ທ່ານ Vladimir Putin ນາຍົກລັດຖະມົນຕີຣັດເຊຍ ກໍາລັງຮຽກຮ້ອງໃຫ້ຊາວຣັດເຊຍທຸກ
ຖ້ວນໜ້າຈົ່ງພາກັນເຄຶ່ອນໄຫວກາຍໄປກວ່າຄວາມເຈັບຊໍ້າ ກັນທາງການເມືອງທີ່ເຮັດໃຫ້
ປະຊາຊົນຫລາຍພັນຄົນລົງສູ່ຖະນົນຫົນທາງເພື່ອປະທ້ວງ ຫຼັງຈາກການເລືອກຕັ້ງ ທີ່ຍັງ
ຜົນໃຫ້ປະເທດຊາດເກີດແບ່ງແຍກກັນ.
ທ່ານ ພູຕິນ ກ່າວອີກວ່າ ມັນເຖິງເວລາແລ້ວທີ່ພວກເຮົາຈະເຄຶ່ອນໄຫວໄປໜ້າກາຍໄປ
ກວ່າຄວາມສະເທືອນໃຈແລະການຖົກຖຽງກັນດ້ານການເມືອງທີ່ເພີ່ມທະວີຂຶ້ນໄປນັບມື້ນັ້ນ
ລຸນຫຼັງການເລືອກຕັ້ງທ່ານເອົາຕໍາແໜ່ງປະທາ ນາທິບໍດີ. ທ່ານພູຕິນ ກ່າວອີກວ່າ ບັດນີ້
ມັນເປັນຄວາມຮັບຜິດຊອບຂອງ ພັກການເມືອງໝົດທຸກພັກ ທີ່ຈະປຸ້ມລຸມ ຮ່ວມແຮງກັນ
ເພື່ອປັບປຸງຊີວິດ ຄວາມເປັນຢູ່ຂອງຊາວຣັດເຊຍນັ້ນ.
ຄໍາປາໄສປະຈໍາປີຂອງທ່ານພູຕິນຕໍ່ສະພາດູມາຫລືສະພາຕໍ່າຂອງຣັດເຊຍ ເມື່ອວັນພຸດມື້ນີ້
ເປັນຄໍາປາໄສຄັ້ງສຸດທ້າຍໃນນາມນາຍົກລັດຖະມົນຕີຂອງທ່ານ. ທ່ານພູຕິນ ຕຽມທີ່ຈະສາ
ບານຕົວເຂົ້າຮັບຕໍາແໜ່ງປະທານາ ທິບໍດີສະໄໝທີ່ສາມຂອງທ່ານໃນວັນທີ່ 7 ເດືອນພຶດສະ
ພາຕໍ່ໜ້ານີ້.
ນອກນີ້ແລ້ວ ນາຍົກລັດຖະມົນຕີ ພູຕິນ ຍັງໄດ້ເພ່ງເລັງໃສ່ເສດຖະກິດຂອງປະເທດຣັດເຊຍ
ຊຶ່ງໄດ້ປະເຊີນກັບອຸບປະສັກຮ້າຍແຮງຕ່າງໆໃນໄລຍະບໍ່ເທົ່າໃດປີຜ່ານມານີ້.
ກ່ອນຄໍາປາໄສຂອງທ່ານພູຕິນນັ້ນ ຕໍາຫລວດມົສກູ ໄດ້ຈັບກຸມພວກປະທ້ວງຫລາຍຄົນ
ເວລາພວກເຂົາເຈົ້າເຄື່ອນເຂົ້າໄປໃກ້ໆສະພາດູມາ ຊຶ່ງໂຮມທັງທ່ານ Sergei Udaltsov
ນັກເຄຶ່ອນໄຫວຝ່າຍຄ້ານຂອງຣັດເຊຍ. ທ່ານ Udaltsov ເປັນຜູ້ນຶ່ງ ໃນພວກຜູ້ນໍາການ
ປະທ້ວງຄັ້ງໃຫຍ່ຫຼັງຈາກການເລືອກຕັ້ງປະທານາທິບໍດີຂອງຣັດເຊຍໃນເດືອນມີນາຜ່ານມາ.
ຄລິກບ່ອນລູກສອນ ແຈຂ້າງເທີງເພື່ອເບິ່ງສະໄລດ໌: