ນັກເຄື່ອນໄຫວຕ້ານການສໍ້ລາດບັງຫລວງໄດ້ປະກາດວ່າ ທ່ານຈະສະໝັກເປັນປະທານາ ທິບໍດີຣັດເຊຍໃນປີ 2018 ຫລັງຈາກການຫັກຫ້າມທ່ານ ບໍ່ໃຫ້ສະໝັກເອົາຕໍ່າແໜ່ງການເມືອງໄດ້ຖືກລົບລ້າງໃນເດືອນແລ້ວນີ້.
ທ່ານ Alexai Navalny ອາຍຸ 40 ປີ ເປັນຜູ້ນຳຝ່າຍຄ້ານພັກກ້າວໜ້າ ແລະໄດ້ເປັນນຶ່ງທີ່ເປັນຜູ້ອອກປາກອອກສຽງຕິຕຽນ ປະທານາທິບໍດີຄົນປັດຈຸບັນ ທ່ານ Vladimir Putin ຜູ້ທີ່ທ່ານໄດ້ກ່າວຫາຊຸກເຊື່ອງ ແລະສໍ້ລາດບັງຫຼວງ.
ທ່ານ Navalny ໄດ້ປະກາດໃນວັນອັງຄານວານນີ້ ຜ່ານທາງວີດີໂອ ຕິດຕັ້ງຢູ່ໜ້າແວັບໄຊໂຄສະນາຫາສຽງຂອງທ່ານ.
((https://www.youtube.com/watch?v=wkN8sSrUbdY))
ທ່ານ Navalny ກ່າວຢູ່ໃນວີດີໂດວ່າ “ມັນເຖິງເວລາສຳລັບພວກເຮົາແລ້ວທີ່ຈະເລືອກ ເອົາ ບໍ່ແມ່ນແຕ່ພຽງຄົນດຽວຢູ່ໃນການເລືອກຕັ້ງ. ມັນເຖິງເວລາທີ່ຈະເລືອກເອົາລະຫວ່າງການບໍ່ເໜັງຕີງ ກັບໂຄງການພັດທະນາ.”
ທ່ານ Navalny ໄດ້ຊ່ວຍນຳພາການປະທ້ວງຄັ້ງໃຫຍ່ໃນເດືອນທັນວາ 2011ຫລັງຈາກການເລືອກຕັ້ງສະພາທີ່ຖືກກ່າວຫາວ່າມີການຕົວະຕົ້ມ ແລະການປະທ້ວງອຶ່ນໆໃນນະ ຄອນມົນກູໃນເດືອນມີນາ 2012 ຫລັງຈາກທ່ານ Putin ໄດ້ຖືກເລືອກເປັນປະທານາທິບໍດີຄືນໃໝ່. ທ່່ານໄດ້ນຳພາມູນນິທິຕ້ານສໍ້ລາດບັງຫລວງ ທີ່ໄດ້ເຜີຍແຜ່ຢູ່ໃນເອກກະສານ ເປີດເຜີຍຊີວິດທີ່ຫລູຫລາມ່ວນຊື່ນໂດຍບັນດາເຈົ້າໜ້າທີ່ລັດຖະບານ.
ໃນປີ 2013 ທ່ານ Navalny ໄດ້ຮັບການຝາກໂທດຫ້າປີ ໃນຖານກ່າວຫາ ຕົວະຕົ້ມທີ່ກ່າວວ່າເປັນດ້ານການເມືອງ. ບັນດາການກ່າວຫາຕົວະຕົ້ມໃນຂັ້ນຕົ້ນໄດ້ເຮັດໃຫ້ທ່ານ Navalny ບໍ່ໃຫ້ສະໜັກຢູ່ໃນຫ້ອງການການເມືອງ ແຕ່ໃນເດືອນແລ້ວນີ້ ສານສູງສຸດຣັດເຊຍໄດ້ສັ່ງໃຫ້ດຳເນີນຂະດີທ່ານ Navalny ຄືນໃໝ່ ຫລັງຈາກໄດ້ຕັດສິນວ່າ ການດຳເນີນຂະດີຄັ້ງແລກບໍ່ມີຄວາມທ່ຽງທຳ.