ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ ຣັດເຊຍ ລົງຄະແນນສຽງ ຫ້າມນັກຂ່າວ ວີໂອເອ ແລະ ຢູໂຣບເສລີ ເຂົ້າສະພາ


ບັນດາສະມາຊິກສະພາ ຂອງຣັດເຊຍ ພາກັນລົງຄະແນນສຽງ ຢູ່ທີ່ສະພາດູມາຂອງຣັດເຊຍ, ສະພາຕ່ຳຂອງຣັດເຊຍ ໃນນະຄອນຫຼວງ ມົສກູ, ວັນທີ 15 ພະຈິກ 2017.
ບັນດາສະມາຊິກສະພາ ຂອງຣັດເຊຍ ພາກັນລົງຄະແນນສຽງ ຢູ່ທີ່ສະພາດູມາຂອງຣັດເຊຍ, ສະພາຕ່ຳຂອງຣັດເຊຍ ໃນນະຄອນຫຼວງ ມົສກູ, ວັນທີ 15 ພະຈິກ 2017.

ສະພາຕ່ຳຂອງຣັດເຊຍ ໄດ້ລົງຄະແນນສຽງ ໃນວັນພຸດມື້ນີ້ ເພື່ອຫ້າມ ບໍ່ໃຫ້ພວກ
ນັກຂ່າວ ຂອງວີໂອເອ ແລະວິທະຍຸ ຢູໂຣບເສລີ ແລະ ວິທະຍຸລີເບີຕີ ເຂົ້າໄປເອົາ
ຂ່າວ ໃນລັດຖະສະພາ.

ການຕັດສິນໃຈດັ່ງກ່າວ ໂດຍສະພາດູມາ ຂອງ ຣັດເຊຍ ມີຂຶ້ນນຶ່ງມື້ ຫຼັງຈາກ ກະ
ຊວງຍຸຕິທຳຂອງປະເທດໄດ້ລະບຸໃຫ້ 9 ສື່ມວນຊົນທີ່ໄດ້ຮັບທຶນຈາກລັດຖະບານ
ສະຫະລັດ ນັ້ນ ວ່າເປັນ “ຜູ້ຕາງໜ້າຂອງຕ່າງປະເທດ”.

Russia US Media
please wait
Embed

No media source currently available

0:00 0:00:33 0:00

ການລະບຸໃນວັນອັງຄານວານນີ້ ໄດ້ກົດດັນໃຫ້ ອົງການຂ່າວຂອງສະຫະລັດ ປະຕິບັດ
ຕາມຂໍ້ກຳນົດຕ່າງໆ ແບບດຽວກັນ ທີ່ນຳໃຊ້ກັບ ອົງການທີ່ບໍ່ຂຶ້ນກັບລັດຖະບານ ທີ່ໄດ້
ຮັບທຶນຈາກຕ່າງປະເທດ ພາຍໃຕ້ ກົດໝາຍສະບັບປີ 2012 ນັ້ນ. ອົງການຂ່າວຕ່າງໆ
ໃນຂໍ້ມູນຂ່າວສານໃດ ທີ່ພວກເຂົາພິມເຜີຍແຜ່ ຫຼື ອອກອາກາດ ແກ່ຜູ້ຟັງຂອງຣັດເຊຍ
ຈະຕ້ອງໄດ້ກ່າວເຖິງ ການກຳນົດຂອງພວກເຂົາເຈົ້າ ວ່າເປັນ “ຜູ້ຕາງໜ້າຂອງຕ່າງ
ປະເທດ.”

ພວກເຂົາເຈົ້າຈະຕ້ອງໄດ້ມອບບົດລາຍງານເປັນປະຈຳ ກ່ຽວກັບ ເງິນທຶນ ແລະ ຈຸດ
ປະສົງ ຂອງພວກເຂົາເຈົ້າ ພວກເຂົາໃຊ້ຈ່າຍ ເງິນຂອງພວກເຂົາ ແບບໃດ ແລະ
ພວກຜູ້ຈັດການຂອງພວກເຂົາເຈົ້າ ແມ່ນຜູ້ໃດ.

ທ່ານນາງ ແຮເຕີ ນາວເອີຣຕ໌ ໂຄສົກຂອງກະຊວງການຕ່າງປະເທດ ສະຫະລັດ
ໄດ້ບອກບັນດານັກຂ່າວ ໃນວັນອັງຄານວານນີ້ ວ່າ ການເຄື່ອນໄຫວນັ້ນ ແມ່ນ “ຜິດ”
ແລະ ກ່າວຕື່ມວ່າ ກະຊວງການຕ່າງປະເທດ ແມ່ນມີຄວາມເປັນຫ່ວງວ່າ ຖານະໃໝ່ນີ້
ອາດພາໃຫ້ມີການຮາວີລົບກວນ ຕໍ່ພວກນັກຂ່າວຂອງສະຫະລັດ.

ການເຄື່ອນໄຫວຂອງມົສກູ ໃນວັນອັງຄານວານນີ້ ໄດ້ມີຂຶ້ນ ໃນການຕອບໂຕ້ ຕໍ່ການ
ເຄື່ອນໄຫວຂອງວໍຊິຕັນ ເມື່ອເດືອນແລ້ວນີ້ ທີ່ໄດ້ບັງຄັບ ໃຫ້ ອົງການຂ່າວ RT ເຊິ່ງ
ຮູ້ຈັກກັນໃນໄລຍະຜ່ານມາວ່າ ຣັດເຊຍໃນປັດຈຸບັນ ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ
ທີ່ໄດ້ຮັບທຶນຈາກ ວັງເຄຣມລິນ ລົງທະບຽນພາຍໃຕ້ ກົດໝາຍວ່າດ້ວຍ ການລົງທະບຽນ
ເປັນຜູ້ຕາງໜ້າຂອງຕ່າງປະເທດ ທີ່ຍັງຮູ້ຈັກກັນ ໃນຊື່ຫຍໍ້ວ່າ “FARA.” ກົດໝາຍນີ້
ບັງຄັບໃຫ້ພວກທີ່ເປັນຕົວແທນຂອງລັດຖະບານຕ່າງປະເທດ ເປີດເຜີຍຕໍ່ສາທາລະນະ
ສາຍພົວພັນຂອງພວກຕົນ.

ເມື່ອສັບປະດາແລ້ວນີ້ ຄະນະກຳມະການຂອງບັນດານັກຂ່າວ ທີ່ອອກໜັງສືຮັບຮອງ
ໃຫ້ແກ່ສື່ມວນຊົນ ເຂົ້າໄປເກັບກຳຂ່າວ ຢູ່ໃນລັດຖະສະພາສະຫະລັດ ນັ້ນ ໄດ້ຖອນໜັງ
ສືຮັບຮອງ ສຳລັບ ອົງການຂ່າວ RT ໂດຍອ້າງເຖິງກົດໝາຍການຂຶ້ນທະບຽນ FARA
ນັ້ນ. ສະພາຕ່ຳຂອງຣັດເຊຍ ຫຼື ດູມາ ກ່າວວ່າ ຕົນຈະລົງຄະແນນສຽງ ໃນສັບປະດານີ້ ກ່ຽວກັບວ່າ ຕົນຈະຫ້າມ ອົງການສືມວນຊົນທັງ ຫຼາຍ ທີ່ໄດ້ຖືກລະບຸວ່າ ເປັນຜູ້ຕາງໜ້າ
ຂອງຕາງປະເທດ ເຂົ້າໄປເອົາຂ່າວໃນສະພາໄດ້ຫຼືບໍ່. ບັນດາເຈົ້າໜ້າທີ່ຂອງຣັດເຊຍ
ໄດ້ເອີ້ນຮ່າງກົດໝາຍໃໝ່ ວ່າ ເປັນ “ການຕອບທີ່ຄ້າຍຄືກັນ” ຕໍ່ອັນທີ່ພວກເຂົາເຈົ້າ
ອະທິບາຍວ່າ ເປັນການກົດດັນຂອງສະຫະລັດ ຕໍ່ສື່ມວນຊົນຂອງຣັດເຊຍ.

ໃນການຕອບໂຕ້ ຕໍ່ການເຄື່ອນໄຫວ ຂອງຣັດເຊຍ ໃນວັນອັງຄານວານນີ້ ຜູ້ອຳນວຍ
ການ ວິທະຍຸ ວີໂອເອ ທ່ານນາງ ອາແມນດາ ເບັນເນັດ ໄດ້ກ່າວວ່າ ກະຊວງຍຸຕິທຳ
ຂອງຣັດເຊຍ ໄດ້ສະແດງຮ່ອງຮອຍໃຫ້ເຫັນວ່າ ການລະບຸໃໝ່ ຈະພວກພັນກັບ
“ຂໍ້ຈຳກັດ” ຫຼາຍຂຶ້ນ ໃນວຽກງານຂອງວີໂອເອ ຢູ່ໃນຣັດເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG