ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

71 ຄົນ ຢູ່ໃນເຮືອບິນ ທີ່ຕົກລົງ ໃກ້ກັບ ນະຄອນຫຼວງ ມົສກູ ໄດ້ເສຍຊີວິດໝົດ


ໜ່ວຍງານສຸກເສີນ ຢູ່ທີ່ເກີດເຫດ ບ່ອນທີ່ເຮືອບິນ Antonov AN-148 ຢູ່ໃນຂົງເຂດ ໄດ້ບິນຂຶ້ນບໍ່ດົນ ອອກຈາກສະໜາມ
ບິນ Domodedovo ຂອງນະຄອຫຼວງມົສກູ ຫຼັງຈາກທີ່ໄດ້
ຕົກລົງ, ວັນທີ 11 ກຸມພາ 2018.
ໜ່ວຍງານສຸກເສີນ ຢູ່ທີ່ເກີດເຫດ ບ່ອນທີ່ເຮືອບິນ Antonov AN-148 ຢູ່ໃນຂົງເຂດ ໄດ້ບິນຂຶ້ນບໍ່ດົນ ອອກຈາກສະໜາມ ບິນ Domodedovo ຂອງນະຄອຫຼວງມົສກູ ຫຼັງຈາກທີ່ໄດ້ ຕົກລົງ, ວັນທີ 11 ກຸມພາ 2018.

ທິມກູ້ໄພສຸກເສີນ ແລະບັນດານັກສືບສວນຂອງຣັດ ໄດ້ຊອກຄົ້ນຫາຊິ້ນສ່ວນ ຊາກສົບ
ແລະຮ່ອງຮອຍຕ່າງໆ ຢູ່ໃນທົ່ງພຽງ ປົກຄຸມດ້ວຍຫິມະ ນອກນະຄອນຫຼວງມົສກູ ໃນວັນ
ຈັນມື້ນີ້ ຫຼັງຈາກທີ່ເຮືອບິນລຳນຶ່ງ ໄດ້ຕົກລົງ ນຶ່ງວັນຜ່ານມານີ້ ໂດຍທີ່ໄດ້ສັງຫານ 71 ຄົນ
ຢູ່ເທິງເຮືອບິນທັງໝົດ ລວມທັງພະນັກງານ ແລະ ເດັກນ້ອຍ 3 ຄົນ.

ມີຜູ້ໂດຍສານຈຳນວນ 65 ຄົນ ຢູ່ເທິງເຮືອບິນ ໂດຍມີອາຍຸ ຕັ້ງແຕ່ 5 ປີ ຮອດ 79 ປີ
ອີງຕາມບັນຊີ ທີ່ໄດ້ຖືກນຳອອກເຜີຍແຜ່ ໂດຍກະຊວງຮັບຜິດຊອບເຫດສຸກເສີນຂອງ
ຣັດເຊຍ ເຊິ່ງບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບສັນຊາດຂອງພວກເຂົາເຈົ້າ.

Russia Investigates Passenger Plane Crash Near Moscow
please wait

No media source currently available

0:00 0:02:21 0:00

ຫຼາຍກວ່າ 400 ຄົນ ແລະ ຍານພາຫະນະ 70 ຄັນ ໄດ້ຖືກສົ່ງໄປປະຕິບັດໜ້າທີ່ ຢູ່
ສະຖານທີ່ເກີດເຫດ ອີງຕາມການກ່າວຂອງກະຊວງທີ່ວ່ານັ້ນ.

ປະທານາທິບໍດີ ເວີລາດີເມຍ ປູຕິນ ໄດ້ສັ່ງໃຫ້ຄະນະກຳມາທິການພິເສດ ທຳການສືບ
ສວນ ສອບສວນ ຫາສາເຫດວ່າແມ່ນຫຍັງທີ່ເຮັດໃຫ້ເຮືອບິນ Antonov AN-148
ຕົກລົງບໍ່ດົນຫຼັງຈາກທີ່ໄດ້ບິນຂຶ້ນໄປ.

ຄວາມຜິດພາດຂອງມະນຸດ ຄວາມຜິດພາດດ້ານເທັກນິກ ແລະສະພາບອາກາດ
ທັງຫຼາຍ ອາດລວມຢູ່ໃນສາເຫດຂອງການອຸບັດຕິເຫດດັ່ງກ່າວ ອີງຕາມຄະນະ
ກຳມະການ ສືບສວນຂອງຣັດເຊຍ ເຊິ່ງບໍ່ໄດ້ເອີ່ຍເຖິງຄວາມເປັນໄປໄດ້ ຂອງ
ການກໍ່ການຮ້າຍ.

ເຮືອບິນອາຍພົ່ນໃນຂົງເຂດ ທີ່ດຳເນີນການໂດຍ ສາຍການບິນ Saratov Airlines
ໄດ້ອອກເດີນທາງ ຈາກ ສະໜາມບິນ Domodedovo ເພື່ອບິນໄປຍັງເມືອງ Orsk
ຢູ່ໃນຂົງເຂດ Orenburg ເວລາທີ່ມັນໄດ້ຕົກຢູ່ໃກ້ໆກັບເມືອງ Argunovo ຫ່າງຈາກ
ນະຄອນຫຼວງມົສກູ ໄປທາງກ້ຳຕາເວັນອອກສຽງໃຕ້ ປະມານ 80 ກິໂລແມັດ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວຕໍ່ບັນດາ ນັກຂ່າວຖະແຫລງ ຢູ່ໃນຫ້ອງການໂອໂວລ ຂອງທຳນຽບຂາວ, ວັນທີ 9 ກຸມພາ 2018, ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຕໍ່ບັນດາ ນັກຂ່າວຖະແຫລງ ຢູ່ໃນຫ້ອງການໂອໂວລ ຂອງທຳນຽບຂາວ, ວັນທີ 9 ກຸມພາ 2018, ໃນນະຄອນຫຼວງ ວໍຊິງຕັນ.


ເຮືອບິນລຳດັ່ງກ່າວມີອາຍຸທຳງານ ໄດ້ 7 ປີ ໄດ້ຫາຍສາບສູນໄປ ຈາກເຣດາ ພຽງບໍ່
ເທົ່າໃດນາທີ ຫຼັງຈາກທີ່ໄດ້ບິນອອກຈາກສະໜາມບິນນະຄອນຫຼວງ ທີ່ມີເຮືອບິນ
ບິນຂຶ້ນລົງຫຼາຍທີ່ສຸດ ອັນດັບສອງຂອງປະເທດ ແລະ ໄດ້ຕົກລົງດ້ວຍຄວາມໄວ
6,700 ແມັດຕໍ່ນາທີ ໃນວິນາທີສຸດທ້າຍ ກ່ອນຕົກລົງສູ່ພື້ນດິນ ອີງຕາມການລາຍງານ
ຂອງ ເວັບໄຊ FlightRadar24.

ສື່ມວນຊົນຂອງຣັດເຊຍລາຍງານວ່າ ພວກພະນັກງານກູ້ໄພ ໄດ້ພົບເຫັນເຄື່ອງບັນທຶກ
ອັນນຶ່ງຂອງສາຍການບິນ ແຕ່ບໍ່ເປັນທີ່ແຈ້ງຂາວ ວ່າ ມັນເປັນເຄື່ອງບັນທຶກຂໍ້ມູນ ຫຼືສຽງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG