ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຝ່າຍຄ້ານ ຣັດເຊຍ ເລືອກເອົາ ຄະນະນຳພາ ເພື່ອຈັດປະທ້ວງ


A diver feeds a ray with heart-shaped squid meat dyed red at the Sunshrine Aquarium in Tokyo as a feature for Valentine's Day.
A diver feeds a ray with heart-shaped squid meat dyed red at the Sunshrine Aquarium in Tokyo as a feature for Valentine's Day.
ບັນດາ​ຝ່າຍ​ຄ້ານ​ຂອງຣັດ​ເຊຍ​ ໄດ້​ພາກັນເລືອກ​ເອົາຄະນະ​ນຳ
ພາ​ທີ່​ມີ​ສະມາຊິກ​ 45 ຄົນ ທາງອິນ​ເຕີ​ແນັດ ທີ່​ຈະມີໜ້າ​ທີ່​ໃນ
​ການ​ນໍາພາ​ຈັດ​ການປະ​ທ້ວງ ຢູ່ຕາ​ມຖະໜົນຫົນທາງ​ຄັ້ງ​ໃຫຍ່ ​
ເພື່ອ​ໃຫ້​ເປັນ​ຂະ​ບວນ ການທີ່ແໜ້ນໜາກວ່າ​ເກົ່າ ຕໍ່ຕ້ານປະ
ທານາທິບໍດີ Vladimir Putin.


ບັນດາ​ຜູ້​ນໍາພາ​ກ່າວ​ວ່າ ​ເກືອບ 82.000 ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ລົງ​ຄະແນ​ນສຽງ ທີ່ໄດ້ສີ້​ນ ສຸດ​ລົງ​ໃນ​ວັນ​ຈັນ​ວານນີ້. ຜູ້​ນໍາ​ຝ່າຍ​ຄ້ານ ທ່ານ Alexander Navalny ​ໄດ້​ຮັບ​ຄະນະ​ສຽງ​ຫລາຍ​ກວ່າ​ເຄິ່ງນຶ່ງ​ຂອງ​ການ​ປ່ອນ​ບັດ.

ການ​ປ່ອນ​ບັດໄດ້​ມີ​ຂື້ນ​ ທ່າມກາງ​ການກົດ​ດັນ​ທີ່​ມີ​ເພີ້ມຂຶ້ນຂອງ​ລັດຖະ ບານ​ຕໍ່​ພວກ​ຝ່າຍ​ຄ້ານ. ຜູ້​ນໍາ​ຂັ້ນ​ສູງ​ຄົນ​ນຶ່ງ​ຂອງພັກ Just Russia ທ່ານ Leonid Razvozzhayev ​ໄດ້​ຖືກ​ຈັບ​ໃນ​ວັນ​ອາທິດ​ແລ້ວ. ​ເຈົ້າໜ້າ​ທີ່ລັດຖະ ບານ ​ກ່າວ​ວ່າ ທ່ານໄດ້ເຂົ້າມອບ​ຕົວ ​ແລະ​ໄດ້​ສາລະພາບ​ວ່າ ​ທ່ານ​ພົວພັນ​ກັບ​ການຈັດ​ຕັ້ງໃນ​ການ​ກໍ່ຄວາມ​ບໍ່​ສະຫງົບ​ຄັ້ງ​ໃຫຍ່​ໃນຣັດ​ເຊຍ. ບັນດາ​ຜູ້​ສະໜັບສະໜູນທ່ານ Razvozzhayev ກ່າວ​ວ່າ ທ່ານໄດ້​ຖືກ​ລັກພາ​ໂຕ​ຈາກ Ukraine ​ແລະ​ການ​ໃຫ້​ສາລະພາບຂອງ​ທ່ານ​ນັ້ນ​ແມ່ນ ​ໄດ້​ມາ​ດ້ວຍ​ການ​ທໍລະ​ມານ.

ອົງການ​ຂ້າ​ຫລວງ​ໃຫຍ່ສະຫະ​ປະຊາ​ຊາດຮັບຜິດຊອບ​ເລື່ອງ​ອົບ​ພະ​ຍົບ ຫຼື UNHCR ທີ່​ນະຄອນ Kyiv ​ໃຫ້ການ​ຢືນຢັນວ່າ ທ່ານ Rasvozzhayev ​ໄດ້​ຫາຍ​ສາບ​ສູນ​ໄປ ຫລັງ​ຈາກ​ໄດ້​ລົງທະບຽນກັບ​ອົງການດັ່ງ​ກ່າວ ​ໃນ​ວັນ​ທີ 9 ເດືອນຕຸລາຜ່ານ​ມາ.

ອາທິດ​ແລ້ວ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່ ​ໄດ້​ເລີ້ມ​ລົງມືສືບສວນ ​ຜູ້ນຳ​ພັກ​ນິຍົມ​ຊ້າຍ ທ່ານ Sergei Udaltsov ​ແລະສະມາຊິກຂອງ​ພັກ ທ່ານ Konstatin Lebedev ​ໃນ​ຂໍ້ວ່າ ເຂົາ​ເຈົ້າ​ເປັນ​ຜູ້​ວາງ​ແຜນ​ຈັດ​ຕັ້ງ​ການ ກໍ່​ຈະລາຈົນ​ຄັ້ງ​ໃຫຍ່ ​ທີ່​ກຸງມົສກູ ​ໃນ​ເດືອນ​ພຶດສະພາຜ່ານ​ມ
XS
SM
MD
LG