ເຈົ້າໜ້າທີ່ຣັດເຊຍທ່ານນຶ່ງກ່າວວ່າ ຮ່າງຍັດຕິສະບັບນຶ່ງ
ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ວ່າດ້ວຍ
ການຊ່ອຍເຫຼືອດ້ານມະນຸດສະທຳແກ່ຊີເຣຍ ໄດ້ຖືກຮ່າງ
ຂຶ້ນມາ ໃນຖານະເປັນເຄື່ອງເຕືອນລ່ວງໜ້າຕໍ່ການເຂົ້າ
ແຊກແຊງທາງທະຫານ ແລະວ່າ ຣັດເຊຍຈະບໍ່ປ່ອຍໃຫ້
ມີການຮັບຮອງເອົາເດັດຂາດ.
ສື່ມວນຊົນຣັດເຊຍ ໄດ້ອ້າງຄໍາເວົ້າຂອງທ່ານ Gennady
Gatilov ຮອງລັດຖະມົນຕີຕ່າງ ປະເທດ ທີ່ກ່າວໃນວັນພຸດ
ມື້ນີ້ວ່າ ຮ່າງຍັດຕິສະບັບນີ້ ເປັນທີ່ຮັບເອົາບໍ່ໄດ້ໃນຮູບແບບ
ປັດຈຸ ບັນ. ທ່ານ Sergei Lavrov ລັດຖະມົນຕີຕ່າງປະ
ເທດຣັດເຊຍ ເອີ້ນການເອົາມາດຕະການດັ່ງກ່າວວ່າ ເປັນຄວາມພະຍາຍາມແຕ່ພຽງ
ຝ່າຍດຽວ ເພື່ອຕຳໜິຕິຕຽນລັດຖະບານຊີເຣຍ.
ປະທານາທິບໍດີບາຣັກ ໂອບາມາ ແຫ່ງສະຫະລັດ ກ່າວຢູ່ໃນການຖະແຫຼງຂ່າວ ຮ່ວມ
ກັນກັບປະທານາທິບໍດີ Francois Hollande ແຫ່ງຝຣັ່ງວ່າ ນອກຈາກຣັດເຊຍແລ້ວ
ແມ່ນມີຄວາມເຫັນພ້ອມພຽງ ຢ່າງເປັນເອກະສັນກັນ ໃນບັນດາສະມາຊິກ ຂອງສະພາ
ຄວາມໝັ້ນຄົງກ່ຽວກັບຮ່າງຍັດຕິສະບັບນີ້ເພື່ອອະນຸມັດໃຫ້ພວກພະນັກງານຊ່ອຍເຫຼືອ
ເຂົ້າໄປຮອດໄປ ເຖິງສະຖານທີ່ຕ່າງໆໄດ້ຫຼາຍຂຶ້ນ ຊຶ່ງທ່ານໂອບາມາກ່າວວ່າ:
“ລັດຖະມົນຕີຕ່າງປະເທດ John Kerry ແລະບຸກຄົນອື່ນໆໄດ້ສົ່ງສານໂດຍ
ກົງທີ່ສຸດຕໍ່ຣັດເຊຍທີ່ວ່າ ພວກເຂົາເຈົ້າບໍ່ສາມາດກ່າວໄດ້ວ່າ ເຂົາເຈົ້າມີ
ຄວາມເປັນຫ່ວງກັງວົນກ່ຽວກັບສະວັດດີພາບຂອງປະຊາຊົນຊີເຣຍ ເວລາມີ
ພວກພົນລະເຮືອນທີ່ອຶດຫິວ ແລະວ່າ ບໍ່ພຽງແຕ່ຊີເຣຍເທົ່ານັ້ນທີ່ເປັນຜູ້ຮັບ
ຜິດຊອບ ແຕ່ພວກຣັດເຊຍກໍເປັນຜູ້ຮັບຜິດຊອບເຊັ່ນກັນ ຖ້າຫາກພວກເຂົາ
ເຈົ້າຫາກຂັດຂວາງຕໍ່ຮ່າງຍັດຕິສະບັບນີ້. ມາດຕະການທີ່ຮ່າງຂຶ້ນນີ້ ຂົ່ມຂູ່ທີ່
ຈະທຳການລົງໂທດຕໍ່ພວກໃດກໍຕາມ ທີ່ຂັດຂວາງຕໍ່ການສົ່ງເຄື່ອງຊ່ອຍເຫຼືອ
ບັນເທົາທຸກເຂົ້າໄປໃນຊີເຣຍ.”
ທ່ານໂອບາມາ ກ່າວຕື່ມວ່າ ໃນປັດຈຸບັນນີ້ ທ່ານບໍ່ຄຶດວ່າ ຈະມີການແກ້ໄຂທາງທະຫານ
ສຳລັບວິກິດການໃນຊີເຣຍ ແຕ່ວ່າ ຖ້າສະຖານະການຫາກຍັງສືບຕໍ່ປ່ຽນແປງໄປ ແລະ
ທ່ານຈະຊອກຫາວິທີທາງທຸກຢ່າງ ທີ່ເປັນໄປໄດ້ ເພື່ອແກ້ໄຂວິກິດການນີ້.