ຂໍ້ຕົກລົງດ້ານຄວາມໝັ້ນຄົງແຫ່ງຊາດລະຫວ່າງປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ແລະຜູ້ນໍາເກົາຫຼີເຫນືອ, ມີທ່າແຮງທີ່ຈະສ້າງຄວາມຂັດແຍ້ງກັບ ຈີນ, ເຊິ່ງເປັນພັນທະມິດທີ່ສຳຄັນຂອງລັດຖະບານທີ່ໂດດດ່ຽວດັ່ງກ່າວ ມາເປັນເວລາຍາວນານ, ຕາມການກ່າວຂອງເຈົ້າຫນ້າທີ່ທາງທະຫານລະດັບສູງຂອງສະຫະລັດ ໃນວັນອາທິດວານນີ້.
ພົນອາກາດເອກ ຊີ. ຄິວ. ບຣາວ (C.Q. Brown) ປະທານເສນາທິການຮ່ວມ, ກ່າວຕໍ່ບັນດານັກຂ່າວໃນລະຫວ່າງການເດີນທາງໄປຕ່າງປະເທດວ່າ “ພວກເຮົາມີອີກປະເທດອື່ນ ທີ່ເຂົ້າມາແຊກແຊງແລ້ວ ໃນຕອນນີ້, ດັ່ງນັ້ນ ນັ້ນອາດຈະເຮັດໃຫ້ເກີດຄວາມຂັດແຍ້ງກັນຫຼາຍຂຶ້ນອີກໜ້ອຍນຶ່ງ ລະຫວ່າງ ຈີນ ແລະ ຣັດເຊຍ”.
“ສະນັ້ນ, ມັນເປັນເລື້ອງຫນ້າສົນໃຈທີ່ຈະໄດ້ເຫັນວ່າ ທັງສາມປະເທດເຫຼົ່ານີ້ ຈະມີວິທີການດໍາເນີນງານໃນບົດບາດດັ່ງກ່າວນີ້ແນວໃດ”.
ບັນດານັກວິເຄາະກ່າວວ່າ ຂໍ້ຕົກລົງທີ່ໄດ້ລົງນາມກັນໃນວັນພຸດທີ່ຜ່ານມາ ອາດຈະຫຼຸດຜ່ອນການຫາຜົນປະໂຫຍດຂອງ ປັກກິ່ງ ຕໍ່ສອງປະເທດເພື່ອນບ້ານຂອງຕົນ ແລະຄວາມບໍ່ໝັ້ນຄົງທີ່ເພີ້ມຂຶ້ນອັນໃດກໍຕາມ ອາດຈະສົ່ງຜົນລົບຕໍ່ຄວາມທະເຍີທະຍານທາງດ້ານເສດຖະກິດ ແລະຍຸດທະສາດລະດັບໂລກຂອງ ຈີນ.
ໃນວັນພະຫັດແລ້ວນີ້, ທ່ານ ປູຕິນ ກ່າວວ່າ ຣັດເຊຍ ອາດຈະສະໜອງອາວຸດຕ່າງໆໃຫ້ ເກົາຫຼີເໜືອ ໃນອັນທີ່ທ່ານໄດ້ສະເໜີວ່າ ອາດຈະເປັນການຕອບໂຕ້ແບບສະທ້ອນກັບຕໍ່ການປະກອບອາວຸດໃຫ້ແກ່ ຢູເຄຣນ ຂອງບັນດາປະເທດຝ່າຍຕາເວັນຕົກ.
ພົນອາກາດເອກ ບຣາວ ຍອມຮັບກ່ຽວກັບຄວາມເປັນຫ່ວງຂອງສະຫະລັດຕໍ່ຂໍ້ຕົກລົງດັ່ງກ່າວມານັ້ນ.
ແຕ່ທ່ານຍັງໄດ້ຜ່ອນຄາຍຂໍ້ສັງເກດເຫຼົ່ານັ້ນ ໂດຍການສັງເກດເຫັນຂໍ້ຈຳກັດທີ່ຈະແຈ້ງກ່ຽວກັບຂໍ້ຕົກລົງດັ່ງກ່າວ ແລະສະແດງຄວາມສົງໄສວ່າ ມົສກູ ຈະສະໜອງ “ທຸກສິ່ງທຸກຢ່າງ” ໃຫ້ແກ່ ເກົາຫຼີເໜືອ ຕາມທີ່ພວກເຂົາຕ້ອງການ.
ຟໍຣັມສະແດງຄວາມຄິດເຫັນ