ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ສະ​ເໜີ​ ໃຫ້​ມີ​ການ​ຢຸດ​ຍິງ ຢູ່​ໃນ​ຊິີເຣຍ


ກຸ່ມຄັວນ ຟຸ້ງຂຶ້ນເທິງຄຸ້ມ Saif Al Dawla ໃນເມືອງ Aleppo, ຊິເຣຍ.
ກຸ່ມຄັວນ ຟຸ້ງຂຶ້ນເທິງຄຸ້ມ Saif Al Dawla ໃນເມືອງ Aleppo, ຊິເຣຍ.

ຣັດ​ເຊຍ ສະ​ເໜີ​ໃຫ້​ມີ​ການ​ຢຸດ​ຍິງ​ໃນ​ຊິ​ເຣຍ ​ໃນ​ຂະນະ​ທີ່​ບັນດາ
​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄປ​ເຕົ້າ​ໂຮມ​ກັນ​ທີ່ນະຄອນ
Munich ​ເພື່ອ​ຊອກຫາຊ່ອງ​ທາງການ​ຍຸຕິ​ສົງຄາມ​ກາງ​ເມືອງ
ທີ່​ນອງ​ເລືອດ ຊຶ່ງໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ໃຫ້​
ແກ່​ປະ​ເທດ​ອາຣັບດັ່ງກ່າວ.

ຂໍ້​ສະ​ເໜີ​ໂດຍ​ຮອງຣັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Gennady Gatilov ຮຽກ ຮ້ອງ​ໃຫ້​ມີ​ຢຸດ​ຍິງ ທີ່​ມີ​ກຳໜົດ​ໃຫ້​ມີ​ຂຶ້ນ ​ໃນ​ວັນ​ທີ 1 ມີນາ​ຈະ​ມາ​ເຖິງ​ນີ້. ສະຫະລັດ ​ໄດ້​ຕອບ ​ໂຕ້​ຄືນ​ໂດຍ​ຮຽກຮ້ອງໃຫ້ມີ​ການ​ຢຸດ​ຍິງ​ໃນທັນທີ ​ແລະ​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ທາງ​ດ້ານ​ມະນຸ​ດສະ​ທຳ​ຕໍ່​ຫຼາຍ​ໆເມືອງ​ທີ່​ຖືກ​ປິດ​ລ້ອມ​ຢູ່​ນັ້ນ.

9 ທັນວາ, 2015 ຮູບທີ່ຄັດອອກມາຈາກວີດີໂອ ໂດຍກະຊວງປ້ອງກັນປະເທດຣັດເຊຍ, Su-34 ທີ່ກຳລັງຖິ້ມລະເບີດໃສ່ເປົ້າໝາຍ.
9 ທັນວາ, 2015 ຮູບທີ່ຄັດອອກມາຈາກວີດີໂອ ໂດຍກະຊວງປ້ອງກັນປະເທດຣັດເຊຍ, Su-34 ທີ່ກຳລັງຖິ້ມລະເບີດໃສ່ເປົ້າໝາຍ.

ບັນຫາ​ຂັດ​ແຍ້​ງ​ທີ່​ຍືດ​ເຍື້ອມາ​ໄດ້ 5 ປີ ​ແລ້ວນັ້ນ ທີ່​ເຮັດໃຫ້​
ປະທານາທິບໍດີ​ຊີ​ເຣຍ Bashar al Assad ​ຕໍ່​ສູ້​ກັບ​ພວກ
​ຕໍ່ຕ້ານ ທີ່​ຕ້ອງການ​ຢາກ​ຈະ​ປົດທ່ານ Assad ລົງ​ ຊຶ່ງ​ຍັງ​
ຜົນ​ໃຫ້​ມີ​ຫຼາຍ​ກວ່າ 250 ພັນ​ຄົນ​ເສຍ​ຊີວິດ ​ແລະ​ໄດ້​ກາຍ​ມາ​
ເປັນ​ວິກິດ​ການ​ດ້ານ​ມະນຸດສະທຳ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ
​ໃນ​ໄລ​ຍະ​ຫຼາຍ​ປີ​ທີ່​ຜ່ານ​ມາ​ນີ້.

ແຜ່ນທີຊິເຣຍ
ແຜ່ນທີຊິເຣຍ

ຣັດ​ເຊຍ ​ໄດ້​ເປີດ​ສາກ​ການ​ໂຈມ​ຕີ​ທາງ​ອາກາດຖິ້ມ​ລະ​ເບີດ​ ​
ເພື່ອ​ສະໜັບສະໜູນ​ການ​ປົກ ຄອງ​ຂອງ​ທ່ານ Assad ນັ້ນ
ກ່າວ​ວ່າ ຕົນໄດ້​ເປົ້າ​ໝາຍ​ໃສ່ກອງ​ກຳລັງ​ກຸ່ມ​ລັດ​ອິສລາມ
ຊຶ່ງ​ໄດ້​ກໍ່ຮາກຂຶ້ນ​ໃນ​ຊິ​ເຣຍ ນັ້ນ. ​ແຕ່​ວ່າ​ສະຫະລັດ ​ແລະ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກອື່ນໆ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ ສ່ວນ​ໃຫຍ່​ນັ້ນ ​ແມ່ນແນ​ເປົ້າ​ໝາຍໃສ່ກຸ່ມ ​ຕໍ່ຕ້ານ​ລັດຖະບານ ​ທ່ານ Assad.

ການ​ໂຈມ​ຕີທາງ​ອາກາດຫວ່າງ​ມໍ່ໆ​ມາ​ນີ້​ຂອງຣັດ​ເຊຍ​ໃນ​ເມືອງ Aleppo ​ໄດ້​ເຮັດ​ໃຫ້ກຸ່ມ​ຕໍ່ຕ້ານ​ລັດຖະບານຍ່າງ​ອອກຈາກ​ການ​ເຈລະຈາ​ສັນຕິພາບ ​ທີ່​ນຳພາ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ນະຄອນເຈ​ນີວາ ​ໃນ​ເດືອນ​ແລ້ວ​ນີ້.

XS
SM
MD
LG