ໄດ້ພົບເຫັນເຮືອຊູຊີບ ລໍານຶ່ງເມື່ອວັນຈັນມື້ນີ້ ຢູ່ໃນນໍ້າທີ່ເປັນນໍ້າກ້ອນ ຢູ່ໄກ້ກັບເຮືອຖານ
ເຈາະນໍ້າມັນທີ່ຈົມໄປນັ້ນ. ເຮືອຊູຊີບດັ່ງກ່າວສາມາດບັນທຸກໄດ້ 15 ຄົນ ເວລານີ້ພວກເຈົ້າ
ໜ້າທີ່ກູ້ໄພ ຍັງບໍ່ຢືນຢັນໄດ້ເທື່ອວ່າມີຜູ້ລອດຊີວິດຫລືບໍ່.
ຢ່າງໜ້ອຍມີຜູ້ເສຍຊີວິດ 16 ຄົນ ແລະ 37 ຄົນຫາຍສາບສູນ ຫລັງຈາກ ຖານເຈາະນໍ້າມັນ
ຈົມນໍ້າແລ້ວ ເມື່ອຕອນເຊົ້າວັນອາທິດວານນີ້ ທີ່ເຂດນໍ້າ ທະເລ Okshotsk ທີ່ເປັນນໍ້າ
ກ້ອນນັ້ນ.
ກະຊວງຂົນສົ່ງຣັດເຊຍ ກ່າວວ່າ ພວກລູກເຮືອ 14 ຄົນຖືກຊ່ວຍຊີວິດໄວ້ໄດ້ ໂດຍເຮືອທັບ
ນໍ້າກ້ອນ ແລະ ເຮືອລາກ ຫລັງຈາກຖານເຈາະນໍ້າມັນ ຖືກກະທົບໂດຍຄື້ນໃຫຍ່ ແລະເລີ່ມ
ຈົມລົງ ໃນຂະນະຖືກລາກໄປໄລຍະ 200 ກິໂລເມັດ ນອກຝັ່ງຂອງເກາະ Sakhalin ນັ້ນ.