ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

44 ຄົນ​ເສຍຊີວິດ ໃນເຫດເຮືອບິນຕົກ ຢູ່ຣັດເຊຍ


ອຸບັດຕິ​ເຫດ​ເຮືອບິນ​​ໂດ​ຍສານຕົກ​ໃນ​ພາກ​ເໜືອ​ຂອງຣັດ​ເຊຍ​.
ອຸບັດຕິ​ເຫດ​ເຮືອບິນ​​ໂດ​ຍສານຕົກ​ໃນ​ພາກ​ເໜືອ​ຂອງຣັດ​ເຊຍ​.


ທາງການຂອງ​ຣັດ​ເຊຍກ່າວ​ວ່າ ​ມີ 44 ຄົນ ​ເສຍຊີວິດ​ແລະ 8 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນອຸບັດ
ຕິເຫດ​ເຮືອບິນໂດ​ຍສານຕົກ ​ໃນຕອນເດິກຂອງຄືນ​ວັນ​ຈັນ​ວານ​ນີ້ທີ່ ແຄວ້ນ Karelia ​ໃນ​
ພາກ​ເໜືອ​ຂອງຣັດ​ເຊຍ​.

ເຮືອບິນ Tupolev 134 ​ພ້ອມດ້ວຍຜູ້​ໂດຍສານແລະພະນັກງານຈໍານວນ 52 ຄົນ ທີ່​ພະ
ຍາຍາມ​ຈະ​ລົງ​ຈອດ​ຢູ່ສະໜາມ​ບິນ​ Petrozavodsk ຫ່າງ​ຈາກກຸງ Moscow ​ໄປ​ທາງ​ພາກ
​ຕາເວັນ​ຕົກສຽງ​ເໜືອປະມານ 650 ກິໂລແມັດ​ ​ເວລາເຮືອບິນ​ລໍາ​ດັ່ງກ່າວ​ໄດ້​ຕົກລົງ​ໃສ່​ທາງ
ຫຼວງ ທີ່ຢູ່​ໃກ້ໆ​ນັ້ນ​ແລ້ວ​ກໍລຸກໄໝ້ເປັນແປວໄຟ.

ພວກ​ທີ່​ລອດ​ມາ​ໄດ້​ນັ້ນ​ໄດ້​ຖືກ​ນໍາ​ສົ່ງ​ໂຮງພະຍາບານ​ເມືອງ Petrozavodsk.

ລາຍ​ງານຂ່າວ​ຂອງຣັດ​ເຊຍ ອ້າງ​ເອົາ​ຄໍາ​ເວົ້າ​ຂອງ​ພວກເຈົ້າໜ້າທີ່ ທີ່ກ່າວວ່າ ສະພາບອາ
ກາດທີ່ບໍ່​ດີ​ອາດມີສ່ວນ​ທີ່ພາໃຫ້​ເກີດ​ອຸບັດຕິ​ເຫດໃນ​ຄັ້ງ​ນີ້​ ​ແຕ່​ຄວາມ​ຜິດພາດ​ຂອງມະນຸ​ດກໍ
​ມີຄວາມເປັນໄປໄດ້. ​ມີ​ລາຍ​ງານ​ວ່າ​ມີໝອກໜາ​ປົກ​ຄຸມ​ໃນ​ບໍລິເວນດັ່ງກ່າວໃນຂະນະ​ທີ່​ເກີດ ​ເຫດນັ້ນ.

ອົງການຂ່າວ RIA novosti ໄດ້​ອ້າງ​ເອົາ​ຄໍາ​ເວົ້າ​ຂອງລັດຖະມົນຕີ​ສາທາລະນະ​ສຸກ​ຂອງ​
ແຄ້ວ​ນ Karelia ​ທ່ານ​ນາງ Valentina Ulich ທີ່​ກ່າວວ່າ ​ໃນ​ຈໍາ​ນວນ​ຂອງພວກ​ທີ່​ເສຍ​
ຊີວິດ​ນັ້ນ ​ແມ່ນ​ມີຊາວ Sweden ຜູ້​ນຶ່ງ. ອົງການຂ່າວນີ້ຍັງ​ລາຍ​ງານ​ວ່າ ພວກ​ກູ້​ໄພ​ທີ່​ປະຕິ
ບັດງານຢູ່ບ່ອນເກີດອຸບ​ັດຕິ​ເຫດໄດ້ພົບ​ເຫັນເຄື່ອງບັນທຶກ​ສຽງຂອງຖ້ຽວບິນທັງສອງເຄື່ອງ
ແລ້ວ. ເຮືອບິນ​ລໍາ​ນີ້​ແມ່ນ​ໄດ້​ມຸ້ງໜ້າ​ໄປ​ຍັງ​ເມືອງ Petrozavodsk ຈາກສະໜາມ​ບິນ
Domodedovo ​ຂອງກຸງ Moscow​.

XS
SM
MD
LG