ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

2 ຄົນເສຍຊີວິດ ແລະ 51 ຄົນຫາຍສາບສູນ ຍ້ອນ ອຸບັດເຫດ ຖານເຈາະນໍ້າມັນ ຂອງຣັດເຊຍຈົມນໍ້າ


ຖານເຈາະນໍ້າມັນຂອງຣັດເຊຍ
ຖານເຈາະນໍ້າມັນຂອງຣັດເຊຍ

ພວກ​ເຈົ້າໜ້າ​ທີ່ຣັດ​ເຊຍ​ກ່າວ​ວ່າ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍສອງ​ຄົນ ​ແລະ​ອີກ 51 ຫາຍ​ສາບ
ສູນ​ຫລັງ​ຈາກ​ຖານເຈາະ​ນໍ້າມັນ​ທີ່​ມີ​ຄົນ​ງານ 67 ຄົນ ຈົມລົງ​ໃນ​ນໍ້າ​ທີ່​ເປັນ​ນໍ້າ​ແຂງ ນອກຝັ່ງ
ເກາະ Sakhalin ໃນພາກ​ຕາ​ເວັນ​ອອກ​ໄກຂອງຣັດ​ເຊຍ​ນັ້ນ.

ໂຄສົກ​ກະ​ຊວງ​ຮັບມືກັບໄພສຸ​ກ​ເສີນ​ຂົງ​ເຂດ ​ໄດ້​ບອກ​ພວກ​ຜູ້​ສື່​ຂ່າວ​ວ່າ ພວກ​ຄົນ​ງານ 14
ຄົນໄດ້​ຖືກ​ຊ່ວຍ​ຊີວິດ​ໄວ້​ໄດ້​ຈາກ​ຖານ​ເຈາະ​ນໍ້າມັນ Kolskoye ທີ່​ລາຍງານ​ແຈ້ງວ່າ ເຂົາເຈົ້າ
ມີ​ອາການ​ສາຫັດ.

ກະ​ຊວງຮັບມືກັບໄພ​ສຸກ​ເສີນ​ກ່າວ​ວ່າ ​ເຮືອ​ລາກລໍາ​ນຶ່ງທີ່ແກ່ຖານເຈາະ​ນໍ້າມັນໄດ້ຖືກ​ປະ​ທະ​
ໂດຍ​ລົມພາຍຸ​ຫົວ​ນຶງນອກ​ຝັ່ງ​ແຫລມ Kamchatka ຕາມ​ເວລາ​ສາກົນ​ປະມານ 0200 ໂມງ
ຂອງ​ວັນ​ອາທິດມື້​ນີ້.

XS
SM
MD
LG