ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ຄັດ​ຄ້ານ​ການ​ສົ່ງ​ລູກ​ປືນ​ລົດ​ຖັງ ​ທີ່​ຜ່ານ​ຂັ້ນ​ຕອນ​ການ​ກັ່ນ​ທາດ​ຢູ​ເຣ​ນຽມ​ຂອງ ສະ​ຫະ​ລັດ ໃຫ້ ຢູ​ເຄ​ຣນ


ທະ​ຫານ​ຢູ​ເຄ​ຣນ ຍຶດ​ລົດ​ຖັງ ຣັດ​ເຊຍ ທີ່​ຈັດ​ການ​ຊ້ອມ​ລົບ​ໃກ້​ກັບ​ເຂດ​ຊາຍ​ແດນ​ລະ​ຫວ່າງ ຢູ​ເຄ​ຣນ ແລະ ເບ​ລາ​ຣຸ​ສ ໃກ້​ກັບ​ເມືອງ ເຊີ​ນີ​ຮິບ, ຢູ​ເຄ​ຣນ, 28 ຕຸ​ລາ 2022.
ທະ​ຫານ​ຢູ​ເຄ​ຣນ ຍຶດ​ລົດ​ຖັງ ຣັດ​ເຊຍ ທີ່​ຈັດ​ການ​ຊ້ອມ​ລົບ​ໃກ້​ກັບ​ເຂດ​ຊາຍ​ແດນ​ລະ​ຫວ່າງ ຢູ​ເຄ​ຣນ ແລະ ເບ​ລາ​ຣຸ​ສ ໃກ້​ກັບ​ເມືອງ ເຊີ​ນີ​ຮິບ, ຢູ​ເຄ​ຣນ, 28 ຕຸ​ລາ 2022.

ຣັດ​ເຊຍ ໄດ້​ຕຳ​ໜິ​ວິ​ຈານ​ໂຄງ​ການ​ຊ່ວຍ​ເຫຼືອ​ໃໝ່​ຂອງ ສະ​ຫະ​ລັດ ສຳ​ລັບ ຢູ​ເຄ​ຣນ ທີ່​ລວມ​ມີ​ລູກ​ປືນ​ລົດ​ຖັງ​ທີ່​ຜ່ານ​ຂັ້ນ​ຕອ​ນ​ການ​ກັ່ນ​ທາດ​ຢູ​ເຣ​ນຽມ, ໂດຍ​ເວົ້າ​ວ່າ​ກາ​ນ​ຕັດ​ສິນ​ໃຈ​ທີ່​ຈະ​ສົ່ງ​ລູກ​ປືນ​ດັ່ງ​ກ່າວ “ແມ່ນ​ສັນ​ຍານ​ທີ່​ຊັດ​ເຈນ ກ່ຽວ​ກັບ ຄວາມໄຮ້​ມະ​ນຸດ​ສະ​ທຳ.”

ສະ​ຖານ​ທູດ ຣັດ​ເຊຍ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ໄດ້​ກ່າວ​ໃນ Telegram ວ່າ ສະ​ຫະ​ລັດ ແມ່ນ “ຕັ້ງ​ໃຈ​ທີ່​ຈະ​ສົ່ງ​ອາ​ວຸດ​ທີ່​ມີ​ຜົນ​ກະ​ທົບ​ຢ່າງບໍ່​ຈຳ​ແນກ” ແລະ ວ່າ​ເຂົາ​ເຈົ້າ​ຮູ້​ຢ່າງ​ເຕັມ​ທີ່ ກ່ຽວ​ກັບ ຜົນ​ຕາມ​ມາ​ທີ່​ອາດ​ເປັນ​ໄປ​ໄດ້ຕໍ່​ສຸ​ຂະ​ພາບ ແລະ ຄວາມ​ປອດ​ໄພ​ຈາກ​ລູກ​ປືນ​ນັ້ນ.

ລູກ​ປືນ​ລົດ​ຖັງ​ດັ່ງ​ກ່າວ​ອາດ​ຊ່ວຍກອງ​ກຳ​ລັງ ຢູ​ເຄ​ຣນ​ ທຳ​ລາຍ​ລົດ​ຖັງ ຣັດ​ເຊຍ ແລະ ກ່ອນ​ໜ້ານີ້ ​ເຄີຍ​ຖືກ​ສະ​ໜອງ​ໃຫ້ ຢູ​ເຄ​ຣນ ໂດຍ ອັງ​ກິດ.

ໂຄ​ສົກ​ທຳ​ນຽບ​ຫ້າ​ແຈ ພົນ​ໂທກອງ​ທັບ​ນະ​ວິ​ກະ​ໂຍ​ທິນ ແກ​ຣອນ ການ ໄດ້​ປ້ອງກັນ​ການ​ໃຊ້​ລູກ​ປືນ​ນັ້ນ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຕໍ່​ອົງ​ການ​ຂ່າວ AP ໃນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ​ວ່າ ກອງ​ທັບ ສະ​ຫະ​ລັດ “ໄດ້​ຊື້, ເກັບ ແລະ ໃຊ້​ລູກ​ປືນ​ທີ່​ຜ່ານ​ຂັ້ນ​ຕອນ​ການ​ກັ່ນ​ທາດ​ຢູ​ເຣ​ນຽມ ເປັນ​ເວ​ລາຫຼາຍ​ທົດ​ສະ​ວັດ​ແລ້ວ, ໃນ​ເມື່ອ​ມັນ​ໄດ້​ເປັນ​ອົງ​ປະ​ກອບ ​ທີ່​ມີ​ມາ​ຍາວ​ນານ​ໃນ​ລູກ​ປືນ​ທຳ​ມະ​ດາ​ບາງ​ຊະ​ນິດ.”

ທ່ານ ການ ໄດ້​ກ່າວ​ວ່າ ຣັດ​ເຊຍ ແມ່ນ​ລວມ​ຢູ່​ໃນຫຼາຍ​ປະ​ເທດ​ທີ່​ໄດ້​ຜະ​ລິດ​ລູກ​ປືນ​ທີ່​ຜ່ານ​ຂັ້ນ​ຕອນ​ການ​ກັ່ນ​ທາດ​ຢູ​ເຣ​ນຽມ​ແຕ່​ດົນ​ນານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG