ບັນດາເຈົ້າໜ້າທີ່ຣັດເຊຍກ່າວວ່າ ເຮືອບິນຂະໜາດກາງລໍາ ນຶ່ງໄດ້ເກີດອຸບັດເຫດຕົກລົງໃນພາກຕາເວັນຕົກຂອງຣັດເຊຍໃນວັນເສົາວານນີ້ ເຮັດໃຫ້ພວກຢູ່ໃນເຮືອບິນທັງໝົດ 6 ຄົນເສຍຊີວິດ ຮວມທັງນັກບິນຊາວມຽນມາ 2 ຄົນ.
ກະຊວງຮັບຜິດຊອບສະຖານນະການສຸກເສີນຂອງຣັດເຊຍ ກ່າວວ່າ ເຮືອບິນໄອພົ່ນໂດຍສານ Antonov An-148 ທີ່ມີ 2 ເຄື່ອງຈັກ ໄດ້ຕົກລົງໃນລະຫວ່າງການຝຶກບິນໃນຂົງເຂດ Belgorod ຊຶ່ງຢູ່ຫ່າງຈາກກຸງມອສກູໄປທາງທິດໃຕ້ປະມານ 600 ຫລັກກິໂລແມັດ.
ສະຖານທູດມຽນມາປະຈໍາກຸງມອສກູກ່າວວ່າ ຕົນບໍ່ມີຂ່າວໃດໆກ່ຽວກັບອຸບັດເຫດເຮືອບິນຕົກນີ້.
ພວກອົງການຂ່າວສານຣັດເຊຍອ້າງຄໍາເວົ້າຂອງພວກເຈົ້າໜ້າທີ່ທີ່ໂຮງງານສ້າງເຮືອບິນດັ່ງກ່າວວ່າ ເຮືອບິນລໍານີ້ມີໝາຍກໍານົດທີ່ຈະສົ່ງໄປໃຫ້ມຽນມາໃນຂັ້ນຕໍ່ໄປ.