ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ພູຕິນ ກ່າວວ່າ ການວາງລະເບີດຢູ່ ຕະຫລາດ ຊຸບ​ເປີ​ມາ​ເກັດ ທີ່ ​ແຊນ​ ປີີ​ເຕີ​ສ​ເບີກ ເປັນເລື້ອງກໍ່ການຮ້າຍ


ຕຳຫລວດຢືນຍາມຢູ່ທາງເຂົ້າຊູບເປີມາເກັດ ຫລັງຈາກ ເກີດລະເບີດ ທີ່ເມືອງແຊນ ປີເຕີ​ສ​ເບີ ປະເທດຣັດເຊຍ ໃນວັນທີ 27 ທັນວາ 2017
ຕຳຫລວດຢືນຍາມຢູ່ທາງເຂົ້າຊູບເປີມາເກັດ ຫລັງຈາກ ເກີດລະເບີດ ທີ່ເມືອງແຊນ ປີເຕີ​ສ​ເບີ ປະເທດຣັດເຊຍ ໃນວັນທີ 27 ທັນວາ 2017

ກຸ່ມ​ລັດ​ອິສລາມ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ຕໍ່​ການ​ໂຈມ​ຕີ​ດ້ວຍ​ການ​ວາງ​ລະ​ເບີດ​
ໃນ​ຕົ້ນ​ອາທິດ​ນີ້​ ຢູ່ໃນຕະຫລາດຊຸບ​ເປີ​ມາກ​ເກັດຂອງຣັດ​ເຊຍ ​ໃນ​ນະຄອນ​ແຊນ​ ປີີ​ເຕີ​ສ​
ເບີກ (St. Petersburg).

ພວກ​ຫົວ​ຮຸນ​ແຮງ​ກ່າວ​ວ່າ​ການວາງລະ​ເບີດ​ໄດ້​ດໍາ​ເນີນ​ການ​ໂດຍກຸ່ມທີ່​ມີ​ການເຊື່​ອມ​ໂຍງ
ກັບ​ພວກ​ລັດ​ອິສລາມ ອີງ​ຕາມ​ຖະ​ແຫລ​ງການຢູ່​ໃນໜັງສື​ພິມ​ຂອງ​ອົງກາ​ນຂ່າວແອ​ແມ​ກ
(Amaq) ຂອງ​ກຸ່ມ​ດັ່ງກ່າວ.

ກຸ່ມ​ດັ່ງກ່າວ​ບໍ່​ໄດ້ສະ​ແດງຫລັກ​ຖານ​ໃດໆ ​ເພື່ອຢືນຢັນ​ຕໍ່​ການກ່າວ​ອ້າງ​ເອົາຄວາມ​ຮັບຜິດ
ຊອບ​ນັ້.

ຢ່າງ​ໜ້ອຍ 13 ຄົນ​ໄດ້​ຮັບ​ບາດ​ເຈັບ​ເວລາ​ລະ​ເບີດເຮັດ​ເອົາ​ເອງ ​ໄດ້​ແຕກຂຶ້ນ​ຢູ່​ສາຂາ​ຂອງ
​ເຄືອ​ຂ່າຍຊຸບ​ເປີ​ມາກ​ເກັດ ​ເປີ​ເຣແຄຣສຕົກ​ (Perekrestok) ​ແຫ່ງນຶ່ງໃນ​ວັນ​ພຸດ​ທີ່​ຜ່ານ​ມາ.

ບັນດາ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ​ກ່າວ​ວ່າ ບໍ່​ມີ​ຜູ້​ເຄາະຮ້າຍ​ທີ່ໄດ້​ຮັບ​ບາດ​ເຈັບ ທີ່​ເປັນ​ອັນຕະລາຍ​ຮ້າຍ​ແຮງຕໍ່ຊີວິດ.

ປ. ວລາດີເມຍ ພູຕິນ ໂອ້ລົມກັບທະຫານລະຫວ່າງການຢ້ຽມຢາມ ວິທະຍາຄານທະຫານ ນອກນະຄອນຫລວງມົສກູ
ປ. ວລາດີເມຍ ພູຕິນ ໂອ້ລົມກັບທະຫານລະຫວ່າງການຢ້ຽມຢາມ ວິທະຍາຄານທະຫານ ນອກນະຄອນຫລວງມົສກູ

ບັນດາ​ຜູ້​ສືບ​ສວນຣັດ​ເຊຍ​ໃນເບື້ອງ​ຕົ້ນ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ສືບສວນ​ຄະດີດັ່ງກ່າວໂດຍ​ຖື
ມັນວ່າເປັນ​ການ​ພະຍາຍ​າມທໍາ​ການຄາດ​ຕະກຳ.

​ເຖິງ​ຢ່າງ​ໃດ​ກໍ​ດີ ​ໃນ​ວັນ​ພະຫັດຜ່ານ​ມານີ້ ປະທານາທິບໍດີຣັດ​ເຊຍ ທ່ານ​ວລາ​ດີ​ເມ​ຍ ພູຕິນ
ກ່າວ​ວ່າ ​ເຫດ​ລະ​ເບີດ​ແຕກແມ່ນ​ເປັນ​ການ​ກະທໍາ​ທາງ​ກໍ່​ການ​ຮ້າຍ. ທ່ານ​ໄດ້​ກ່າວ​ເຊັ່ນ​ນັ້ນ
ຢູ່​ໃນ​ພິທີ​ມອບ​ລາງວັນ​ໃຫ້​ແກ່​ທະຫານຣັດ​ເຊຍ​ທີ່​ໄດ້​ຮັບ​ໃຊ້​ຢູ່​ໃນ​ປະ​ເທດ​ຊີ​ເຣຍ​ໃນວັງ​
ແຄຣັມ​ລິນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG