ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ແລະ ປາ​ກິ​ສ​ຖານ ປຶກ​ສາ​ຫາ​ລື ກ່ຽວ​ກັບ "ການ​ພົວ​ພັນ​ທີ່​ມີ​ຜົນ" ກັບ​ກຸ່ມ​ຕາ​ລີ​ບານ ອັ​ຟ​ການ​ິ​ສ​ຖານ


ທຸງ​ຕາ​ລີ​ບານ ປິວ​ສະ​ບັດ​ຢູ່​ສະ​ໜາມ​ບິນໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ, 9 ກັນ​ຍາ 2021.
ທຸງ​ຕາ​ລີ​ບານ ປິວ​ສະ​ບັດ​ຢູ່​ສະ​ໜາມ​ບິນໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ, 9 ກັນ​ຍາ 2021.

ຣັດ​ເຊຍ ແລະ ປາ​ກິ​ສ​ຖານ ໄດ້​ກ່າວ​ຢ້ຳ​ໃນ​ການ​ເຈ​ລະ​ຈາ​ສອງ​ຝ່າຍ​ເມື່ອ​ວັນ​ພຸດ​ວານນີ້​ ກ່ຽວ​ກັບ ຄວາມ​ຈຳ​ເປັນ​ສຳ​ລັບ “ການ​ພົວ​ພັນ​ທີ່​ມີ​ຜົນ” ກັບ​ກຸ່ມ​ຕາ​ລີ​ບານ​ຂອງ ອັ​ຟ​ກາ​ນິ​ສ​ຖານ ແຕ່​ໄດ້​ປະ​ຕິ​ເສດ​ການ​ຮັບ​ຮູ້​ ຜູ້​ປົກ​ຄອງ​ອິ​ສ​ລາມ​ນັ້ນ​ ຢ່າງ​ເປັນ​ທາງ​ການ ຈົນ​ກວ່າ​ເຂົາ​ເຈົ້າ​ຈະ​ແກ້​ໄຂ ​ບັນ​ຫາຄວາມ​ເປັນ​ຫ່ວງ​ຂອງ​ສາ​ກົນ ກ່ຽວ​ກັບ ສິດ​ທິ​ຂອງ​ແມ່​ຍິງ ແລະ ການ​ປົກ​ຄອງ​ແບບລວມມີ​ທຸກ​ພັກ​ຝ່າຍ.

ທູດ​ພິ​ເສດ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທີ່​ຮັບ​ຜິດ​ຊອບ​ສຳ​ລັບ ອັ​ຟ​ກາ​ນິ​ສ​ຖານ, ທ່ານ ຊາ​ເມຍ ຄາ​ບູ​ລອ​ຟ, ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂອງ​ທ່ານ​ໃນ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ປາ​ກິ​ສ​ຖານ​ໃນ​ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ ແລະ ໄດ້​ທຳ​ການ​ລາຍ​ງານ​ສັ້ນ​ຕໍ່​ເຂົາ​ເຈົ້າ ກ່ຽວ​ກັບ ການ​ປະ​ຊຸມ​ຂອງ​ທ່ານ​ໃນ​ຕົ້ນ​ເດືອນນີ້​ກັບ​ກຸ່ມ​ຕາ​ລີ​ບານ ​ໃນ​ນະ​ຄອນຫຼວງ ກາ​ບູ​ລ.

ທ່ານ ຄາ​ບູ​ລອ​ຟ ໄດ້​ກ່າວ​ວ່າ​ມົ​ສ​ກູ ຈະ​ສືບ​ຕໍ່​ພົວ​ພັນ​ກັບ​ກຸ່ມ​ຕາ​ລີ​ບານ ແຕ່ບໍ່​ໄດ້​ພິ​ຈາ​ລະ​ນາ​ການມອບ​ຄວາມ​ຖືກ​ຕ້ອງ​ຕາມ​ກົດ​ໝາມ​ຕໍ່​ຜູ້​ປົກ​ຄອງ​ທີ່​ແທ້​ຈິງ​ຂອງ ອັ​ຟ​ກາ​ນິ​ສ​ຖານ “ສຳ​ລັບ​ໄລ​ຍະ​ນີ້,” ແຫຼ່ງ​ຂ່າວ​ຂອງ​ທາງ​ການ​ປາ​ກິສ​ຖານ ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ ໃຫ້​ຮູ້​ຂໍ້​ມູນ​ຂອງ​ການ​ປະ​ຊຸມ ​ໃນ​ວັນ​ພຸດ​ວານ​ນີ້​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ.

