ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ປ້ອງກັນປະເທດ ເຕືອນວ່າ ຣັດເຊຍ ພ້ອມທີ່ຈະທ້າທາຍ ເພື່ອຄອບງໍາ ທາງທະຫານ


ຜູ້​ບັນຊາ​ການ​ກຳລັງທະຫານ​ສະຫະລັດ​ ໃນຢູ​ໂຣບ ນາຍ​ພົນ​ເຄີຕິ​ສ ສະກາປາຣົຕຕີ.
ຜູ້​ບັນຊາ​ການ​ກຳລັງທະຫານ​ສະຫະລັດ​ ໃນຢູ​ໂຣບ ນາຍ​ພົນ​ເຄີຕິ​ສ ສະກາປາຣົຕຕີ.

ການປຸກລະດົມເພື່ອປັບປຸ​ງ​ແລະ​ເສີມຂະຫຍາຍກອງທັບ​ຂອງຣັດ​ເຊຍໃຫ້ທັນສະໄໝ
ແມ່ນ​ເຮັດ​ໃຫ້ກຳລັງຂອງ​ສະຫະລັດ​ແລະ​ຢູ​ໂຣບຕົກຢູ່​ໃນ​ຄວາ​ມສ່ຽງ ຊຶ່ງ​ພວກ​ເຈົ້າ​ໜ້າ​ທີ່ປ້ອງກັນປະເທດບາງຄົນ ​ສະແດງ​ຄວາ​ມ​ເປັນ​ຫ່ວງວ່າ ໃນ​ບໍ່​ຊ້າ​ນີ້​ກຳລັງທະຫານ
ຂອງ​ມົສກູ ອາດ​ຈະທຳການ​ທ້າ​ທາຍ ຕໍ່​ສະຫະລັດແລະ​ປະເທດພັນທະ​ມິດເພື່ອຄອງ
ຄວາມເປັນເຈົ້າ​ ໃນ​ທົ່ວ​ທະວີບຢູໂຣບ.

ສ່ວນ​ໃຫຍ່​ຂອງ​ການເພັ່ງເລັງໃນໄລຍະ​ສອງສາມອາທິດ​ຜ່ານມາ​ນີ້ ​ກໍແມ່ນຄວາມໝັ້ນ
ໃຈຄັ້ງໃໝ່ ຂອງຣັດ​ເຊຍ ​ໃນ​ອາວຸດ​ນິວ​ເຄລຍຂອງ​ຕົນ ຫຼັງ​ຈາກປະທານາທິບໍດີວລາດີ
​ເມຍ​ ປູ​ຕິນ ໄດ້ຄຸຍໂມ້​ກ່ຽວ​ກັບ​ລະບົບ​ນຳ​ສົ່ງໃໝ່ 4 ຊະນິດ ທີ່ອອກ​ແບບ ​ເພື່ອເຮັດ​ໃຫ້
ການ​ປ້ອງ​ກັນຂອງ​ສະຫະລັດ “​ໃຊ້​ການບໍ່​ໄດ້​.”

​ຄວາມ​ເປັນ​ຫ່ວງ​ທີ່​ເທົ່າ​ທຽມ​ກັນອີກຢ່າງນຶ່ງ ​ຂອງບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດແລະ​ ຢູ​
ໂຣບ ​ເຖິງ​ຢ່າງ​ໃດ​ກໍ​ດີ ກໍແມ່ນການປັບປຸງ ​ກຳລັງ​ທາງທະຫານທຳມະດາຂອງຣັດເຊຍ
ຊຶ່ງ​ໄດ້​ມີການນຳສ​ະ​ແດງ ​ແລະ​ທົດ​ລອງ ​ຢູ່​ໃນ​ສະຖານທີ່​ຕ່າງໆ​ເຊັ່ນ ຢູ​ເຄຣນ ​ແລະ ຊີ
​ເຣຍ.

ພາບຖ່າຍຈາກວີດີໂອ ເຜີຍແຜ່ໂດຍ ໂທລະພາບຣັດເຊຍ ຜ່ານໂທລະພາບ ເອພີ ທີ່ເຫັນອາວຸດລັງສີ ຕິດຢູ່ກັບລົດບັນທຸກ.
ພາບຖ່າຍຈາກວີດີໂອ ເຜີຍແຜ່ໂດຍ ໂທລະພາບຣັດເຊຍ ຜ່ານໂທລະພາບ ເອພີ ທີ່ເຫັນອາວຸດລັງສີ ຕິດຢູ່ກັບລົດບັນທຸກ.

ຜູ້​ບັນຊາ​ການ​ກຳລັງທະຫານ​ສະຫະລັດ​ໃນ​ຢູ​ໂຣບ ນາຍ​ພົນ​ເຄີ​ຕິ​ສ ສະກາປາຣົຕຕີ ​
ໄດ້ກ່າວ​ຕໍ່​ບັນດາ​ສະ​ມາ​ຊິກ​ສະພາທີ່ນະຄອນຫຼວງ​ວໍ​ຊິງ​ຕັນ ​ໃນ​ວັນ​ພະຫັດ​ວານ​ນີ້
ໂດຍ​ເຕືອນ​ສະຫະລັດ​ວ່າ ບໍ່​ມີ​ທາງ​ເລືອກ ​ແຕ່​ຕ້ອງປັບປຸງກຳລັງຂອງຕົນໃຫ້ຢູ່ໃນ
ລະດັບດຽວກັນ. ​ທ່ານ​ກ່າວກ່ຽວກັບເລື້ອງນີ້​ວ່າ “ຣັດ​ເຊຍກຳລັງປັບປຸງກອງທັບຂອງ
ຕົນໃຫ້ທັນ​ສະ​ໄໝ​ໃນ​ລະດັບທີ່ບໍ່​ເຄີຍ​ເຫັນ​ມາ​ກ່ອນ ນັບ​ແຕ່​ສົງ​ຄາມ​ເຢັນສິ້ນສຸດລົງ.”

