ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຣັດເຊຍ ເອີ້ນການ ກ່າວຫາ ກ່ຽວກັບ ການໃຊ້ ສານກະຕຸ້ນວ່າ "ບໍ່ມີຫຼັກຖານ"


ສະມາຊິກປ້ອງກັນຄວາມສະຫງົບຄົນໜຶ່ງ ຢືນເຝົ້າຕຶກຄະນະກຳມະການ ໂອລິມປິກ ຣັດເຊຍ ໃນນະຄອນຫຼວງ ມົສກູ, ຣັດເຊຍ. 9 ພະຈິກ, 2015.
ສະມາຊິກປ້ອງກັນຄວາມສະຫງົບຄົນໜຶ່ງ ຢືນເຝົ້າຕຶກຄະນະກຳມະການ ໂອລິມປິກ ຣັດເຊຍ ໃນນະຄອນຫຼວງ ມົສກູ, ຣັດເຊຍ. 9 ພະຈິກ, 2015.

ໃນວັນອັງຄານມື້ນີ້ຣັດເຊຍ ໄດ້ເອີ້ນການອ້າງຂໍ້ກ່າວຫາຕໍ່ນັກກິລາ ຂອງຕົນວ່າເປັນສ່ວນໜຶ່ງໃນການໃຊ້ສານກະຕຸ້ນຢ່າງກວ້າງຂວາງ ແລະ ພະຍາຍາມທີ່ຈະປົກປິດແມ່ນ "ບໍ່ມີຫຼັກຖານ" ແລະ ໄດ້ຢືນຢັນວ່າ ນະໂຍບາຍຂອງຕົນໄດ້ຍຶດໝັ້ນຢ່າງເຄັ່ງຄັດຕໍ່ ອົງການ ຕໍ່ຕ້ານການໃຊ້ ສານກະຕຸ້ນໃນທົ່ວໂລກ ແລະ ຄະນະກຳ ມະການ ໂອລິມປິກສາກົນ.

ຖະແຫຼງການນີ້ ໄດ້ມີຂຶ້ນໜຶ່ງມື້ຫຼັງຈາກອົງການຕໍ່ຕ້ານການໃຊ້ສານ ກະຕຸ້ນໂລກ ຫຼື WADA ໄດ້ເປີດເຜີຍລາຍງານຄວາມເສຍຫາຍ ກ່ຽວກັບບັນດານັກກິລາ, ຜູ້ຝຶກສອນ, ຄູຝຶກຊ້ອມ, ນາຍ ແພດ ແລະ ຫຼາຍໆສະຖາບັນຂອງ ຣັດເຊຍ, ລວມທັງອົງການຕໍ່ຕ້ານການໃຊ້ ສານກະຕຸ້ນ ຂອງປະເທດ ແລະ ຫ້ອງທົດລອງອັນເປັນທີ່ຍອມຮັບໃນ ມົສກູ ທີ່ໄດ້ຮັບມືກັບການ ທົດສອບ ສຳລັບກິລາໂອລິມປິກລະດູໜາວໃນເມືອງ Sochi.

ອາຄານອົງການຕໍ່ຕ້ານການໃຊ້ສານກະຕຸ້ນແຫ່ງຊາດ, RUSADA ໃນນະຄອນຫຼວງ ມົສກູ, ຣັດເຊຍ. 9 ພະຈິກ, 2015
ອາຄານອົງການຕໍ່ຕ້ານການໃຊ້ສານກະຕຸ້ນແຫ່ງຊາດ, RUSADA ໃນນະຄອນຫຼວງ ມົສກູ, ຣັດເຊຍ. 9 ພະຈິກ, 2015

ໂຄສົກວັງ Kremlin ທ່ານ Dmitry Peskov ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານມື້ນີ້ວ່າ ຫຼັກຖານແມ່ນຍັງບໍ່ໄດ້ຖືກສະເໜີຂຶ້ນ ເພື່ອຢືນຢັນເທື່ອ.

ໃນເວລາດຽວກັນ, ກະຊວງ ກິລາ ຂອງ ຣັດເຊຍ ກໍໄດ້ອອກຖະແຫຼງການຂອງຕົນເອງກ່າວວ່າ ຕົນໄດ້ມີຄວາມລະມັດລະວັງຕໍ່ບັນຫາດັ່ງກ່າວໃນບັນດານັກກິລາຂອງ ຣັດເຊຍ ແລະ ໄດ້ປະ ກາດຄຳໝັ້ນສັນຍາຂອງຕົນເພື່ອຕໍ່ສູ້ກັບການໃຊ້ສານກະຕຸ້ນໃນການກິລາ. ກະຊວງນີ້ກ່າວວ່າ ຕົນພ້ອມແລ້ວທີ່ຈະຮ່ວມມືກັບອົງການ WADA ເພື່ອລົບລ້າງການລ່ວງລະເມີດໂດຍຫ້ອງທົດ ລອງ ແລະ ອົງການຕໍ່ຕ້ານການໃຊ້ສານກະຕຸ້ນຂອງຕົນເອງ.

ການລາຍງານຂອງອົງການ WADA ເຊິ່ງໄດ້ຖືກເປີດເຜີຍໃນວັນຈັນວານນີ້ ໄດ້ສະເໜີແນະ ໃຫ້ຄະນະກຳມະການໂອລິມປິກສາກົນ ແລະ ສະຫະພັນກິລາສາກົນ, ຄະນະກຳມະການ ແລ່ນແລະລານ, ໃຫ້ໂຈະ ຣັດເຊຍໄວ້ຈາກການເຂົ້າແຂ່ງຂັນ.

ຫົວໜ້າກິລາຂອງ ອອສເຕຣເລຍ ທ່ານ Phil Jones ໄດ້ເຂົ້າຮ່ວມໃນການຮຽກຮ້ອງຕໍ່ຕ້ານ ກິລາ ໂອລິມປິກ ຣັດເຊຍ, ໂດຍກ່າວໃນວັນອັງຄານມື້ນີ້ວ່າ ມັນຍັງເຫຼືອເວລາບໍ່ພໍກ່ອນກິລາ ລະດູຮ້ອນຈະຈັດຂຶ້ນໃນປະເທດ ບຣາຊິລ ເພື່ອຈະສ້າງຄວາມແນ່ໃຈວ່ານັກກິລາຂອງ ຣັດເຊຍ ມີຄວາມສະອາດບໍລິສຸດ. ຫົວໜ້າຂອງ ກິລາ ອັງກິດ ໄດ້ກ່າວຕໍ່ໂທລະພາບ BBC ວ່າ ຣັດເຊຍ ບໍ່ຄວນເຂົ້າຮ່ວມໃນການແຂ່ງຂັນທີ່ ນະຄອນ Rio de Janeiro.

XS
SM
MD
LG