ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

2 ຄົນຖືກຈັບ ໃນການ​ສືບ​ສວນ ກ່ຽວ​ກັບ ການສັງຫານ ທ່ານ Nemtsov


ຮູບທ່ານ Boris Nemtsov ຜູ້ນຳຝ່າຍຄ້ານຣັດເຊຍ ແລະດອກໄມ້ ຢູ່ບ່ອນທີ່ທ່ານຖືກຍິງຕາຍ ເມື່ອວັນທີ 27 ກຸມພາຜ່ານມາ.
ຮູບທ່ານ Boris Nemtsov ຜູ້ນຳຝ່າຍຄ້ານຣັດເຊຍ ແລະດອກໄມ້ ຢູ່ບ່ອນທີ່ທ່ານຖືກຍິງຕາຍ ເມື່ອວັນທີ 27 ກຸມພາຜ່ານມາ.

ທ່ານ Alexander Bortnikov ຫົວໜ້າຮັກສາຄວາມປອດໄພ
ຂອງລັດຖະບານກາງຣັດເຊຍ ກ່າວຕໍ່ໂທລະພາບຂອງລັດວ່າ ຣັດເຊຍໄດ້ຈັບກຸມຜູ້ຕ້ອງສົງໄສ 2 ຄົນ ໃນການຄາດຕະກຳຜູ້
ນຳຝ່າຍຄ້ານ ທ່ານ Boris Nemtsov.

ທ່ານ Bortnikov ກ່າວໃນວັນເສົາມື້ນີ້ວ່າ ຜູ້ຊາຍທັງ 2 ຄື ທ້າວ
Anzor Gubashev ແລະທ້າວ Zaur Dadayev ແມ່ນມາຈາກ
ເຂດ Caucasus ເໜືອ ແຕ່ບໍ່ໄດ້ໃຫ້ລາຍລະອຽດຫຍັງ ຫລາຍ
ໄປກວ່ານັ້ນ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ຜູ້ຕ້ອງສົງໄສທັງ 2 ເປັນຜູ້ຍິງສັງຫານ ທ່ານ Nemtsov ດ້ວຍຕົວເອງ ເມື່ອນຶ່ງອາທິດກ່ອນນັ້ນຫລືບໍ່. ທ່ານ Bortnikov ກ່າວວ່າ ມີການແຈ້ງໃຫ້ ປະທານາທິບໍດີ Vladimir Putin ຊາບແລ້ວ ກ່ຽວກັບການຈັບກຸມດັ່ງກ່າວ.

ມີມືປືນຢ່າງໜ້ອຍຄົນນຶ່ງ ໄດ້ຍິງທ່ານ Nemtsov 4 ນັດຊ້ອນ ໃນຕອນແລງຂອງຄືນວັນ
ສຸກທີ 27 ກຸມພາ ຂະນະທີ່ທ່ານ ແລະເພື່ອນຍິງຄົນນຶ່ງ ພວມພາກັນຍ່າງຂ້າມຂົວ ໃນນະ ຄອນຫຼວງມົສກູບໍ່ພຽງເທົ່າໃດກ້າວຫ່າງຈາກວັງເຄຣັມລິນ. ແມ່ຍິງຄົນນັ້ນ ບໍ່ໄດ້ຮັບບາດ ເຈັບແຕ່ປະການໃດ.

ທ່ານ Nemtsov ຈະເປັນຜູ້ນຳພາ ໃນການໂຮມຊຸມນຸມປະທ້ວງ ຕໍ່ຕ້ານສົງຄາມ ແລະຕໍ່ ຕ້ານທ່ານ Putin ທີ່ນະຄອນມົສກູໃນວັນທ້າຍສັບປະດາຂອງອາທິດນັ້ນ. ແຕ່ການໂຮມ ຊຸມນຸມໄດ້ກາຍມາເປັນ ພິທີໄວ້ອາໄລ ໃຫ້ແກ່ທ່ານ Nemtsov ທີ່ປະທານາທິບໍດີບາຣັກ ໂອບາມາເອີ້ນວ່າ “ເປັນຜູ້ສະໜັບສະໜຸນຢ່າງບໍ່ຮູ້ອິດເມື່ອຍ” ຕໍ່ສິດທິຂອງປະຊາຊົນຊາວ ຣັດເຊຍ.

ບໍ່ເທົ່າໃດອາທິດກ່ອນທີ່ທ່ານຖືກຍິງນັ້ນທ່ານ Nemtsov ໄດ້ກ່າວຕໍ່ອົງການຂ່າວອິນເຕີ
ແນັດ Sobesednik ຂອງຣັດເຊຍວ່າທ່ານຄິດວ່າທ່ານ Putin ຕ້ອງການຢາກເຫັນທ່ານ
ຕາຍ ແລະທ່ານກໍບໍ່ໄດ້ມີຄວາມລັງເລໃຈໃດໆໃນການສະແດງຄວາມບໍ່ພໍໃຈຕໍ່ຜູ້ນຳຂອງ
ຣັດເຊຍ.

RUSSIA NEMTSOV VO
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG