ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Medvedev ຖືກແຕ່ງຕັ້ງ ໃຫ້ເປັນ ຫົວໜ້າ ພັກລັດຖະບານຣັດເຊຍ


ນາຍົກລັດຖະມົນຕີ Dmitry Medvedev ແຫ່ງຣັດເຊຍ ທີ່ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າ
ພັກຣັດເຊຍສາມັກຄີ ຂອງລັດຖະບານ.
ນາຍົກລັດຖະມົນຕີ Dmitry Medvedev ແຫ່ງຣັດເຊຍ ທີ່ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າ ພັກຣັດເຊຍສາມັກຄີ ຂອງລັດຖະບານ.

ພັກ​ຣັດ​ເຊຍສາມັກຄີ​ ທີ່​ຄອງ​ອໍານາດ​ໃນຣັດ​ເຊຍ​ໃນ​ປັດຈຸບັນ ​ໄດ້​ຢືນຢັນວ່າ ນາຍົກລັດຖະ
ມົນຕີ Dmitry Medvedev ​ໄດ້​ຖືກ​ເລືອກ​ເປັນ​ຫົວໜ້າ​ຂອງ​ພັກດັ່ງກ່າວ​ ຕາມ​ຄໍາ​ສັ່ງ​ຂອງ​
ປະທານາທິບໍດີ Vladimir Putin.

​ພັກ​ໄດ້​ຮັບຮອງ​ເອົາ​ທ່ານ Medvedev ຢ່າງ​ເປັນ​ເອກະສັນ ໃນ​ວັນ​ເສົາ​ວານ​ນີ້ ​ໂດຍ​ການ​ຊີ້​ມື້​ຂຶ້ນ​ຮັບ​ເອົາ ​ໂດຍ​ບໍ່​ມີ​ຜູ້​ໃດ​ຄັດຄ້ານ ​ແລະ​ກໍ​ບໍ່​ມີ​ຜູ້​ສະໝັກ​ຄົນ​ໃດ​ພະຍາຍາມ​ເຂົ້າ​ແຂ່ງຂັນ​ເອົາ​ຕໍາ​ແໜ່​ງດັ່ງກ່າວ.

​ໃນ​ຄໍາຖະ​ແຫຼ​ງຕໍ່​ກອງ​ປະຊຸມຫຼວງ​ຂອງ​ພັກ​ໃນ​ວັນ​ເສົາ​ວານ​ນີ້ ທ່ານ​ພູ​ຕິນ ກ່າວ​ວ່າ ທ່ານ​ຖື​ວ່າ ພັກ​ຣັດ​ເຊຍສາມັກຄີ​ເປັນ​ “ພັນທະ​ມິດ​ແລະ​ພາຄີ​ທີ່​ສໍາຄັນ” ຂອງ​ທ່ານ ຂະນະ​ທີ່ທ່ານ​ສະ​ເໜີ​ແຕ່ງ​ຕັ້ງ​ໃຫ້​ທ່ານ Medvedev ​ເປັນຫົວໜ້າ​ພັກ​ນັ້ນ.

ທ່ານ Medvedev ກໍ​ໄດ້​ມີ​ຄວາມ​ເຫັນ​ຕໍ່​ກອງ​ປະຊຸມ​ເຊ່ນ​ກັນ​ໃນ​ວັນ​ເສົາ​ວານ​ນີ້ ໂດຍ​ຮຽກ
ຮ້ອງ​ໃຫ້ທໍາ​ການ​ປ່ຽນ​ແປງຢູ່​ພາຍ​ໃນ​ພັກ​ ​ເພື່ອ​ໃຫ້​ມີ​ຄວາມ​ສໍາພັນ​ຫຼາຍ​ຂຶ້ນ​ກັບ​ພົນລະ​
ເມືອງ​ສາມັນ​ທໍາ​ມະ​ດາ​ຂອງຣັດ​ເຊຍ.

XS
SM
MD
LG