ກຳລັງທະຫານເນໂຕ ເຝິກຊ້ອມຍົກພົນຂຶ້ນບົກ ທີ່ ບານທອບສ໌ 2015.
ກຳລັງທະຫານເນໂຕ ເຝິກຊ້ອມຍົກພົນຂຶ້ນບົກ ທີ່ ບານທອບສ໌ 2015.

ທ່ານ​ກ່າວ​ຕື່ມອີກ​ວ່່າ “​ເຖິງ​ແມ່ນ​ວ່າຣັດ​ເຊຍ​ພວມປັບປຸງ​ກຳລັງຂອງຕົນໃຫ້ທັນສະໄໝ
​ແລະ​ຢູ່​ໃນ​ຄວາມ​ໄວ​ທີ່​ມີ​ໃນ​ປັດຈຸບັນ ​ແລະພວກ​ເຮົາກໍ​ຮູ້ວ່າ​ເຂົາ​ເຈົ້າ​ກຳ ລັງ​ເຮັດຢູ່ ພວກ
ເຮົາ​ຕ້ອງ​ຮັກສາ​ໄວ້ການປັບປຸງ​ຂອງ​ພວກ​ເຮົາຄືກັນ​ເພື່ອພວກ​ເຮົາຈະ​ສາມາດຄອງ
ຄວາມເປັນເຈົ້າ​ຢູ່​ໃນ​ບັນດາ​ເຂດ ທີ່​ພວກເຮົາ​ຄອບ​ງໍາຢູ່​ໃນ​ປັດຈຸບັນນີ້."

ຮອງປະທານາທິບໍດີສະຫະລັດ ທ່ານໄມຄ໌ ເພັນສ໌ ເຂົ້າຮ່ວມພິທີຕ້ອນຮັບ ທີ່ສະໜາມບິນ ໂກລູໂບບຊີ ໃກ້ກັບ ພອດໂກຣິກາ ມົງເຕນິໂກຣ.
ຮອງປະທານາທິບໍດີສະຫະລັດ ທ່ານໄມຄ໌ ເພັນສ໌ ເຂົ້າຮ່ວມພິທີຕ້ອນຮັບ ທີ່ສະໜາມບິນ ໂກລູໂບບຊີ ໃກ້ກັບ ພອດໂກຣິກາ ມົງເຕນິໂກຣ.

ນາຍ​ພົນ​ສະກາ​ປາຣົຕຕີ ຜູ້​ທີ່​ຍັງ​ຮັບ​ໜ້າທີ່​ເປັນ ຜູ້​ບັນຊາ​ການ​ສູງ​ສຸດຂອງກຳລັງພັນທະ
ມິດເນ​ໂຕ້ ຍັງ​ໄດ້​ເນັ້ນ​ຢໍ້າ​ວ່າ ຄວາມລົ້ມ​ແຫລວໃດໆກໍຕາມໂດຍ​ວໍ​ຊິງ​ຕັນ​ທີ່ບໍ່ສາມາດ
ສືບຕໍ່ ​ປັບປຸງ​ກຳລັງ​ຂອງຕົນໃຫ້ທັນສະໄໝໄດ້ນັ້ນ ອາດ​ຈະສົ່ງເສີມ​ໃຫ້ຣັດ​ເຊຍ​ທ້າ​ທາຍ​ສະຫະລັດ “ຢູ່ໃນ​ເກືອບທຸກ​ໆຂອບເຂດ ທາງດ້ານທະຫານ ​ໃນ​ປີ 2025.”

ນາຍ​ພົນ​ສະກາ​ປາຣົຕຕີ ກ່າວ​ວ່າ ຢູ່​ໃນບາງ​ຂົງ​ເຂດ​ ເຊັ່ນຂົ້ວ​ໂລກ​ເໜືອ ການ​ຄອບ​ງໍາ
ຂອງຣັດ​ເຊຍອາດ​ເກີດ​ຂຶ້ນໃນບໍ່​ຊ້າ​ນີ້ ໂດຍຄາດ​ຄະ​ເນ​ວ່າຣັດ​ເຊຍ​ອາດ​ສາມາດ​ເຂົ້າ
ຄວບ​ຄຸມເສັ້ນທາງໃນເຂດ​ພາກ​ເໜືອພາຍໃນ​ເວລາບໍ່ຮອດສອງ​ສາມ​ ປີ​ເທົ່າ​ນັ້ນ.

ບໍ່ມີແຕ່ ສະຫະລັດ ​ແລະອົງການ​ເນ​ໂຕ້ເທົ່ານັ້ນ ​ທີ່ມີ​ຄວາມ​ເປັນ​ຫ່ວງ​ກ່ຽວກັບເລື່ອງນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG