ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ຝ່າຍຄ້ານ ຣັດເຊຍ ຖືກປ່ອຍ ໃນຂະນະ ທີ່ລໍຖ້າ ການຂໍອຸທອນ


ພວກນັກເຄື່ອນໄຫວຝ່າຍຄ້ານ ໃນຣັດເຊຍ ພາກັນເດີນຂະບວນສະໜັບສະໜຸນ ທ່ານ Alexei Navalny ທີ່ຖືກຕັດສິນໂທດຈຳຄຸກ 5 ປີ ຢູ່ທີ່ນະຄອນ St. Petersburg (18 ກໍລະກົດ 2013)
ພວກນັກເຄື່ອນໄຫວຝ່າຍຄ້ານ ໃນຣັດເຊຍ ພາກັນເດີນຂະບວນສະໜັບສະໜຸນ ທ່ານ Alexei Navalny ທີ່ຖືກຕັດສິນໂທດຈຳຄຸກ 5 ປີ ຢູ່ທີ່ນະຄອນ St. Petersburg (18 ກໍລະກົດ 2013)
ສານແຫ່ງນຶ່ງຂອງຣັດເຊຍ ໄດ້ສັ່ງໃຫ້ປ່ອຍຜູ້ນຳຝ່າຍຄ້ານ ທ່ານ
Alexei Navalny ໃນວັນສຸກມື້ນີ້ ໃນລະຫວ່າງທີ່ລໍຖ້າການຂໍອຸ
ທອນ ຕໍ່ການຕັດສິນໂທດຈຳຄຸກເປັນເວລາ 5 ປີ ໃນຂໍ້ຫາຖານ
ສໍ້ໂກງເງິນ.

ສານຕັດສິນວ່າ ການຄຸມຂັງ ທ່ານ Navalny ໄວ້ນັ້ນ ຈະເປັນ
ການກີດກັນບໍ່ໃຫ້ທ່ານມີສິດ ລົງສະໝັກແຂ່ງຂັນເອົາຕຳແໜ່ງ
ເຈົ້າຄອງນະຄອນຫຼວງມົສກູຊຶ່ງຈະມີຂຶ້ນໃນວັນທີ 8 ກັນຍາຈະ
ມານີ້.

ທ່ານ Navalny ໄດ້ຖືກຕັດສິນໂທດໃນວັນພະຫັດວານນີ້ໃນຖານສໍ້ໂກງເງິນຄ້າໄມ້ 5 ແສນ
ໂດລາຈາກບໍລິສັດລັດວິສາຫະກິດເວລາທ່ານເຮັດວຽກເປັນທີ່ປຶກສາເຈົ້າແຂວງໃນປີ 2009 ທ່ານໄດ້ຖືກຄຸມຂັງໃນທັນທີ ລຸນຫຼັງທີ່ໄດ້ມີການອອກຄຳຕັດສິນແລ້ວ.

ປະຊາຊົນຊາວຣັດເຊຍຈຳນວນຫຼາຍພັນຄົນ ຢູ່ໃນຫລາຍໆຫົວເມືອງ ໄດ້ພາກັນໂຮມຊຸມນຸມ ເດີນຂະບວນຕໍ່ຕ້ານການຕັດສິນໂທດດັ່ງກ່າວ.

ທຳນຽບຂາວກ່າວໃນວັນພະຫັດວານນີ້ວ່າ ຕົນຮູ້ສຶກເສຍໃຈເປັນທີ່ສຸດກ່ຽວກັບການຕັດສິນ ໂທດດັ່ງກ່າວ ທີ່ທາງທຳນຽບຂາວເອີ້ນວ່າ ເປັນໂຕຢ່າງອັນຫລ້າສຸດ ຂອງທ່າອຽງທີ່ລົບກວນ ຈິດໃຈ ແນໃສ່ເພື່ອກົດຂີ່ການສະແດງຄວາມບໍ່ພໍໃຈຂອງສັງຄົມພົນລະເຮືອນຢູ່ໃນຣັດເຊຍ.

ຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ ທ່ານນາງ Catherine Ash-
ton ກ່າວວ່າ ທ່ານນາງມີຄວາມວິຕົກກັງວົນ ກ່ຽວກັບການພິພາກສາ ແລະ ລົງໂທດທ່ານ Navalny ໂດຍເວົ້າວ່າ ຂໍ້ຫາເຫຼົ່ານີ້ບໍ່ໄດ້ມີການພິສູດຢືນຢັນເລີຍໃນລະຫວ່າງການດຳເນີນ ຄະດີ.

ຜູ້ນຳຝ່າຍຄ້ານ ອາຍຸ 37 ປີຂອງຣັດເຊຍ ຊຶ່ງໄດ້ເປີດເຜີຍກ່ຽວກັບການສໍ້ລາດບັງຫຼວງ ໃນ ວົງການລັດຖະບານນັ້ນເວົ້າວ່າ ຂໍ້ຫາດັ່ງກ່າວແມ່ນມີຈຸດປະສົງທາງດ້ານການເມືອງແລະມີ ເຈດຕະນາທີ່ຈະປິດປາກປິດສຽງຂອງທ່ານ.

ໃນປີກາຍນີ້ ທ່ານ Navalny ໄດ້ເຮັດໃຫ້ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໂກດແຄ້ນ ຍ້ອນເປັນຜູ້ນໍາພາການປະທ້ວງຢູ່ຕາມຖະໜົນຫົນທາງໃນນະຄອນຫຼວງຂອງ ຣັດເຊຍ.

ນອກນັ້ນ ທ່ານ Navalny ໄດ້ຊ່ວຍຈັດການປະທ້ວງຄັ້ງໃຫຍ່ໆຫຼາຍໆຄັ້ງ ເລີ້ມແຕ່ປີ 2011 ເປັນຕົ້ນມາ ເພື່ອຕໍ່ຕ້ານການສໍ້ໂກງຄະແນນສຽງໃນການເລືອກຕັ້ງ ຕາມທີ່ໄດ້ມີການກ່າວ ຫາ ແລະການກັບຄືນສູ່ຕໍາແໜ່ງປະທານາບໍດີຣັດເຊຍອີກຄັ້ງນຶ່ງຂອງທ່ານ Putin.
XS
SM
MD
LG