຖືກ​ສະ​ເໜີ​ຊື່ໄດ້​ຮັບ​ການອະນຸມັດ​ໂດຍວັງ​
ເຄຣມລິນ​.

ທ່ານ ​ Medvedev ​ແລະ​ນາຍົກລັດຖະມົນຕີ Putin ຄັດຄ້ານ​ການ​ເລືອກ​ຕັ້ງ​ເອົາ​ສະມາຊິກ
ສະພາ​ຜູ້​ແທນຄັ້ງ​ເມື່ອ​ວັນ​ທີ່ 4 ທັນວານັ້ນ ຊໍ້າ​ອີກ.

ມື້​ນຶ່ງຫລັງ​ຈາກ​ການ​ເລືອກ​ຕັ້ງ​ເອົາ​ສະມາຊິກ​ສະພາແຫ່ງ​ຊາດທີ່​ພວກ​ນັກ​ສັງ​ເກດ​ການ​ນາໆ
ຊາດ ​ແລະ​ພວກ​ຜູ້​ນໍາ​ຝ່າຍ​ຄ້ານ​ທັງຫລາຍ​ເວົ້າວ່າ ມີ​ການສໍ້​ໂກງ​ຄະ​ແນນ​ສຽງ​ນັ້ນ​ ພວກ​ປະ
ທ້ວງ​ຫລາຍ​ພັນ​ຄົນ​ພາກັນ​ຫລັ່ງ​ໄຫລ​ລົງ​ຖະໜົນ​ຫົນທາງ​ໃນນະຄອນ​ຫລວງມົສກູ ​ເພື່ອ​ປະ
ນາມນາຍົກລັດຖະມົນຕີ Putin ​ແລະ​ພັກສາມັກຄີຣັ​ດ​ເຊຍ​ຫຼື United Russia ຂອງ​ທ່ານ.

XS
SM
MD
LG