ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຮ່ວມມືຂອງກອງທັບ ຣັດເຊຍ ແລະ ເກົາຫຼີເໜືອ ໄດ້​ຮັບຄວາມສົນໃຈ ຂອງສະຫະປະຊາຊາດ

ໂຕແທນຂອງເຈົ້າໜ້າທີ່ໄອຍະການຄົນນຶ່ງ ສະແດງໃຫ້ເຫັນບາງພາກສ່ວນຂອງລູກສອນໄຟທີ່ບໍ່ໄດ້ລະບຸອອກມາ, ເຊິ່ງເຈົ້າໜ້າທີ່ຢູເຄຣນເຊື່ອວ່າ ຖືກສ້າງຂຶ້ນໃນເກົາຫຼີເໜືອ ແລະໃຊ້ໃນການໂຈມຕີເມືອງຄາກີບໃນຕົ້ນອາທິດນີ້, ວັນທີ 6 ມັງກອນ, 2024.

ການ​ຮ່ວມ​ມື​ດ້ານ​ການ​ທະຫານ​ຂອງ ຣັດ​ເຊຍ ​ກັບ ​ເກົາຫຼີ​ເໜືອ​ ເພື່ອ​ສືບ​ຕໍ່ດໍາເນີນ​ສົງຄາມ​ຢູ່ໃນ ​ຢູ​ເຄຣນ ​ແມ່ນການກະທໍາທີ່​ໄດ້​ຮັບ​ການ​ປະນາມ​ຈາກ​ສາກົນ, ​ໃນ​ນັ້ນ ລວມ​ມີ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ເຊິ່ງ​ ຣັດ​ເຊຍ ​ກໍເປັນ​ສະມາຊິກ​ຖາວອນ ຂອງອົງການດັ່ງກ່າວນີ້.

ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ປະກອບມີປະເທດ ອັງກິດ, ຝຣັ່ງ, ຍີ່ປຸ່ນ, ມາລ​ຕາ, ​ເກົາຫຼີ​ໃຕ້, ສະ​ໂລເ​ວ​ເນຍ ​ແລະ ສະຫະລັດ ​ບວກກັບ ຢູ​ເຄຣນ, ໃນວັນພຸດວານນີ້​ໄດ້ພາກັນ​ປະນາມ​ການໂຈມ​ຕີ​ທາງ​ອາກາດ​ຢ່າງ​ຮ້າຍ​ແຮງ 3 ຄັ້ງ​ໂດຍ ​ຣັດ​ເຊຍ ເມື່ອ​ວັນ​ທີ 30 ທັນວາ, ວັນ​ທີ 2 ແລະ ວັນທີ 6 ມັງກອນ ແລ້ວ​ນີ້.

ບັນດາຜູ້ສືບສວນ ພາກັນເຮັດວຽກຢູ່ທັດຈາກລົດທີ່ໄດ້ຮັບຄວາມເສຍຫາຍ ຢູ່ບໍລິເວນທີ່ລູກສອນໄຟຂອງຣັດເຊຍໂຈມຕີ ໃນເມືອງຊາໂປຣິສເຊຍ, ຢູເຄຣນ, ວັນທີ 8 ມັງກອນ 2024.
ບັນດາຜູ້ສືບສວນ ພາກັນເຮັດວຽກຢູ່ທັດຈາກລົດທີ່ໄດ້ຮັບຄວາມເສຍຫາຍ ຢູ່ບໍລິເວນທີ່ລູກສອນໄຟຂອງຣັດເຊຍໂຈມຕີ ໃນເມືອງຊາໂປຣິສເຊຍ, ຢູເຄຣນ, ວັນທີ 8 ມັງກອນ 2024.

ບັນດາປະເທດຕ່າງໆເຫຼົ່ານັ້ນ ກ່າວໃນຖະແຫຼງການສະບັບນຶ່ງວ່າ “ການໂຈມຕີອັນໂຫດຮ້າຍເຫຼົ່ານີ້ ຍັງຄົງສືບຕໍ່ດຳເນີນໄປຢູ່, ໃນສ່ວນນຶ່ງ ໄດ້ນຳໃຊ້ລູກສອນໄຟຂີປະນາວຸດ ແລະເຄື່ອງຍິງລູກສອນໄຟຂີປະນາວຸດທີ່ຊື້ມາຈາກ ສປປ ເກົາຫຼີ”.

ໃນອາທິດແລ້ວນີ້, ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານຈອນ ເຄີບີ ກ່າວຕໍ່ບັນດານັກຂ່າວວ່າ ການໂຈມຕີດັ່ງກ່າວ ແມ່ນມີ “ສຳຄັນ ແລະກໍາລັງເພີ້ມທະວີຄວາມກັງວົນຂຶ້ນ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG