ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ສັ່ງໃຫ້ ສະຫະລັດ ຫລຸດຈຳນວນ ນັກການທູດ ແລະພະນັກງານ


ຕຳຫລວດຣັດເຊຍຄົນນຶ່ງ ຢືນຢູ່ຕໍ່ໜ້າທາງເຂົ້າ ສະຖານທູດ ສະຫະລັດ ທີ່ນະຄອນມົສກູ.
ຕຳຫລວດຣັດເຊຍຄົນນຶ່ງ ຢືນຢູ່ຕໍ່ໜ້າທາງເຂົ້າ ສະຖານທູດ ສະຫະລັດ ທີ່ນະຄອນມົສກູ.

ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ກ່າວໃນ​ວັນ​ສຸກ​ມື້ນີ້ວ່າ ຕົນ​ໄດ້ເອົາ​ມາດ​ຕະການ​
ຕອບໂຕ້ ຕໍ່​ການ​ລົງ​ໂທດສະບັບ​ໃໝ່ຂອງ​ສະຫະລັດ ທີ່​ລັດຖະສະພາ​ໄດ້​ຮັບຮອງ​ເອົາ​
ໃນ​ວັນ​ພະຫັດວານ​ນີ້. ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍກ່າວ​ວ່າ ການ​ລົງ​ໂທດ​ດັ່ງ
ກ່າວ ​ແມ່ນ​ຢືນຢັນ​ໃຫ້​ເຫັນ​ເຖິງ “ການ​ຮຸກ​ຮານ​ຢ່າງ​ແຮງ​ຂອງ​ສະຫະລັດ​ຕໍ່​ກິດຈະການ
ສາກົນ.”

ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ກ່າວ​ວ່າ “ພວກ​ເຮົາ​ໄດ້​ສະ​ເໜີ​ໃຫ້​ຝ່າຍ​ສະຫະລັດ
ສົ່ງ​ເຈົ້າໜ້າ​ທີ່​ການ​ທູດ​ແລະພະນັກງານ​ທາງ​ດ້ານ​ເທັກ​ນິກ ທີ່​ເຮັດ​ວຽກ​ຢູ່​ສະຖານທູດ​
ສະຫະລັດ​ໃນ​ນະຄອນຫຼວງມົສກູແລະ​ກົງສຸນ​ໃຫຍ່ ຕາມຈຳນວນ​ທີ່ເທົ່າ​ກັນ​ ກັບ​ພວກ​
ນັກ​ການ​ທູດ​ຣັດ​ເຊັຍ ​ແລະ​ເຈົ້າໜ້າ​ທີ່​ເທັກ​ນິກ ຢູ່​ໃນ​ສະຖານທູດ​ສະຫະລັດ” ຊຶ່ງຣັດ
​ເຊຍ​ເວົ້າວ່າ ການ​ຫລຸດ​ເຈົ້າໜ້າ​ທີ່​ດັ່ງກ່າວ​ນີ້ ຈະ​ເຮັດ​ໃຫ້​ຈຳນວນ​ນັກ​ການ​ທູດ​ສະຫະ
ລັດ​ແລະ​ພະນັກງານລົງ​ມາເປັນ 455 ຄົນ.

ບັນດາສະມາຊິກ​ສະພາ​ສະຫະລັດ ​ໄດ້ໃຫ້ການອະນຸມັດຕໍ່ຮ່າງ​ກົດໝາຍການ​ລົງ​ໂທດ
ສະບັບໃໝ່ ບໍ່​ພຽງ​ແຕ່​ຕໍ່ຣັດ​ເຊຍ ​ແຕ່​ຍັງ​ຮວມທັງອີຣ່ານ ​ແລະ​ເກົາຫລີ​ເໜືອນຳ​ດ້ວຍ.

ບັດ​ດາ​ສະມາຊິກ​ສະພາ​ສູງ​ໄດ້ໃຫ້ການ​ອະນຸມັດ​ຢ່າງ​ຖ້ວມ​ລົ້ນ ຕໍ່​ຮ່າງ​ກົດໝາຍດັ່ງກ່າວ​
ດ້ວຍຄະ​ແນນ​ສຽ​ງ 98 ຕໍ່ 2 ນຶ່ງ​ມື້​ຫລັງ​ຈາກ​ສະພາ​ຕໍ່າ ​ແລະ​ສະພາ​ສູງ​ເຫັນ​ພ້ອມນຳ​ກັນ
​ກ່ຽວກັບ​ເງື່ອນ​ໄຂ​ຕ່າງໆ.

ທ່ານ Bob Corker ສະມາຊິກ​ສະພາ​ສູງ​ພັກຣີພັບ​ບລິ​ກັນ ​ໄດ້​ປະກາ​ດຂໍ້​ຕົກລົງນີ້​ຢູ່​
ໃນ​ຖະ​ແຫລ​ງການ​ໃນ​ຕອນ​ແລງ​ວັນ​ພຸດ​ທີ່​ຜ່ານ​ມາ ​ໂດຍ​ເວົ້າ​ວ່າ ​ໄດ້​ມີ​ຂຶ້ນ​ຫລັງ​ຈາກ
​ການ​ສົນທະນາ ກັບຜູ້ນຳ​ສຽງ​ສ່ວນ​ຫລາຍ​ໃນ​ສະພາ​ຕ່ຳ ທ່ານ Kevin McCarthy.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣໍາ ກ່າວຢູ່ທີ່ທຳນຽບຂາວ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣໍາ ກ່າວຢູ່ທີ່ທຳນຽບຂາວ.

ສະພາ​ຕໍ່າ​ໄດ້ຮັບ​ຜ່ານ​ຮ່າງ​ກົດໝາຍ​ດັ່ງກ່າວ ດ້ວຍຄະ​ແນນ​ສຽງ 419 ຕໍ່ 3.

ທ່ານ Corker ​ໄດ້ປະ​ຕິ​ເສດ ​ກ່ອນ​ໜ້ານີ້ ​ທີ່​ຮວມ​ເອົາ​ການ​ລົງ​ໂທດເກົາຫລີ​ເໜືອ​ເຂົ້າ
ນຳ ​ຊຶ່ງໃນ​ຕອນ​ຕົ້ນທ່ານຢາກ​ແກ້​ໄຂບັນຫາ​ດັ່ງກ່າວ​ຢູ່​ຮ່າງ​ກົດໝາຍນຶ່ງ​ຕ່າງຫາກ. ​ແຕ່​
ວ່າ​ທ່ານ​ໄດ້​ຖອນ​ການ​ຄັດຄ້ານເຫລົ່າ​ນັ້ນ ​ແລະ​ກ່າວ​ວ່າ ສະພາ​ຕໍ່າ ຈະ​ຕ້ອງເຮັດ​ວຽກ​
ເພີ້​ມ ​ໃນ​ການ​ໃຊ້ພາສາ ສຳລັບ​ລົງ​ໂທດ​ເກົາຫລີ​ເໜືອ. ບັນດາ​ສະມາຊິກ​ສະພາ​ໄດ້​ຊຸກ
ຍູ້ໃຫ້​ມີການ​ລົງ​ໂ​ທດຕໍ່ຣັດ​ເຊຍໜັກ​ຂຶ້ນ ເພື່ອ​ເປັນ​ການ​ຕອບ​ໂຕ້ ​ທີ່ຣັດ​ເຊຍ​ພົວພັນ​ໄດ້​
ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງປະທານາທິບໍສະຫະລັດ ​ໃນ​ປີ 2016.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir ປະຕິ​ເສດ​ການຕໍ່​ກ່າວ​ຫາ ​ແລະ​ບໍ່​ເຫັນ​ພ້ອມ​
ນຳການ​ລົງ​ໂທດສະບັບໃໝ່​ຕໍ່​ປະ​ເທດ​ຂອງ​ທ່ານ.

ຮ່າງ​ກົດໝາຍ​ສະບັບ​ນີ້ ​ແມ່ນ​ໄດ້​ແນ​ໃສ່​ເພື່ອ​ສ້າງຜົນ​ກະທົບ​ ​ໃນ​ຂອບ​ເຂດ​ທີ່​ກວ້າງ
ຂວາງ ​ຕໍ່​ອຸດສາຫະກຳຣັດ​ເຊຍ ​ໂດຍ​ໂຈມ​ຕີ​ການ​ເງິນຂອງ​ປະ​ເທດ​ດັ່ງກ່າວ​ໂດຍ​ກົງ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

Congress Russia Sanctions
please wait

No media source currently available

0:00 0:00:40 0:00

XS
SM
MD
LG