ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິ​ມ ຈົງ ອຶນ ເດີນ​ທາງ​ໄປ​ເຖິງ ຣັດ​ເຊຍ ເພື່ອ​ພົບ​ປະ​ກັບ ທ່ານ​ປູ​ຕິນ


ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິ​ມ ຈົງ ອຶນ ໄດ້​ເດີນ​ທາງໄປ​ເຖິງ​ຂົງ​ເຂດ​ຕາ​ເວັນ​ອອກ​ຂອງ​ຣັດເຊຍ ວັນ​ທີ 24 ເມ​ສາ 2019.
ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິ​ມ ຈົງ ອຶນ ໄດ້​ເດີນ​ທາງໄປ​ເຖິງ​ຂົງ​ເຂດ​ຕາ​ເວັນ​ອອກ​ຂອງ​ຣັດເຊຍ ວັນ​ທີ 24 ເມ​ສາ 2019.

ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິ​ມ ຈົງ ອຶນ ໄດ້​ເດີນ​ທາງໄປ​ເຖິງ​ຂົງ​ເຂດ​ຕາ​ເວັນ​ອອກ​ຂອງ​ຣັດ
​ເຊຍ ເພື່ອ​ເປັນ​ການ​ພົບ​ປະ​ເທື່ອ​ທຳ​ອິດ ​ທີ່​ບໍ່​ເຄີຍມີ​ມາ​ກ່ອນ ​ກັ​ບ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ
ທ່ານ ວ​ລາ​ເດີ​ເມຍ ປູ​ຕິນ ຊຶ່ງ​ທ່າ​ນ​ກິມ ກ່າວ​ວ່າ​ເປັນ​ບາດ​ກ້າວ​ທຳ​ອິດ ​ໄປ​ສູ່​ຄວາມ​ສຳ​ພັນ​
ໄກ້​ຊິດ​ເຂົ້າ​ກັບ​ມົສ​ກູ.

ນຸ່ງ​ຊຸດ​ສີ​ດຳ ແລະ​ໃສ່ໝວກ ແລະ​ເຂົ້າ​ກັນ​ກັບ​ເສື້ອ​ຄຸມ​ສີ​ດຳ ທ່ານ​ກິມ​ທີ່​ຍິ້ມ​ແຍ້ມ​ໄດ້​ຮັບ​
ການ​ຕ້ອນ​ຮັບ​ໂດ​ຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ ແລະ​ວົງດົນ​ຕີ​ກຽດ​ຕິ​ຍົດ​ທະ​ຫານ​ໃນ​ວັນ
​ພຸດ​ມື້​ນີ້ ຢູ່​ເມືອງ​ທ່າ​ເຮືອ ວ​ລາ​ດີ​ໂວ​ສ​ຕັອກ. ຜູ້​ນຳ​ເກົາ​ຫຼີ​ເໜືອ ໄດ້​ເດີນ​ທາງ​ໃນ​ໄລ​ຍະ​ສັ້ນ​
ໄປ​ຫາ​ເມືອງ ວ​ລາ​ດີ​ໂວ​ສ​ຕັອກ ຜ່ານ​ທາງ​ລົດ​ໄຟ​ຫຸ້ມ​ເກາະ​ສີຂຽວ ແລະເຫຼືອງ.

ລະ​ຫວ່າງ​ການ​ຢຸດ​ແວ່​ຕອນ​ເຊົ້າ ຢູ່​ຊາຍ​ແດນເມືອງ​ຄາ​ຊານ ທ່ານ​ກິມ​ໄດ້​ເວົ້າ​ວ່າ “ນີ້​ຈະ
​ບໍ່​ເປັນ​ເທື່ອ​ສຸດ​ທ້າຍ” ຂອງ​ການ​ເດີນ​ທາງ​ໄປ​ຣັດ​ເຊຍ ນອກ​ນັ້ນ​ມັນຍັງຈະ​ເປັນ​ບາດ​ກ້າວ
​ເທື່ອ​ທຳ​ອິດ​ໄປ​ສູ່​ການ​ປັບ​ປຸງ​ຄວາມສຳ​ພັນລະຫວ່າງຣັດ​ເຊຍ ກັບເກົາ​ຫຼີ​ເໜືອ ອີງ​ຕາມ​
ຖະ​ແຫຼງ​ການ ​ທີ່​ອ່ານ​ໂດຍ​ພວກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ຣັດ​ເຊຍ.

ຢູ່​ໃນ​ກອງ​ປະ​ຊຸມ​ສຸດຍອດ​ໃນ​ວັນ​ພະ​ຫັດ​ມື້​ອື່ນ​ນີ້ ຄາດ​ວ່າ​ທ່ານ​ກິມ ຈະຊຸກ​ຍູ້​ໃຫ້​ຣັດ​ເຊຍ
​ຊ່ວຍ​ເຫລືອ ທາງ​ດ້ານ​ເສດ​ຖະ​ກິດ ໂດຍ​ສະ​ເພາະ​ເພື່ອບັນເທົາ​ທຸກ ​ຈາກ​ການ​ລົງ​ໂທດ​
ສາ​ກົນ ທີ່​ຍັງ​ຄ້າງ​ຄາ​ຢູ່​ນັ້ນ ຫຼັງ​ຈາກ​ການ​ສົນ​ທະ​ນາ​ເລື້ອງນິວ​ເຄ​ລຍ​ກັບ​ສະ​ຫະ​ລັດ ທີ່​ບໍ່​
ສຳ​ເລັດ.

ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິ​ມ ຈົງ ອຶນ ຮ່ວມ​ພິ​ທີ​ຕ້ອນ​ຮັບ ​ໂດ​ຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ ແລະ​ວົງດົນ​ຕີ​ກຽດ​ຕິ​ຍົດ​ທະ​ຫານ​ ຢູ່​ເມືອງ​ທ່າ​ເຮືອ ວ​ລາ​ດີ​ໂວ​ສ​ຕັອກ ວັນ​ທີ 24 ເມ​ສາ 2019.
ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິ​ມ ຈົງ ອຶນ ຮ່ວມ​ພິ​ທີ​ຕ້ອນ​ຮັບ ​ໂດ​ຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ ແລະ​ວົງດົນ​ຕີ​ກຽດ​ຕິ​ຍົດ​ທະ​ຫານ​ ຢູ່​ເມືອງ​ທ່າ​ເຮືອ ວ​ລາ​ດີ​ໂວ​ສ​ຕັອກ ວັນ​ທີ 24 ເມ​ສາ 2019.

ເທື່ອນີ້ ເປັນ​ການ​ພົບປະຊ້ອງ​ໜ້າ​ຂັ້ນສູງ​ສຸດເທື່ອຫລ້າສຸດສຳລັບ​ທ່ານ​ກິມ ຜູ້​ທີ່​ຈົນ​ເຖິງ
​ປີ​ກາຍນີ້ ບໍ່​ໄດ້​ອອກ​ຈາກ​ເກົາ​ຫຼີ​ເໜືອ ນັບ​ຕັ້ງແຕ່​ໄດ້ຂຶ້ນ​ກຳ​ອຳ​ນາດ​ໃນ​ປີ 2011 ເປັນ
ຕົ້ນມາ.

ໃນ​ປີ​ທີ່​ຜ່ານ​ມາ ທ່ານ​ກິມ ​ໄດ້​ພົບ​ປະ​ສອງ​ເທື່ອ ກັບ​ປະ​ທາ​ນາ​ທິບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​
ໂນ​ລ ທ​ຣຳ ສາມ​ເທື່ອກັບ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໄຕ້ ທ່ານ​ມູນ ເຈ-ອິນ ສີ່ເທື່ອ ກັບປະ​
ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ແລະ​ເທື່ອ​ນຶ່ງ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຫວຽດ​ນາມ ທ່ານ
ຫງວຽນ ຟູ ຈົງ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG