ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫີບບັນທຶກ ການບິນ ຂອງເຮືອບິນໂດຍສານ ທີ່ຕົກລົງ ໃນຣັດເຊຍ ໄດ້ຮັບຄວາມເສຍຫາຍ ຢ່່າງໜັກ


Russia Plane Crash
please wait
Embed

No media source currently available

0:00 0:01:59 0:00

ບັນດາຜູ້ຊ່ຽວຊານດ້ານການບິນໄດ້ເລີ່ມສືບສວນສອບສວນ
ເຮືອບິນຂອງສາຍການບິນ FlyDubai ທີ່ໄດ້ຕົກໃນຕອນເຊົ້າ ຂອງວັນເສົາທີ່ຜ່ານມາໃນພາກໃຕ້ຂອງປະເທດ ຣັດເຊຍ,
ເຮັດໃຫ້ຜູ້ໂດຍສານແລະ ພະນັກງານຢູ່ໃນເຮືອບິນທັງໝົດ
62 ຄົນເສຍຊີວິດ.

ແນວໃດກໍຕາມ, ບັນດາເຈົ້າໜ້າທີ່ການບິນ ຣັດເຊຍ ໄດ້ກ່າວ
ວ່າ ເຮືອບິນມີກ່ອງບັນທຶກຂໍ້ມູນ 2 ກ່ອງ ໄດ້ຮັບຄວາມເສຍຫາຍ
ຢ່າງແຮງ ແລະ ໄດ້ເຕືອນວ່າ ມັນອາດໃຊ້ເວລາຫຼາຍເດືອນ ທີ່
ຈະກອບກູ້ຂໍ້ມູນທີ່ນຳໄປສູ່ສາເຫດຂອງການຕົກຂອງເຮືອບິນໄດ້.

ບັນດານັກສືບສວນສອບສວນຈາກ ຣັດເຊຍ, ສະຫະລັດ ອາເມຣິກາ ແລະ ສະຫະລັດ
ອາຣັບ ເອມີເຣດສ໌ ໄດ້ໃຊ້ເວລາໃນວັນອາທິດວານນີ້ ຊອກຫາຮ່ອງຮອຍ ຂອງການຕົກ
ຈາກຊາກຫັກພັງຂອງເຮືອບິນລຳນັ້ນ.

ສາເຫດຂອງການຕົກແມ່ນຍັງບໍ່ທັນຮູ້ເທື່ືອ, ແຕ່ລົມທີ່ພັດຢ່າງຮຸນແຮງ ອາດເປັນສາເຫດ
ທີ່ເຮັດໃຫ້ເຮືອບິນລຳດັ່ງກ່າວຕົກ.

ໃນຂະນະດຽວກັນ, ຜູ້ທີ່ອາໄສຢູ່ໃນເມືອງທີ່ໃກ້ຄຽງໄດ້ນຳເອົາດອກໄມ້ ແລະ ໄຕ້ທຽນ
ຢູ່ສະຖານທີ່ໄວ້ອາໄລທີ່ຕັ້ງຂຶ້ນຢູ່ທາງເຂົ້າສູ່ສະໜາມບິນໃນເມືອງ Rostov-on-Don.

ເຈົ້າໜ້າທີ່ສະໜາມບິນໄດ້ກ່າວໃນວັນອາທິດວານນີ້ວ່າ ພວກເຂົາເຈົ້າໄດ້ມີແຜນ ທີ່ຈະ
ເປີດຄືນການໃຊ້ງານຂອງສະໜາມບິນໃນວັນຈັນມື້ນີ້.

ຖ້ຽວບິນ 98 ຂອງສາຍການບິນ FlyDubai ແມ່ນເຮືອບິນ Boeing 737 ຖືກໃຊ້ງານໄດ້
ພຽງ 5 ປີເທົ່ານັ້ນ ແລະ ໄດ້ຮັບການບຳລຸງຮັກສາເປັນຢ່າງດີໃນຕົ້ນປີນີ້. ສາຍການບິນ
ດັ່ງກ່າວ, ເຊິ່ງໄດ້ເລີ່ມການປະຕິບັດການໃນປີ 2009, ມີສະຖິຕິດ້ານຄວາມປອດໄພ ທີ່
ແຂງແຮງ. ດ້ວຍອຸບັດເຫດຂອງວັນເສົາທີ່ຜ່ານມານີ້ ໄດ້ເປັນເຫດການທີ່ຮ້າຍແຮງ ເຖິງ
ແກ່ຊີວິດ ຄັ້ງທຳອິດ ໃນປະຫວັດຂອງສາຍການບິນລາຄາປະຫຍັດນີ້.

XS
SM
MD
LG