ແຫຼ່ງ​ຂ່າວ​ດັ່ງ​ກ່າວ​ໄດ້​ຢ້ຳ​ຄຳ​ເວົ້າ​ຂອງ​ທູດ​ພິ​ເສດ ຣັດ​ເຊຍ​ວ່າ ທ່ານ “ໄດ້​ແນະ​ນຳ” ກຸ່ມ​ອິ​ສ​ລາມ ຕາ​ລີ​ບານ ໃຫ້​ດຳ​ເນີນ​ໄປ​ໜ້າ​ກັບ​ການ​ສ້າງ​ລັດ​ຖະ​ບານທີ່ມີ​ທຸກ​ພັກ​ຝ່າຍ​ທາງ​ການ​ເມືອງ ແລະ ຫຼຸດ​ຜ່ອນ​ຂໍ້​ຈຳ​ກັດ​ຕໍ່​ແມ່​ຍິງ, ໂດຍ​ເວົ້າ​ວ່າບໍ່​ດັ່ງ​ນັ້ນ​ມັນ​ຈະ​ບໍ່​ສາ​ມາດ ​ມີ​ການ​ເດີນ​ໄປ​ໜ້າ​ຕໍ່​ບັນ​ຫາ​ຂອງ​ຄວາມ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ ​ເຂົາ​ເຈົ້າ, ຫຼື ອັ​ຟ​ກາ​ນິ​ສ​ຖານ ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ທີ່​ສຳ​ຄັນ​ຈາກ​ໂລກ.

ຖະ​ແຫຼງ​ການ​ສັ້ນ​ຂອງ​ປາ​ກິ​ສ​ຖານ ທີ່​ໄດ້​ເອົາ​ລົງ​ໃນ​ທວິດ​ເຕີ ຫຼັງ​ຈາກ​ການ​ປະ​ຊຸມ​ຂອງ​ທ່ານ ຄາ​ບູ​ລອ​ຟ ກັບ ຮອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ທ່ານ​ນາງ ຮີ​ນາ ຣາບ​ບາ​ນີ ຄາ ໄດ້​ກ່າວ​ວ່າທັງ​ສອງ​ຝ່າຍ “ໄດ້​ກ່າວ​ຢ້ຳ​ຄວາມ​ຈຳ​ເປັນ​ສຳ​ລັບ​ການ​ພົວ​ພັນ​ທີ່​ມີ​ຜົນ​ກັບ​ລັດ​ຖະ​ບານ​ຊົ່ວ​ຄາວຂ​ອງ ອັ​ຟາ​ນິ​ສ​ຖານ.”

ຝ່າຍ ປາ​ກິ​ສ​ຖານ ຍັງ​ໄດ້​ກ່າ​ວ​ຢ້ຳ​ວ່າລັດ​ຖະ​ບານ ອິ​ສ​ລາ​ມາ​ບັດ ແມ່ນບໍ່ໄດ້​ພິ​ຈາ​ລະ​ນາ​ການ​ຮັບ​ຮູ້​ກຸ່ມ​ຕາ​ລີ​ບານ​ຢ່າງ​ເປັນ​ທາງ​ການ ແລະ ມີ​ແຕ່​ຈະ​ເຮັດ​ຮ່ວມ​ກັນ​ກັບ​ປະ​ຊາ​ຄົມ​ສາ​ກົນ, ອີງ​ຕາມ​ກາ​ນ​ກ່າວ​ຂອງ​ແຫຼ່ງ​ຂ່າວ.

ຖະ​ແຫຼງ​ການ​ຢ່າງ​ເປັນ​ທາງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່​ຖືກ​ເປີດ​ເຜີຍ​ໃນ​ເວ​ລາ​ຕໍ່​ມາ ໄດ້​ສະ​ໜອງ​ລາຍ​ລະ​ອຽດ​ສອງ​ສາມ​ຢ່າງ ກ່ຽວ​ກັບ ການ​ປະ​ຊຸມ​ດັ່ງ​ກ່າວ ແລະ ບໍ່​ໄດ້​ກ່າວ​ເຖິງ​ບັນ​ຫາ​ຂອງ​ການ​ຮັບ​ຮູ້ອຳ​ນາດ​ການ​ປົກ​ຄອງ​ທີ່​ແທ້​ຈິງ​ຂອງ ອັ​ຟ​ກາ​ນິ​ສ​ຖານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG