ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ກ່າວວ່າ ເຂົາເຈົ້າຢາກ ວິເຄາະ ການຖືກຫ້າມ ເຂົ້າຮ່ວມກິລາ ໂອລິມປິກ ລະດູໜາວ


ປະທານຄະນະກຳມະການ ກິລາໂອລິມປິກຂອງ ຣັດເຊຍ ທ່ານ ອາເລັກແຊນເດີ ຊູຄອຟ ກ່ອນພິທີນຳສະເໜີ ຊຸດເຄື່ອງແບບກິລາໂອລິມປິກຣັດເຊຍ ຢ່າງເປັນທາງ ການ ສຳລັບການແຂ່ງຂັນ ກິລາໂອລິມປິກລະດູໜາວ 2018 ທີ່ເມືອງ ພຽງຊາງ ປະເທດ ເກົາຫຼີໃຕ້, ໃນນະຄອນຫຼວງ ມົສກູ, ຣັດເຊຍ. 29 ພະຈິກ 2017.
ປະທານຄະນະກຳມະການ ກິລາໂອລິມປິກຂອງ ຣັດເຊຍ ທ່ານ ອາເລັກແຊນເດີ ຊູຄອຟ ກ່ອນພິທີນຳສະເໜີ ຊຸດເຄື່ອງແບບກິລາໂອລິມປິກຣັດເຊຍ ຢ່າງເປັນທາງ ການ ສຳລັບການແຂ່ງຂັນ ກິລາໂອລິມປິກລະດູໜາວ 2018 ທີ່ເມືອງ ພຽງຊາງ ປະເທດ ເກົາຫຼີໃຕ້, ໃນນະຄອນຫຼວງ ມົສກູ, ຣັດເຊຍ. 29 ພະຈິກ 2017.

ຣັດເຊຍ ກ່າວວ່າ ເຂົາເຈົ້າຕ້ອງການທີ່ຈະວິເຄາະຢ່າງລະອຽດ ກ່ຽວກັບ ການຕັດສິນໃຈ
ໂດຍຄະນະກຳມະການກິລາໂອລິມປິກສາກົນ ຫຼື OIC ທີ່ຈະຫ້າມບໍ່ໃຫ້ ຣັດເຊຍ ລົງ
ແຂ່ງຂັນ ໃນນາມປະເທດນຶ່ງ ໃນກິລາໂອລິມປິກ ລະດູໜາວຄັ້ງຈະມາ ທີ່ເມືອງ
ພຽງຊາງ ປະເທດ ເກົາຫຼີໃຕ້ ກ່ອນຈະເອົາມາດຕະການໃດໆ.

ໂຄສົກວັງ ເຄຣັມລິນ ທ່ານ ດີມິທຣີ ເປສກອຟ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພຸດມື້ນີ້
ວ່າ ບູລິມະສິດສູງສຸດໃນຕອນນີ້ ແມ່ນເພື່ອປົກປ້ອງຜົນປະໂຫຍດຂອງນັກກິລາ ຣັດເຊຍ.

OIC ໄດ້ຕັດສິນໃນວັນອັງຄານວານນີ້ວ່າ ນັກກິລາ ຣັດເຊຍ ແຕ່ລະຄົນຍັງສາມາດລົງ
ແຂ່ງຂັນໄດ້ໃນນາມ “ນັກກິລາຄົນນຶ່ງຈາກປະເທດ ຣັດເຊຍ.”

ການຕັດສິນຂອງ OIC ທີ່ລໍຖ້າມາດົນນານ ກ່ຽວກັບ ການລົງໂທດຕໍ່ ຣັດເຊຍ ໃນການ
ສະໜັບສະໜູນການໃຊ້ສານກະຕຸ້ນໂດຍລັດຖະບານ ໃນລະຫວ່າງ ກິລາໂອລິມປິກປີ
2014 ທີ່ເມືອງ ໂຊຈີ ປະເທດ ຣັດເຊຍ ນັ້ນ, ໄດ້ມີຂຶ້ນພຽງສອງເດືອນ ກ່ອນການແຂ່ງ
ຂັນ ກິລາ ສກີ, ສເກັດ ແລະ ລົດເລື່ອນຫິມະ ທຸກສີ່ປີ ໄດ້ເປີດເຜີຍ ສະຖານທີ່ການແຂ່ງ
ຂັນໃນພູຕ່າງໆ ແລະ ຕາມຊາຍຝັ່ງຂອງປະເທດ ເກົາຫຼີໃຕ້.

ນອກຈາກການຫ້າມ ໃນປີ 2018 ສຳລັບການເປັນຕົວແທນ ຂອງປະ ເທດ ຣັດເຊຍ
ແລ້ວ, OIC ໄດ້ກໍປັບໄໝຄະນະກຳມະການກິລາໂອລິມປິກ ຣັດເຊຍ 15 ລ້ານໂດລາ
ແລະ ໄດ້ສັ່ງໃຫ້ປົດປະທານໂອລິມປິກ ຣັດເຊຍ, ທ່ານ ອາເລັກແຊນເດີ ຊູຄອຟ, ໃນ
ຖານະ ສະມາຊິກຂອງ OIC ນັ້ນ.

ທ່ານ ຊູຄອຟ ໄດ້ກ່າວຕໍ່ອົງການຂ່າວ AFP ຂອງຝຣັ່ງ ວ່າທ່ານ “ໄດ້ຂໍຂະມາໂທດຕໍ່
OIC ໃນວັນອັງຄານວານນີ້ ສຳລັບການລ່ວງລະເມີດໃນການຕໍ່ຕ້ານສານກະຕຸ້ນ” ທີ່
ໄດ້ມີຂຶ້ນໃນປະເທດຂອງທ່ານເມື່ອບໍ່ດົນມານີ້.

ທ່ານໄດ້ກ່າວວ່າ ການລວມຄຳວ່າ “ຣັດເຊຍ” ໃນຊື່ຂອງທີິມແມ່ນບັນ ຫາທີ່ສຳຄັນ.
ທ່ານກ່າວເພີ່ມເຕີມວ່າ “ເຂົາເຈົ້າຈະຖືກເອີ້ນວ່ານັກກິລາ ຣັດເຊຍ ແລະ ບໍ່ແມ່ນຊະນິດ
ທີ່ເປັນກາງ. ນັ້ນແມ່ນສຳຄັນຫຼາຍ.”

ກິລາດັ່ງກ່າວຈະບໍ່ຖືກຖ່າຍທອດສົດໃນປະເທດ ຍ້ອນບໍ່ມີການປາກົດຕົວຂອງທີມຊາດ
ຣັດເຊຍ. ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ກ່ອນໜ້ານີ້ໄດ້ກ່າວວ່າ ມັນ
ຈະເປັນຄວາມອັບອາຍຂາຍໜ້າຍຕໍ່ປະເທດ ທີ່ຈະລົງແຂ່ງຂັນ ໂດຍບໍ່ມີສັນຍາລັກ
ຂອງຊາດ.

ຣັດເຊຍ ອາດປະຕິເສດຕໍ່ຂໍ້ສະເໜີ ເພື່ອອະນຸຍາດໃຫ້ ນັກກິລາຂອງເຂົາເຈົ້າລົງແຂ່ງ
ຂັນໂດຍປາສະຈາກເອກະລັກຂອງປະເທດ ຫຼື ການຫຼິ້ນເພງຊາດ ຣັດເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Russia Banned From 2018 Winter Olympics Over Doping Scandal
please wait

No media source currently available

0:00 0:03:19 0:00

XS
SM
MD
LG