ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຕຽມເປີດ ການແຂ່ງຂັນ ກິລາໂອລິມປິກ ທີ່ ໂຊຈີ (​ວີດີໂອ/ສະໄລດ໌)


Russia Prepares for Opening Ceremonies
please wait

No media source currently available

0:00 0:02:19 0:00
ລິງໂດຍກົງ
ຣັດ​ເຊຍກໍາລັງ​ຕຽ​ມ​ເປີດ​ພິທີ​ອັນ​ຍິ່ງ​ໃຫຍ່ຄຶກຄື້ນ ສຳລັບການ​ແຂ່ງ
ຂັນກິລາໂອ​ລິ​ມ ປິກລະດູ​ໜາວ ຢູ່ທີ່​ເມືອງ Sochi ​ເມືອງ​ຕາກ​ອາ
ກາດ ​ແຄມທະ​ເລ​ດໍາ ​ໃນ​ວັນ​ສຸກ​ມື້​ນີ້.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ແລະເລຂາທິການ​
ໃຫຍ່ສະຫະ ​ປະຊາ​ຊາດ ທ່ານ Ban Ki-moon ຈະ​ເຂົ້າ​ຮ່ວມພ້ອມ
​ກັບ​ບັນດາ​ປະມຸກແລະຜູ້ ​ນໍາປະເທດຕ່າງໆ ຈາກ​ປະມານ 40 ປະ
ເທດ ໃນ​ທົ່ວ​ໂລກ.

​ແຕ່​ປະທານາທິບໍດີສະຫະລັດທ່ານ Barack Obama ​ແລະບັນ
ດາຜູ້​ນໍາ​ຈາກ ສະຫະ​ພາບ​ຢູ​ໂຣບ ຈຳນວນນຶ່ງ ຈະ​ບໍ່ໄດ້​ເຂົ້າ​ຮ່ວມ​ ​
ໃນ​ຂະນະ​ທີ່ຣັດ​ເຊຍ ກໍາລັງ​ຮັບມືກັບ​ການຕຳໜິ​ຕິຕຽນ​ ກ່ຽວ​ກັບ​ກົດໝາຍ​ໃໝ່ ​ທີ່​ຫ້າມບໍ່ໃຫ້ ເຜີຍແຜ່​ ໃນອັນ​ທີ່​ຮ້ອງ​ວ່າ “​ການໂຄສະນາ​ຊວນ​ເຊື່ອ ຂອງພວກຮັກຮ່ວມ​ເພດ” ​ຕໍ່ພວກ​ທີ່ບໍ່
ເຖິງ​ກະສຽນຊຶ່ງບັນດາຜູ້​ຕິ​ຕຽນ​ກ່າວ​ວ່າ ອາດ​ຈະ​ນໍາ​ໃຊ້​ ໃນ​ການ​ທັບ​ມ້າງປາບປາມ ຕໍ່ສິດທິ ​
ຂອງ​ພວກຮັກຮ່ວມ​ເພດ​ ​ໂດຍ​ທົ່ວ​ໄປນັ້ນ.


ປະທານຄະນະ​ກໍາມະການ ກິລາໂອ​ລິ​ມປິກ​ນາໆ​ຊາດ ທ່ານ Thomas Bach ຜູ້​ທີ່​ໄດ້​ຍື່ນ
​ທວນ​ໄຟ ໃຫ້​ແກ່ທ່ານ Ban ​ໃນ​ວັນ​ພະຫັດ​ວານ​ນີ້ ໃນ​ຂະນະ​ທີ່​ມີ​ການ​ຍື່ນທວນ​ໄຟໂອລິມ
ປິກຕໍ່ກັນນັ້ນ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ໃນ​ວັນ​ສຸກ​ມື້​ນີ້​ວ່າ ການກະກຽມ ​ແຂ່ງຂັນ​ກິລາໂອລິມ
ປິກໄດ້​ເປັນ​ໄປ “ຢ່າງລາບລື່ນ” ​ແຕ່​ວ່າ ໃນໄລຍະ​ສອງສາມ​ມື້​ທໍາ​ອິດ ຂອງ​ການ​ແຂ່ງ​ຂັນນີ້
ກໍມັກ​ຈະ​ມີ “ບັນຫາ​ເລັກໆ​ນ້ອຍໆ​ເກີດ​ຂື້ນ​ຢູ່​ບ່ອນ​ຫັ້ນ​ບ່ອນ​ໜີ້” ທ່ານບໍ່​ໄດ້​ແຈ້ງໃຫ້ຊາບວ່າ
ບັນຫາ​ເຫລົ່າ​ນັ້ນແມ່ນ​ຫຍັງ.

Sochi Olympics Most Expensive, But Not Best Organized
please wait

No media source currently available

0:00 0:03:07 0:00
ລິງໂດຍກົງ
XS
SM
MD
LG