ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍຈັດຊ້ອມ ຂະບວນແຫ່ ສະ​ແດງອາວຸດ ຍຸດໂທປະກອນ (ວີດິໂອ)


ເບິ່ງວີດິໂອ ຂະບວນພາເຫຣດ ສະແດງອາວຸດ ຍຸດໂທປະກອນທາງທະຫານ ຂອງຣັດເຊຍ, ຄືນວັນທີ 3 ພຶດສະພາ 2013.

ຣັດເຊຍໄດ້ຈັດ​ຂະ​ບວນ​ແຫ່ສະ​ແດງ ອາວຸດຍຸດໂທປະກອນ
ທາງທະຫານ ໃນວັນສຸກ ຜ່ານມານີ້ ຢູ່ນະຄອນຫລວງມອສ​ໂຄ.
ຂະ​ບວນ​ແຫ່ ລົດຖັງ ແລະລົດຫຸ້ມເກາະ ​ໄດ້​ມີ​ຂຶ້ນໃນເວລາກາງ
ຄືນ ​ແລະ ເປັນການຝຶກຊ້ອມເພື່ອສະເຫລີມສະຫລອງ ວັນແຫ່ງ
ໄຊຊະນະສົງຄາມໂລກຄັ້ງ ທີສອງຂອງ​ຣັດ​ເຊຍ ທີ່ຈະມາເຖິງນີ້.

ການສະຫລອງວັນຄົບຮອບ 68 ປີ ແຫ່ງໄຊຊະນະຂອງຣັດເຊຍຕໍ່ນາຊີເຢຍຣະມັນ ຈະມີ
ຂຶ້ນຢູ່ຈະຕຸລັດແດງໃນວັນທີ 9 ພຶດສະພາ ຄື​ວັນ​ພະຫັດ​ອາທິດ​ນີ້.
XS
SM
MD
LG