ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຖະຫຼົ່ມ ຕາຂ່າຍໄຟຟ້າ ດ້ວຍການໂຈມຕີທາງອາກາດ ບັ້ນໃໝ່


ລົດຫຼາຍຄັນ ແລ່ນຜ່ານຄຸ້ມທີ່ຢູ່ອາໄສ ຊຶ່ງໄດ້ຖືກເຮັດໃຫ້ໝົດກຳລັງໃຈ ຫຼັງຈາກທີ່ຣັດເຊຍ ໄດ້ໂຈມຕີນະຄອນຫຼວງກີຢິບ ຂອງຢູເຄຣນ ດ້ວຍຈະຫຼວດ, ວັນທີ 23 ພະຈິກ 2022.
ລົດຫຼາຍຄັນ ແລ່ນຜ່ານຄຸ້ມທີ່ຢູ່ອາໄສ ຊຶ່ງໄດ້ຖືກເຮັດໃຫ້ໝົດກຳລັງໃຈ ຫຼັງຈາກທີ່ຣັດເຊຍ ໄດ້ໂຈມຕີນະຄອນຫຼວງກີຢິບ ຂອງຢູເຄຣນ ດ້ວຍຈະຫຼວດ, ວັນທີ 23 ພະຈິກ 2022.

ໃນວັນພຸດວານນີ້ ຣັດເຊຍ ໄດ້ເລີ້ມການໂຈມຕີທາງອາກາດບັ້ນໃໝ່ຕໍ່ຢູເຄຣນ ທີ່ ຕາຂ່າຍໄຟຟ້າຫຼາຍແຫ່ງ ໄດ້ຖືກຖະຫຼົ່ມໄປແລ້ວ ຊຶ່ງກອງກຳລັງຂອງມົສກູ ປາກົດວ່າ ຕັ້ງໃຈທີ່ຈະສ້າງຄວາມເຈັບປວດໃຫ້ແກ່ປະຊາຊົນຊາວຢູເຄຣນ ໃນຕອນເລີ້ມຕົ້ນຂອງລະດູໜາວ.

ອຳນາດການປົກຄອງໃນນະຄອນຫຼວງກີຢິບ ໄດ້ກ່າວວ່າ 3 ຄົນໄດ້ຖືກຂ້າຕາຍ ໃນການໂຈມຕີທາງອາກາດ ທີ່ຖືກຕຶກສອງຊັ້ນ. ເຈົ້າໜ້າທີ່ຂອງຢູເຄຣນ ລາຍງານວ່າ ໄຟຟ້າດັບຢູ່ໃນເມືອງຕ່າງໆຫຼາຍແຫ່ງ ລວມທັງຫຼາຍພື້ນທີ່ຂອງນະຄອນຫຼວງກີຢິບ ແລະຢູ່ໃນປະເທດເພື່ອນບ້ານ ໂມລໂດວາ ນຳດ້ວຍ.

ຜູ້ປົກຄອງນະຄອນຫຼວງກີຢິບ ທ່ານວິທາລີ ຄລິຕຈ໌ໂກ (Vitali Klitschko) ໄດ້ຂຽນລົງໃນ ເທເລແກຣມ ວ່າ “ນຶ່ງໃນສະຖານທີ່ ພື້ນຖານໂຄງລ່າງຂອງນະຄອນຫຼວງ ໄດ້ຖືກໂຈມຕີ” ເຮັດໃຫ້ຄົນນຶ່ງບາດເຈັບ.

ໃນເມືອງລີວີບ (Lviv) ທາງພາກຕາເວັນຕົກຂອງປະເທດ ໃກ້ກັບຊາຍແດນຕິດກັບປະເທດໂປແລນ ທ່ານຜູ້ປົກຄອງ ໄດ້ກ່າວວ່າ ເມືອງທັງໝົດບໍ່ມີໄຟຟ້າເລີຍ ເຖິງຢ່າງໃດກໍຕາມ ບໍ່ມີຂໍ້ມູນໃນທັນທີທັນໃດ ກ່ຽວກັບວ່າ ມີຈັກເປົ້າໝາຍ ທີ່ໄດ້ຖືກໂຈມຕີ.

ການໂຈມຕີທາງອາກາດຂອງຣັດເຊຍຄັ້ງຫຼ້າສຸດນີ້ ພາຍຫຼັງຈາກການໂຈມຕີຊ້ຳແລ້ວຊ້ຳອີກ ຕໍ່ສະຖານທີ່ອຳນວຍຄວາມສະດວກດ້ານໄຟຟ້າ ທົ່ວຢູເຄຣນ ໃນສອງສາມອາທິດມໍ່ໆມານີ້ ສົ່ງຜົນເຮັດໃຫ້ເກີດໄຟຟ້າດັບຢ່າງແຜ່ຫຼາຍ.

ສ່ວນໂຮງໄຟຟ້າພະລັງນິວເຄລຍ ຊາໂປຣີເຊຍ ທີ່ໃຫຍ່ສຸດຂອງຢູໂຣບ ໃນອີກຄັ້ງນຶ່ງ ໄດ້ສູນເສຍການເຂົ້າຫາໄຟຟ້າຢູ່ພາຍນອກ ແລະໄດ້ຫັນໄປໃຊ້ເຄື່ອງປັ່ນໄຟສຸກເສີນ ທີ່ໃຊ້ນ້ຳມັນກາຊວນແທນ ​ສຳ​ລັບການຜະ​ລິດໄຟຟ້າ ທີ່ໂຮງໄຟຟ້າຕ້ອງການ ເພື່ອເຮັດໃຫ້ເຄື່ອງປະຕິກອນເຢັນລົງ ແລະລະບົບການທຳງານຂອງເຄື່ອງທີ່ຈຳເປັນອື່ນໆ ໃນດ້ານຄວາມປອດໄພ ແລະຄວາມໝັ້ນຄົງຂອງໂຮງໄຟຟ້າພະລັງນິວເຄລຍ ອີງຕາມອົງການພະລັງງານປະລະມານູສາກົນ ຫຼື IAEA ທີ່ໄດ້ລາຍງານນັ້ນ.

ຜູ້ອຳນວຍການໃຫຍ່ອົງການ IAEA ທ່ານຣາຟາແອລ ມາຣີອາໂນ ໂກຣສຊີ ໄດ້ຮຽກຮ້ອງຢູ່ສະເໝີ-ແຕ່ບໍ່ໄດ້ຮັບການຕອບຮັບ-ໃຫ້ການສູ້ລົບກັນຢຸດເຊົາຢູ່ໃກ້ໂຮງໄຟຟ້າພະລັງນິວເຄລຍ ເພື່ອຫລີກເວັ້ນຄວາມເປັນໄປໄດ້ ຂອງໄພຫາຍະນະທາງດ້ານນິວເຄລຍ.

ປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລນສກີ ໄດ້ກ່າວວ່າ ທ່ານໄດ້ສັ່ງການໃຫ້ເອກອັກຄະລັດຖະທູດຂອງປະເທດ ປະຈຳອົງການສະຫະປະຊາຊາດ ຈົ່ງຂໍຮ້ອງໃຫ້ເປີດກອງປະຊຸມຂອງສະພາຄວາມໝັ້ນຄົງຢ່າງຮີບດ່ວນ ເພື່ອປຶກສາຫາ ລືການໂຈມຕີຄັ້ງຫຼ້າສຸດ ແລະກອງປະຊຸມໄດ້ຖືກກຳນົດໃສ່ຕອນແລງວັນພຸດວານນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG