ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍປົດເຈົ້າຄອງນະຄອນຫຼວງມົສກູ


ວັງເຄຣັມລິນກ່າວໃນວັນອັງຄານມື້ນີ້ວ່າ ປະທານາທິບໍດີຣັດ
ເຊຍ ທ່ານ Dmitry Medvedev ໄດ້ລົງນາມໃນດຳລັດ
ສະບັບນຶ່ງ ສັ່ງປົດເຈົ້າຄອງນະຄອນຫຼວງມົສກູ ທ່ານ Yuri
Luzhkov.

ອີງຕາມດຳລັດສະບັບນີ້ ທ່ານ Luzhkov ຊຶ່ງເປັນເຈົ້າຄອງ
ກຸງມົສກູມາແຕ່ປີ 1992 ນັ້ນ ໄດ້ຖືກປົດອອກຈາກຕຳແໜ່ງ
ຍ້ອນປະທານາທິບໍດີຂອງສະຫະພັນທະລັດຣັດເຊຍ ໄດ້ໝົດ
ຄວາມເຊື່ອໝັ້ນໃນໂຕທ່ານ.

ທ່ານ Medvedev ໄດ້ແຕ່ງຕັ້ງໃຫ້ທ່ານ Vlakimir Resin
ເຂົ້າຮັບຕຳແໜ່ງເປັນເຈົ້າຄອງນະຄອນຫຼວງມົສກູແທນ.

ທ່ານ Luzhkov ໄດ້ກາຍເປັນເປົ້າໝາຍໃນການປຸກລະດົມ ກວາດລ້າງໃນຂອບເຂດທີ່ກວ້າງຂວາງຂອງສື່ມວນຊົນ ທີ່ ຄວບຄຸມໂດຍວັງເຄຣັມລິນທີ່ວາດພາບທ່ານວ່າສໍ້ລາດບັງຫຼວງ.
ໃນຕົ້ນເດືອນນີ້ທ່ານ Medvedev ກ່າວວ່າ ເຈົ້າຄອງກຸງມົສກູຄວນດຳເນີນການໃຫ້ເປັນ
ປະຊາທິປະໄຕຫຼາຍຂຶ້ນ ຫຼືຖ້າບໍ່ດັ່ງນັ້ນແລ້ວ ກໍໃຫ້ເຂົ້າຮ່ວມພັກການເມືອງຝ່າຍຄ້ານ.

ພັນລະຍາຂອງທ່ານ Luzhkov ຊຶ່ງເປັນມະຫາເສດຖີພັນລ້ານນັ້ນໄດ້ກ່າວຫາ ວັງເຄຣັມລິນ
ວ່າ ໄດ້ທຳການປຸກລະດົມຕໍ່ຕ້ານສາມີຂອງທ່ານນາງ ຍ້ອນຢ້ານວ່າຈະໄປຍາດເອົາຕຳແໜ່ງ
ປະທານາທິບໍດີຂອງທ່ານ Medvedev ຊຶ່ງຈະມີການເລືອກຕັ້ງເພື່ອແຂ່ງຂັນເຂົ້າຮັບຕຳແໜ່ງ
ຕື່ມອີກໃນປີ 2012.

XS
SM
MD
LG