ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຣັດເຊຍ ຍົກທິດສະດີໃໝ່ ກ່ຽວກັບ ການວາງຢາພິດ ຂຶ້ນມາເພີ່ມເຕີມ


ເຕັ້ນນິຕິວິທະຍາສາດ, ປົກຕັ່ງມ້າບ່ອນທີ່ທ່ານ ເຊີເກ ສກຣິບປາລ ແລະ ລູກສາວຂອງລາວ ນາງ ຢູເລຍ ຖືກພົບເຫັນ, ແມ່ນໄດ້ຖືກຈັດແຈງຄືນໂດຍບັນດາເຈົ້າໜ້າທີ່ທີ່ໃສ່ຊຸດປ້ອງກັນ, ກາງເມືອງ ໂຊລສແບຣີ, ປະເທດ ອັງກິດ. 8 ມີນາ, 2018.
ເຕັ້ນນິຕິວິທະຍາສາດ, ປົກຕັ່ງມ້າບ່ອນທີ່ທ່ານ ເຊີເກ ສກຣິບປາລ ແລະ ລູກສາວຂອງລາວ ນາງ ຢູເລຍ ຖືກພົບເຫັນ, ແມ່ນໄດ້ຖືກຈັດແຈງຄືນໂດຍບັນດາເຈົ້າໜ້າທີ່ທີ່ໃສ່ຊຸດປ້ອງກັນ, ກາງເມືອງ ໂຊລສແບຣີ, ປະເທດ ອັງກິດ. 8 ມີນາ, 2018.

ໃນຂະນະທີ່ການຜິດຖຽງກັນ ລະຫວ່າງ ຣັດເຊຍ ກັບ ອັງກິດ ພວມທະວີຄວາມຮ້າຍ
ແຮງຂຶ້ນຢູ່ ໃນວັນເສົາວານນີ້ ກ່ຽວກັບການວາງຢາພິດ ຢູ່ໃນດິນແດນອັງກິດ ໃສ່ອະ
ດີດນັກສືບ ຣັດເຊຍ ຊຶ່ງ ຣັດເຊຍ ກໍໄດ້ປະກາດ ການໄລ່ອອກປະເທດ ນັກການທູດ
ອັງກິດ 23 ຄົນ ທາງກະຊວງການຕ່າງປະເທດ ຣັດເຊຍ ກໍໄດ້ມີທິດສະດີໃໝ່ຂຶ້ນມາ
ກ່ຽວກັບ ຕົ້ນຕໍທີ່ມາຂອງຢາພິດທີ່ຖືກນຳໃຊ້ນັ້ນ. ກະຊວງ ການຕ່າງປະເທດ ຣັດເຊຍ
ໄດ້ມີບັນຊີ ສີ່ປະເທດໃນ ຢູໂຣບ ຊຶ່ງເຫັນວ່າ ຈະເປັນແຫຼ່ງທີ່ມາຫຼາຍແທ້ໆ ຂອງສານ
ປະສາດ Novichok ທີ່ພວກເຈົ້າໜ້າທີ່ ອັງກິດ ກ່າວວ່າ ຖືກນຳໃຊ້ນັ້ນ. ປະເທດທີ່ຂຶ້ນ
ຕົ້ນໃນບັນຊີດັ່ງກ່າວກໍຄືປະເທດ ອັງກິດ ນັ້ນເອງ ສ່ວນອີກສາມປະເທດ ກໍຄື ສະໂລວາ
ເກຍ ສາທາລະນະລັດ ເຊັກ ແລະ ສວີເດັນ.

ໃນການສຳພາດ ກັບຄົນອອກອາກາດຂອງຣັດຖະບານຣັດເຊຍໃນມື້ວານນີ້ ໂຄສົກ
ຂອງ ກະຊວງຕ່າງປະເທດ ຣັດເຊຍ ທ່ານນາງ ມາເຣຍ ຊາຄາໂຣວາ "Maria
Zakharova" ເວົ້າວ່າ ທັງສາມປະເທດ ລວມທັງປະເທດອັງກິດນຳ ໄດ້ພາກັນທຳການ
ສຶກສາຄົ້ນຄວ້າຢ່າງໃຫຍ່ ກ່ຽວກັບ ສານ Novichok ແຕ່ຜູ້ກ່ຽວບໍ່ໄດ້ໃຫ້ຫຼັກຖານຢັ້ງຢືນ
ແນວໃດ.

ສ່ວນລັດຖະມົນຕີຕ່າງປະເທດ ເຊັກ ທ່ານ ມາຕິນ ສຕຣັອປນິກກີ ບໍ່ຍອມຮັບເອົາຄຳ
ເຫັນຂອງທ່ານນາງ ຊາຄາໂຣວາ ໂດຍເວົ້າວ່າ “ພວກເຮົາ ບໍ່ຍອມຮັບເອົາຄວາມເວົ້າ
ທີ່ບໍ່ມີພື້ນຖານເຊັ່ນນັ້ນ ທີ່ກ່າວເຖິງທີ່ມາ ຂອງສານ Novichok ດັ່ງກ່າວ.”

ດ້ວຍຮອຍແຕກລ້າວ ທີ່ຮ້າຍແຮງຕື່ມຂຶ້ນ ລະຫວ່າງ ຣັດເຊຍ ກັບ ອັງກິດ ກ່ຽວກັບ ສານ
ພິດທີ່ວາງໃສ່ອະດີດນັກສືບ ເຊີເກ ສກຣີປາລ ກັບລູກສາວ ອາຍຸ 33 ປີຂອງລາວ ທີ່ພົບ
ເຫັນສະຫຼົບຢູ່ໃນວັນທີ 4 ມີນາ ໃນເມືອງໂບດໃຫຍ່ທີ່ມິດງຽບຂອງ ອັງກິດ ນັ້ນ

ທ່ານນາງ ເທຣິຊາ ເມ ນາຍົກລັດຖະມົນຕີ ອັງກິດ ທີ່ໄດ້ຊຸກຍູ້ ໂດຍພວກຜູ້ແທນ ແລະ
ນັກວິເຄາະຂອງຕົນ ກໍບໍ່ໄດ້ລັງເລໃຈ ໂດຍຍຶດຊັບສິນຂອງ ຣັດເຊຍ ທີ່ພົວພັນກັບຜູ້ນຳ
ຣັດເຊຍ ທ່ານ ວລາດິເມຍ ປູຕິນ ທີ່ນຳມາລົງທຶນຢູ່ໃນ ອັງກິດ ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG