ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາເກົາຫລີເໜືອ ຈະພົບປະ ກັບຜູ້ນໍາຣັດເຊຍ


ປະທານາທິບໍດີ Dmitry Medvedev ແຫ່ງຣັດເຊຍ (ຊ້າຍ)
ແລະທ່ານ Kim Jongil ຜູ້ນໍາເກົາຫລີເໜືອ (ຂວາ).
ປະທານາທິບໍດີ Dmitry Medvedev ແຫ່ງຣັດເຊຍ (ຊ້າຍ) ແລະທ່ານ Kim Jongil ຜູ້ນໍາເກົາຫລີເໜືອ (ຂວາ).


















ທ່ານ​ Kim Jong Il ຜູ້​ນໍາ​ເກົາຫລີ​ເໜືອ​ເດີນທາງ​ໄປ​ຮອດ​ເມືອງ​ນຶ່ງ​ໃນ​ແຄມ​ທະ​ເລ​ສາບ​ໃນ​ແຄວ້ນ​ໄຊ​ເບ​ເຣຍ ບ່ອນ​ທີ່​ພວກ​ອົງການ​ຂ່າວ​ຂອງຣັດ​ເຊຍ​ກ່າວ​ວ່າ ທ່ານ​ໄດ້​ເລີ້ມ​ທໍາ​ການ​ທັດສະນາຈອນ​ເປັນ​ເວລາ​ນຶ່ງ​ມື້ ກ່ອນ​ໜ້າການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້​ກັບ​ປະທານາທິບໍດີ Dmitry Medvedev ນັ້ນ.

ອົງການ​ຂ່າວ Itar-Tass ຂອງຣັດ​ເຊຍ​ກ່າວ​ວ່າ ຂະ​ບວນລົດ​ແຫ່​ທ່ານ​ກິມຈາກ​ສະຖານີ​ລົດ​ໄຟ​ໃນ​ເມືອງ Ulan-Ude ​ໄປ​ຫາ​ບ້ານ​ແຫ່ງ​ນຶ່ງ​ທີ່ຕັ້ງຢູ່ແຄມທະ​ເລສາບ Baikal ທີ່ຢູ່ໃກ້ຄຽງ ບ່ອນ​ທີ່ພວກ​ນັກ​ທ່ອງ​ທ່ຽວຕາມທໍາ​ມະ​ດາ​ພາກັນ​ຂີ່​ເຮືອ​ແລະກິນ​ອາຫານ​ທະ​ເລ​ທີ່ແຊບນົວ​ພື້ນ​ບ້ານນັ້ນ.

ຄາດ​ວ່າ ການ​ພົບ​ປະກັນ​ຂອງ​ທ່ານ​ກິມກັບ​ທ່ານ Medvedev ໃນ​ວັນ​ພຸດ​ມື້​ອື່ນ​ນີ້​ຈະ​ທໍາ​ການ​ໂອ້​ລົມ​ກັນ​ເລື້ອງ​ໂຄງການ​ສ້າງ​ທໍ່​ລໍາລຽງ​ແກ​ສທໍາ​ມະ​ຊາດຜ່ານ​ເກົາຫລີ​ເໜືອ​ທີ່​ໄດ້​ສະ​ເໜີ​ໄປ​ນັ້ນ ຕະຫຼອດ​ທັງ​ເລື້ອງ​ໂຄງການ​ຜະລິດ​ອາວຸດ​ນິວ​ເຄລຍຂອງ​ເກົາຫລີ​ເໜືອ ແລະ​ການ​ຂໍຄວາມ​ຊ່ອຍ​ເຫລືອ​ໃນ​ດ້ານ​ເຂົ້າປາ​ອາຫານ​ຂອງ​ກຸງ​ພຽງ​ຢ້າງ​ເຊ່ນ​ກັນ.

ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ປະກາດ​ໃຫ້​ຊາບ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຄະນະຜູ້ຕາງໜ້າ​ນາຍ​ທະຫານ​ຂັ້ນ​ອາວຸ​ໂສ​ຈຸ​ນຶ່ງ​ກໍາລັງ​ທໍາ​ການ​ຢ້ຽມຢາມ​ກຸງ​ພຽງຢ້າງ ເພື່ອ​ທໍາ​ການ​ໂອ້ລົມ​ສົນທະນາ​ກັນ ​ກ່ຽວກັບ​ການ​ຂະຫຍາຍ​ຄວາມ​ຮ່ວມ​ມື​ທາງ​ດ້ານ​ທະຫານ​. ລາຍ​ງານ​ຂ່າວ​ເວົ້າ​ວ່າ ການ​ໂອ​ລົມ​ສົນທະນາ​ກັນ​ນີ້​ຈະ​ເພ່ງ​ເລັງ​ໃສ່​ການ​ຊ່ອຍ​ບັນ​ເທົາ​ທຸກ​ຈາກ​ໄພ​ທໍາ​ມະ​ຊາດ​ແລະ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ເຝິກຊ້ອມ​ເພື່ອ​ຊ່ອຍ​ກູ້​ເຮືອ​ເວລາ​ເກີດ​ໄພພິບັດ​ນັ້ນ.

XS
SM
MD
LG