ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

'ເດັກ​ຍິງ​ນາ​ປາມ' ​ປີ 1972 ນ​ຳ​ພາ​ເຮືອ​ບິນ​ອົບ​ພະ​ຍົບ ໄປ​ກາ​ນາ​ດາ


ອົບ​ພະ​ຍົບ​ຢູ​ເຄ​ຣນ ຂຶ້ນ​ເຮືອ​ບິນ ຈາກ​ສະ​ໜາມ​ບິນ Frederic Chopin ທີ່​ນະ​ຄອນ​ວໍ​ຊໍ ປະ​ເທດ​ໂປ​ແລນ ເມື່ອ​ວັນ​ທີ 4 ກໍ​ລະ​ກົດ 2022.
ອົບ​ພະ​ຍົບ​ຢູ​ເຄ​ຣນ ຂຶ້ນ​ເຮືອ​ບິນ ຈາກ​ສະ​ໜາມ​ບິນ Frederic Chopin ທີ່​ນະ​ຄອນ​ວໍ​ຊໍ ປະ​ເທດ​ໂປ​ແລນ ເມື່ອ​ວັນ​ທີ 4 ກໍ​ລະ​ກົດ 2022.

ນາງ​ຟານ​ ທີ ກິມ ຟຸກ (Phan Thi Kim Phuc) ແມ່​ຍິງ​ທີ່​ມີ​ຊື່​ສຽງ​ໃນຮູບ​ການ​ໂຈມ​ຕີ​ຫວຽດ​ນາມ​ດ້ວຍ​ລະ​ເບີດ​ນາ​ປາມ ​ເມື່ອ​ປີ 1972 ນັ້ນ ໃນ​ວັນ​ຈັນ​ວານນີ້​ໄດ້​ນຳ​ພາ​ອົບ​ພະ​ຍົບ​ຢູ​ເຄ​ຣນ​ຈາກ​ສົງ​ຄາມ​ຮຸກ​ຮານ​ຂອງ​ຣັດ​ເຊຍ ອອກ​ເດີນ​ທາງ​ຈາກ​ນະ​ຄອນ​ຫຼວງວໍ​ຊໍ ໄປ​ຍັງ​ກາ​ນາ​ດາ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ຮູບນາງ​ຟຸກທີ່​ອົງ​ການ​ຂ່າວ​ເອ​ພີ​ນຳ​ອອກ​ເຜີຍ​ແຜ່ ຊຶ່ງແມ່ນ​ຮູບ​ທີ່​ນາງ​ແລ່ນ​ຂະ​ນະ​ທີ່​ຮ່າງ​ກາຍ​ຂອງ​ນາງເຕັມ​ໄປ​ດ້ວຍ​ບາດ​ແຜ​ຍ້ອນ​ໄຟ​ລວກ ແມ່ນຕິດ​ຢູ່​ໃນ​ເຮືອ​ບິນ​ຂອ​ງ​ອົງ​ການ​ເອກ​ກະ​ຊົນ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ​ຊຶ່ງນຳ​ເອົາ​ພວກ​ອົບ​ພະ​ຍົບ​ໄປ​ຍັງ​ເມືອງ​ເຣ​ຈີ​ນາ ເມືອງ​ເອກ​ຂອງ​ແຂວງ​ຊັ​ສ​ເຄ​ຈວນ (Saskatchewan.)

ນາງ​ຟຸກ ອາ​ຍຸ 59 ປີ ທີ່​ຖື​ສັນ​ຊາດ​ກາ​ນາ​ດາ ກ່າວ​ວ່າ ທ່ານ​ນາງ​ຕ້ອງ​ການ​ຢາກ​ໃຫ້​ເລື້ອງ​ລາວ​ແລະ​ວຽກ​ການ​ຂອງ​ກ່ຽວ​ກັບ​ອົບ​ພະ​ຍົບ ແມ່ນ​ເພື່ອ​ເປັນ​ການ​ສົ່ງ​ຂ່າວ​ສຳ​ລັບ​ສັນ​ຕິ​ພາບ. ພ້ອມດວຍ​ສາ​ມີ​ຂອງ​ທ່ານ​ນາງ ທ່ານ​ບຸຍ ຮຸຍ ຕວານ ພວກ​ເຂົາ​ເຈົ້າ​ໄດ້​ເດີນ​ທາ​ງ​ຈາກ​ນະ​ຄອນ​ໂຕ​ຣອນ​ໂຕ ເພື່ອ​ໄປ​ຂຶ້ນ​ຖ້ຽວ​ບິນ​ມະ​ນຸດ​ສະ​ທຳ​ດັ່ງ​ກ່າວ.

