ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍຮຽກຮ້ອງ ໃຫ້ເກົາຫຼີເໜືອ ຢຸດກັ່ນຢູເຣນຽມ


ແຜນທີ່ຣັດເຊຍ
ແຜນທີ່ຣັດເຊຍ

ຣັດເຊຍຮຽກຮ້ອງໃຫ້ເກົາຫຼີເໜືອຢຸດເຊົາໂຄງການກັ່ນທາດຢູເຣນຽມແລະອະນຸຍາດໃຫ້ຄະນະ
ສັງເກດການນິວເຄລຍຂອງອົງການສະຫະປະຊາຊາດ ກັບຄືນເຂົ້າໄປປະຕິບັດງານໃນເກົາຫຼີ
ເໜືອເພື່ອແຜ້ວທາງໄປສູ່ການເຈລະຈາປົດອາວຸດຂອງນາໆຊາດ.

ກະຊວງການຕ່າງປະເທດຣັດເຊຍກ່າວໃນຖະແຫຼງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນ
ພະຫັດວານນີ້ວ່າ ການຈັດຕັ້ງປະຕິບັດແບບໝັ້ນຄົງກ່ຽວກັບໂຄງການກັ່ນທາດຢູເຣນຽມຂອງ
ເກົາຫຼີເໜືອບໍ່ສາມາດມີຂຶ້ນໄດ້ມີແຕ່ຈະສ້າງຄວາມວິຕົກກັງວົນຢ່າງໜັກ. ຖະແຫຼງການສະບັບ ນີ້ຮຽກຮ້ອງໃຫ້ພຽງຢາງປະກາດກ່ຽວກັບການຢຸດເຊົາກິດຈະການນິວເຄລຍຕ່າງໆເປັນການ
ຊົ່ວຄາວຮວມທັງໂຄງການກັ່ນທາດຢູເຣນຽມນຳ.

ນອກນັ້ນ ມົສກູຍັງໄດ້ຮຽກຮ້ອງໃຫ້ປະເທດເພື່ອນບ້ານຄອມມິນິສເກົາຫຼີເໜືອ ເຊື້ອເຊີນຄະນະ
ກວດກາຂອງອົງການພະລັງງານປະລະມະນູສາກົນ ເຂົ້າໄປກວດເບິ່ງໂຄງການນິວເຄລຍຂອງ
ຕົນ ແລະພິສູດວ່າ ມັນເປັນໂຄງການທີ່ມີຈຸດປະສົງໃນທາງສັນຕິທໍ່ນັ້ນ.

ການຮຽກຮ້ອງດັ່ງກ່າວ ມີຂຶ້ນຫຼັງຈາກເກົາຫຼີເໜືອໄດ້ປະກາດໃນມື້ວັນພຸດຜ່ານມານີ້ ກ່ຽວກັບ
ຄວາມກ້າວໜ້າໃນການກັ່ນທາດຢູເຣນຽມສຳລັບເຕົາແຍກນິວເຄລຍທີ່ໃຊ້ນໍ້າທຳມະດາຂອງຕົນ
ທີ່ໂຮງໄຟຟ້ານິວເຄລຍ Yongbyon ນັ້ນ.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ໃນມື້ວັນພຸດຜ່ານມານີ້ ໄດ້ຮຽກຮ້ອງໃຫ້ເກົາຫຼີເໜືອ ເອົາບາດກ້າວທີ່ໜັກແໜ້ນເພື່ອປະຖິ້ມໂຄງການນິວເຄລຍຂອງ
ຕົນແລະຊຸກຍູ້ໃຫ້ມີສັນຕິພາບແລະສະຖຽນລະພາບ.

XS
SM
MD
LG