ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍເປີດເຜີຍຊື່ ຄະນະລັດຖະບານໃໝ່


ປະທານາທິບໍດີ Vladimir Putin ແຫ່ງຣັດເຊຍ.
ວັນທີ22 ພຶດສະພາ 2012.
ປະທານາທິບໍດີ Vladimir Putin ແຫ່ງຣັດເຊຍ. ວັນທີ22 ພຶດສະພາ 2012.

ປະທານາທິບໍດີ Vladimir Putin ​ແຫ່ງຣັດ​ເຊຍ​ໄດ້​ປະກາດ​ຄະນະລັດຖະບານ​ໃໝ່​ຂອງ​ທ່ານ​ໃຫ້​ຊາບ ຊຶ່ງ​ທ່ານ​ໄດ້​ຮັກສາ​ລັດຖະມົນຕີ ​ຫຼາຍ​ທ່ານ​ທີ່​ເຄີຍ​ຮັບ​ໃຊ້​ອະດີດ​ປະທານາທິບໍດີ Dmitry Medvedev ນັ້ນ​ໄວ້.

ທ່ານ Igor Shuvalov ພັນທະ​ມິດ​ທີ່​ໃກ້ຊິດ​ຂອງ​ທ່ານ​ພູ​ຕິນ ​ດໍາລົງຕໍາ​ແໜ່​ງຮອງ​ນາຍົກ
ລັດຖະມົນຕີຄົນທີ​ນຶ່ງ​ຄື​ເກົ່າ ຮັບຜິດຊອບເລື້ອງ​ນະ​ໂຍບາຍ​ເສດຖະກິດທັງ​ໝົດ ​ແລ​ະທ່ານ
Anton Siluanox ​ລັດຖະກອນ​ອາຊີບ ກໍຍັງ​ກໍາ​ຕໍາ​ແໜ່​ງລັດຖະມົນຕີ​ການ​ເງິນ​ຢູ່ຄື​ເກົ່າ.

ທ່ານ Anatoly Serdyukov ​ເປັນ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ແລະ​ທ່ານ Sergei La
vrov ຣັກສາ​ຕໍາ​ແໜ່​ງລັດຖະມົນຕີ​ການ​ຕ່າງປະເທດ​ ຢູຄື​ເກົ່າ.

ການ​ປ່ຽນ​ແປງ​ທີ່​ສໍາ​ຄັນ​ອັນ​ນຶ່ງ​ກໍ​ແມ່ນ​ ການ​ແຕ່ງ​ຕັ້ງທ່າ​ນ Arkady Dvorkovich ທີ່ສະ
ໜັບສະໜຸນ​ການ​ຫັນປ່ຽນ​ໄປ​ສູ່​ພາກສ່ວນ​ເອກະ​ຊົນນັ້ນ ​ເປັນ​ຮອງ​ນາຍົກລັດຖະມົນຕີ​ຄົນ
ທີ​ນຶ່ງ ​ທີ່​ກໍາກັບ​ນໍາ​ນະ​ໂຍ​ບາຍ​ດ້ານ​ພະລັງງານ​ແລະ​ອຸດສາຫະກໍາ. ທ່ານ Dvorkovich
​ເຄີຍ​ເປັນ​ທີ່​ປຶກສາ​ປະ​ຈໍາ​ອະດີດ​ປະທານາທິບໍດີ Medvedev ມາ​ກ່ອນ.

ທ່ານ Medvedev ​ທີ່ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ນາຍົກລັດຖະມົນຕີ ຫຼັງຈາກ​ທ່ານ​ພູ​ຕິນ ກັບ​ຄືນ
​ມາ​ຄອງ​ອໍານາດ​ໃນ​ວັງ Kremlin ໃນ​ຕົ້ນ​ເດຶອ​ນນີ້ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈະນໍາ​ໃຊ້​
ນະ​ໂຍບາຍ​ທີ່​ຊຸກຍູ້ການ ​ເຕີບ​ໂຕ ​ແລະ​ຊຸກຍູ້​ການຫັນປ່ຽນ​ໄປ​ສູ່ພາກ​ເອກະ​ຊົນ ​ເພື່ອ​ສົ່ງ​
ເສີມ​ເສດຖະກິດທີ່​ອ່ອນ​ແອ​ຂອງ​ຣັດ​ເຊຍ​ໃຫ້​ແຂງ​ແຮງ​ຂຶ້ນ.

ທ່ານ Medvedev ​ແລກປ່ຽນ​ໜ້າ​ທີ່​ກັນ​ກັບ​ທ່ານ​ພູ​ຕິນ ທີ່​ໄດ້​ດໍາລົງຕໍາ​ແໜ່​ງນາຍົກລັດຖະ
ມົນຕີມາ​ເປັນ​ເວລາ 4 ປີ ມາຈົນຮອດ​ວັນ​ທີ 7 ​ເດືອນ​ນີ້ ​ເວລາ​ທ່ານ​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​
ແໜ່​ງປະທານາທິບໍດີ​ຂອງ​ປະ​ເທດ​ນັ້ນ. ການ​ສັບ​ປ່ຽນ​ໜ້າ​ທີ່​ກັນ​ນີ້ ​ໄດ້​ສ້າງຄວາມ​ໂມ​ໂຫ​
ໂທ​ໂສຂຶ້ນໃຫ້​ແກ່​ຊາວຣັດ​ເຊຍ​ຫຼາຍ​ຄົນ ​ແລະກໍ່​ໃຫ້​ເກີດການ​ປະ​ທ້ວງ​ຄັດຄ້ານ​ຕໍ່​ການ​ຂຶ້ນ
​ກໍາ​ອໍານາດ​ຂອງ​ພວກ​ຜູ້​ນໍາ​ທັງ​ສອງນີ້.

XS
SM
MD
LG