ພວກ​ອົບ​ພະ​ຍົບ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ແມ່​ຍິງ​ແລະ​ເດັກ​ນ້ອຍ​ຈາກ​ທົ່ວ​ປະ​ເທດ​ຢູ​ເຄ​ຣນ ​ທີ່ເປັນ​ສ່ວນ​ນຶ່ງ​ຂອງ​ຊາວ​ຢູ​ເຄ​ຣນ​ຫຼາຍໆ​ພັນ​ຄົນ ທີ່​ປະ​ເທດ​ກາ​ນາ​ດາ​ໄດ້​ອອກວີ​ຊາ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້ ຫຼັງ​ຈາກ​ຣັດ​ເຊຍ​ໄດ້​ເປີດ​ສາກ​ໂຈມ​ຕີ​ເມື່ອ​ວັນ​ທີ 24 ກຸມ​ພາ​ຜ່ານ​ມາ. ມີ​ຊາວ​ຢູ​ເຄ​ຣນ​ເກືອບ 5 ລ້ານ 5 ແສນ​ຄົນ​ໄດ້​ຈົດ​ທະ​ບຽນ​ກັບ​ບັນ​ດາ​ອົງ​ການ​ມະ​ນຸດ​ສະ​ທຳ​ໃນ​ຢູ​ໂຣບ ອີງ​ການ​ສະ​ຫະ​ປະ​ຊາ​ຊ​າດ.

ກາ​ນາ​ດາ​ແມ່ນ​ຮວມ​ຢູ່​ໃນ​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ຫຼາຍໆ​ປະ​ເທດ ທີ່​ໄດ້​ສະ​ເໜີ​ໃຫ້​ບ່ອນ​ພັກ​ພາ​ອາ​ໄສ​ແກ່​ອົບ​ພະ​ຍົບ​ຊາວ​ຢູ​ເຄ​ຣນ. ຜູ້​ກໍ່​ຕັ້ງ​ອົງ​ການ​ທີ່​ບໍ່​ຂຶ້ນ​ກັບ​ລັດ

​ຖະ​ບານ Solidaire ຫຼື​ຄວາມ​ສາ​ມັກ​ຄີ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ ແມ່ນ​ຜູ້​ໃຈ​ບຸນ​ແລະ​ນັກ​ບິນອາ​ເຈັນ​ຕີ​ນາ ທ່ານ​ເອັນ​ຣິ​ເກ ​ປີ​ເນ​ໂຣ (Enrique Pineyro) ຊຶ່ງ​ເປັນ​ນັກ​ບິນ​ຂັບ​ເຮືອ​ບິນ​ໂບອິ້ງ 787. ອອ​ສ​ກ້າ ແຄ້ມ ຈາກ​ອົງ​ການ​ເປີດ​ອ້ອມ​ແຂນ​ຂອງ​ສະ​ເປນ​ກໍ​ຢູ່​ໃນ​ເຮືອ​ບິນ​ລຳ​ນີ້.

ຊ່າງ​ພາບ​ຂອ​ງ​ອົງ​ການ​ຂ່າວ​ເອ​ພີ ທ່ານ ນິກ ອຸດ ທີ່​ໄດ້​ຮັບ​ລາງວັນ​ພູ​ລ​ລິດ​ເຊີ​ຈາກ​ຮູບ​ຂອງ​ນາງ​ຟຸກ​ແລະ​ພວກ​ເດັກ​ນ້ອຍ​ຫຼົບ​ໜີ​ລະ​ເບີດ​ນາ​ປາມ ໃນ​ການ​ໂຈມ​ຕີ​ຢູ່​ຫວຽດ​ນາມ​ໃຕ້ ເມື່ອ​ເດືອນ​ມິ​ຖຸ​ນາ ປີ 1972.

ອ່ານ​ຂ່າວນີ້​ຕື່​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG