ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ ຣັດເຊຍ ອະນຸມັດ ການເຂົ້າເປັນ ສະມາຊິກ ອົງການໆຄ້າໂລກ


ສະມາຊິກສະພາຣັດເຊຍ ໄດ້ໃຫ້ສັດຕະຍາບັນຕໍ່ການເຂົ້າເປັນສະມາຊິກ ຂອງຣັດເຊຍ ໃນອົງການໆຄ້າໂລກ World Trade Organization
ສະມາຊິກສະພາຣັດເຊຍ ໄດ້ໃຫ້ສັດຕະຍາບັນຕໍ່ການເຂົ້າເປັນສະມາຊິກ ຂອງຣັດເຊຍ ໃນອົງການໆຄ້າໂລກ World Trade Organization

ສະມາຊິກ​ສະພາຣັດ​ເຊຍ ​ໄດ້ໃຫ້​ສັດຕະຍາບັນຕໍ່ການ​ເຂົ້າເປັນ​ສະມາຊິກ​ຂອງຣັດ​ເຊຍ ​ໃນ​ອົງ
ການໆຄ້າ​ໂລກ ຊຶ່ງ​ລາຍ​ເຊັນ​ຂອງປະທານາທິບໍດີ Vladimir Putin ​ຈະເປັນ​ບາດກ້າວ​ສຸດ​
ທ້າຍ ​ໃນ​ຄວາມ​ພະຍາຍາມ ທີ່​ໄດ້ໄຊ້​ເວລາເກືອບ​ສອງ​ທົດ​ສະວັດ​ ຈຶ່ງ​ສຳ​ເລັດ​ລົງ​ນັ້ນ.

ສະພາ​ສູງຣັດ​ເຊຍ ​ໄດ້​ໃຫ້ການ​ອະນຸມັດໃນ​ວັນ​ພຸດມື້ນີ້. ສ່ວນສະພາ​ຕໍ່າ​ໄດ້​ລົງຄະ ​ແນນ​ສຽງ​
ສະໜັບສະໜູນ ​ການ​ເປັນ​ເຂົ້າ​ເປັນ​ສະມາຊິກ​ຂອງຣັດ​ເຊຍ​ໃນ​ອົງການ ການ​ຄ້າ​ໂລກ ໃນ​
ອາທິດ​ແລ້ວ​ນີ້.

ຣັດ​ເຊຍ ​ເປັນ​ປະ​ເທດທີ່​ມີ​ເສດຖະກິດ​ໃຫຍ່ຈຸ​ສຸດ​ທ້າຍ ທີ່ຍັງ​ຢູ່​ນອກອົງການໆ​ຄ້າ​ໂລກ ກ່ອນ​
ທີ່​ກຸ່ມ​ດັ່ງກ່າວ​ຊຶ່ງມີ​ສະມາຊິກ 153 ປະ​ເທດ ໄດ້​ຮັບ​ເອົາ​ເຂົ້າ​ເປັນ​ສະ ມາ​ຊິກ​ຢ່າງ​ເປັນ​ທາງ​ການ
ໃນ​ເດືອນ​ທັນ​ວາປີ​ກາຍ​ນີ້.

​ເພື່ອ​ເປັນ​ການ​ແລກປ່ຽນ ຣັດ​ເຊຍ ​ໄດ້​ຕົກລົງ​ທີ່​ຈະ​ຈຳກັດ​ການ​ເກັບ​ພາສີ ຈຳກັດ ​ໃຫ້​ເງິນອຸດ
ໜຸນ​ຕ່າງໆ ​ແລະ​ອະ​ນຸຍາດ​ໃຫ້​ທະນາຄານ​ຕ່າງປະ​ເທດ ​ເຂົ້າ​ໄປ​ເຮັດ ທຸລະ​ກິດ​ໄດ້​ຢ່າງ​ເສລີ​
ຫຼາຍຂຶ້ນ. ທຸລະ​ກິດ​ຂອງຣັດ​ເຊຍຈໍານວນ​ນຶ່ງ​ໄດ້​ຄັດ​ຄ້ານ​ການ​ເຂົ້າເປັນ​ສະມາຊິກ​ຂອງ​ອົງ
ການໆ​ຄ້າ​ໂລກ ທີ່​ໄດ້​ຈັດຕັ້ງແລະ​ສັງ​ເກດການ​ເບິ່ງ​ກົດ​ລະບຽບ​ການ​ຄ້າ​ຂອງໂລກ ​ໂດຍ​ກ່າວ​
ວ່າ ພວກ​ເຂົາ​ເຈົ້າຈະ​ບໍ່​ສາມາດ​ແຂ່ງຂັນ​ຢູ່​ໃນ​ຕະຫລາດ​ໂລກ​ໄດ້.

ຣັດ​ເຊຍ ​ໄດ້​ສະມັກ​ເຂົ້າ​ເປັນ​ສະມາຊິກຂອງ​ອົງການໆຄ້າ​ໂລກ ຄັ້ງ​ທໍາ​ອິດ​ໃນ​ປີ 1993​.

XS
SM
MD
LG