ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສ​ະ​ຫະ​ລັດ ຈະ​ເພີ້ມ ການ​ຄົ້ນ​ຄວ້າ ດ້ານ​ອາ​ວຸດ ເພື່ອ​ຕອບ​ໂຕ້ ຕໍ່​ຣັດ​ເຊຍ


ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່າ​ນວ​ລາ​ດີ​ເມຍ ປູ​ຕິນ ພວມ​ກ່າວ ໃນ​ລະ​ຫວ່າງ ການ​ຖະ​ແຫຼງ​ຂ່າວ ປະ​ຈຳ​ປີ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ເມື່ອ​ວັນ​ທີ 20 ທັນ​ວາ 2018.
ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່າ​ນວ​ລາ​ດີ​ເມຍ ປູ​ຕິນ ພວມ​ກ່າວ ໃນ​ລະ​ຫວ່າງ ການ​ຖະ​ແຫຼງ​ຂ່າວ ປະ​ຈຳ​ປີ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ເມື່ອ​ວັນ​ທີ 20 ທັນ​ວາ 2018.

ສະ​ຫະ​ລັດ ​ຈະ​ເພີ້ມ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ອາ​ວຸດ​ທີ່​ໄວ​ກວ່າ​ສຽງ ທັງ​ໃນ​ການ​ບຸກ​ໂຈມ​ຕີ​ແລະ​ຮັບ​ມື ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ທົດ​ລອງ​ລູກ​ສອນ​ໄຟ​ເລື່ອນ​ໄວກວ່າ​ສຽງ​ທີ່ສາ​ມາດ​ບັນ​ທຸກ​ຫົວ​ລະ​ເບີດ​ນິວ​ເຄ​ລຍ​ຂອງ​ຣັດ​ເຊຍນັ້ນ.

ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ພັນ​ໂທ​ມິ​ແຊ​ລ ບອລ​ດານ​ຊາ ກ່າວ​ຕໍ່ວີ​ໂອ​ເອ​ວ່າ “ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ​ເປັນ​ຜູ້​ນຳ​ຂອງ​ໂລກໃນ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບລະ​ບົບ​ໄວ​ກວ່າ​ສຽງ ມາ​ໄດ້​ຫຼາຍ​ທົດ​ສະ​ວັດ​ແລ້ວ ພວກ​ເຮົາ​ບໍ່​ໄດ້​ເລືອກ​ ທີ່​ຈະ​ໃຊ້​ສິ່ງ​ເຫຼົ່າ​ນີ້ ໃຫ້​ເປັນ​ອາ​ວຸດ. ພວກ​ທີ່​ໄດ້​ຕັດ​ສິນ​ໃຈ ໃຊ້​ລະ​ບົບ​ໄວ​ກວ່າ​ສຽງ​ເປັນ​ອາວຸດນັ້ນ ແມ່ນ​ກຳ​ລັງ​ສ້າງ​ການ​ຕໍ່​ສູ້​ສົງ​ຄາມ ທີ່​ບໍ່​ສົມ​ດູນ ຊຶ່ງ​ພວກ​ເຮົາ​ຕ້ອງ​ໄດ້​ແກ້ໄຂ.”

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດິ​ເມຍ ປູ​ຕິນ ​ທີ່​ໄປ​ເບິ່ງ​ການ​ທົດ​ລອງ​ໃນ​ມື້​ວັນພຸດ​ຜ່ານ​ມາ ກ່າວ​ເຖິງ​ອາ​ວຸດນີ້ວ່າ ບໍ່​ມີ​ທາງ​ທີ່​ຈະ​ສະ​ກັດ​ກັ້ນ​ໄດ້ແລະ​ຈະ​ຄ້ຳ​ປະ​ກັນຄວາມ​ໝັ້ນ​ຄົງ​ຂອງ​ຣັດ​ເຊຍ ໃນ​ຫຼາຍໆ​ທົດ​ສະ​ວັດ​ຕໍ່​ໜ້າ.

ທ່ານ​ເອີ້ນ​ຜົນ​ສຳ​ເລັດ​ຂອງ​ການ​ທົດ​ລອງ​ດັ່ງ​ກ່າວ​ວ່າ "ເປັນ​ຂອງ​ຂວັນປີ​ໃໝ່ທີ່​ດີ​ເລີດຂອງ​ຊາດ.''

ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງກອງ​ປະ​ຊຸມ ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 18 ທັນ​ວາ 2018.
ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງກອງ​ປະ​ຊຸມ ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 18 ທັນ​ວາ 2018.

ອາ​ວຸດ​ທີ່​ຖືກຂະ​ໜານ​ນາມ​ວ່າ ອາ​ແວນ​ກາດ (Avangard) ໄດ້​ແຍກ​ໂຕ​ຂອງມັນ​ ອອກ​ຈາກຈະ​ຫລວດ ພາຍ​ຫລັງ​ທີ່ຖືກ​ຍິງ​ຂຶ້ນ ແລະ​ເລື່ອນ​ກັບ​ຄືນ​ລົງມາ​ສູ່​ໜ້າ​ດິນ ໃນ​ລະ​ດັບ​ຄວາມ​ໄວ​ກວ່າ​ສຽງ.

"​ອາ​ວຸດ​ເລື່ອນ ອາ​ແວນ​ກາດ (Avangard) ບໍ່​ສາ​ມາດ​ທີ່​ຈະ​ສະ​ກັດ​ກັ້ນ​ໄດ້ ໂດຍ​ເຄື່ອງ​ປ້ອງ​ກັນ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດໃດໆທີ່​ມີ​ຢູ່​ໃນ​ເວ​ລານີ້ ແລະ​ອາດ​ຈະ​ມີ​ໃນ​ອະ​ນາ​ຄົດ ຂອງ​ຝ່າຍ​ທີ່​ອາດຈະ​ເປັນ​ປໍ​ລະ​ປັກ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ປູ​ຕິນ ພາຍ​ຫລັງ​ທີ່​ການ​ທົດ​ລອງ​ສໍ​າ​ເລັດ​ລົງ.

ທ່ານ​ກ່າ​ວ​ວ່າ ອາ​ວຸດ​ດັ່ງ​ກ່າວ ຈະ​ກາຍ​ມາ​ເປັນ​ສ່ວນ​ນຶ່ງ​ຂອງ​ກຳ​ລັງ​ລູກ​ສອນ​ໄພຂີ​ປະ​ນາ​ວຸດຍຸດ​ທະ​ສາດຂອງ​ຣັດ​ເຊຍ ໃນ​ປີ​ໜ້ານີ້.

ທຳ​ນຽບ​ຫ້າ​ແຈ ແມ່ນ​ຮູ້​ເລື້ອງ​ດີ​ກ່ຽວ​ກັບ​ຄວາມ​ກ້າວ​ໜ້າ​ຂອງ​ອາ​ວຸດ​ຣັດ​ເຊຍ​ມາ​ໄດ້ຊົ່ວ​ໄລ​ຍະ​ນຶ່ງ​ແລ້ວ. ໃນ​ເດືອນ​ມີ​ນາ​ຜ່ານ​ມາ ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ​ໄດ້​ຄຸຍ​ໂມ້​ກ່ຽວກັບ​ການ​ມີ​ອາ​ວຸດ​ຍຸດ​ທະ​ສາດ​ນິວ​ເຄ​ລຍ​ຮຸ້ນ​ໃໝ່ທີ່​ສາ​ມາດ​ໂຈມ​ຕີ​ເປົ້າ​ໝາຍ​ໃນ​ໂລກບ່ອນ​ໃດ​ກໍ​ໄດ້. ໃນ​ເວ​ລານັ້ນໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ຊາ​ຣາ ແຊນ​ເດີຮັກ​ກາ​ບີ ກ່າວ​ວ່າ ທ່ານ​ປູ​ຕິນ ມີ​ພຽງ​ແຕ່ “ຢືນ​ຢັນ​ວ່າ ລັດ​ຖະ​ບານ​ສະ​ຫະ​ລັດ​ໄດ້ຮູ້​ເລື້ອງນີ້​ມາ​ໂດຍ​ຕະ​ຫຼອດ.”

ພັນ​ໂທບອ​ລ​ດານ​ຊາ ກ່າວ​ວ່າ ເວ​ລານີ້ ສະ​ຫະ​ລັດ​ຈະ​ເພີ້ມ​ການ​ເພັ່ງ​ເລັງ​ໃສ່​ອາ​ວຸດ​ທີ່​ໄວ​ກວ່າ​ສຽງ. “ພວກ​ເຮົາ​ກຳ​ລັງ​ດຳ​ເນີນ​ທາງ​ເລືອກ​ກ່ຽວ​ກັບ​ອາ​ວຸດ​ຕ່າງໆ​ທີ່ຈະ​ສາ​ມາດ​ຍິງ​ຈາກ​ພາກ​ພື້ນ​ດິນ ທະ​ເລ ແລະ​ອາ​ກາດ ທີ່​ມີ​ຄຸນ​ຄ່າ​ໃນ​ຄວາມ​ສ່ຽງສູງ ທີ່​ມີ​ການ​ປ້ອງ​ກັນ​ຢ່າງ​ໜາ​ແໜ້ນແລະ​ໃນ​ເວ​ລາ​ເປົ້າ​ໝາຍ​ມີ​ຄວາມ​ຫຼໍ່​ແຫຼມ​ສຳຄັນ ໃນ​ໄລ​ຍະ​ທາງຖືກ​ຕ້ອງ ເພື່ອ​ໃຫ້​ພວກ​ເຮົາ​ຈະສາ​ມາດ​ຄ້ຳ​ປະ​ກັນ ໃນ​ຄວາມ​ອາດສາ​ມາດ​ຂອງ​ພວກ​ເຮົາ​ທີ່​ຈະ​ຄອບ​ງຳ​ສະ​ໜາມ​ລົບ ພາຍ​ໃນ​ປີ 2028.”

ການ​ທົດ​ລອງ​ດັ່ງ​ກ່າວ​ມີ​ຂຶ້ນ​ໃນ​ເວ​ລາ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງມົ​ສ​ກູ ແລະ​ວໍ​ຊິງ​ຕັນ ກ່ຽວ​ກັບ​ເລື້ອງ​ກ່າວ​ຫາ​ວ່າ ຣັດ​ເຊຍ​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປະ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ໃນ​ປີ 2016 ບັນ​ຫາ​ຂັດ​ແຍ້ງ​ໃນ​ຢູ​ເຄ​ຣນ ແລະ​ສົງ​ຄາມ​ໃນ​ຊີ​ເຣຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG