ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຣັດເຊຍ ແຕ່ງຕັ້ງຜູ້ບັນຊາການທະຫານຄົນໃໝ່ ຢູ່ໃນຢູເຄຣນ


ແຟ້ມຮູບ-ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ (ຊ້າຍ), ຮັບເອົາຮູບພາບທີ່ຖ່າຍຢູ່ໃນ ຊີເຣຍ ຈາກນາຍພົນ ອາເລັກຊານເດີ້ ດະວໍນີກອບວ໌ ໃນລະຫວ່າງພິທີມອບລາງວັນ ທີ່ວັງເຄຣມລິນ, ໃນນະຄອນຫຼວງມົສກູ, ຣັດເຊຍ, ວັນທີ 17 ມີນາ 2016.
ແຟ້ມຮູບ-ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ (ຊ້າຍ), ຮັບເອົາຮູບພາບທີ່ຖ່າຍຢູ່ໃນ ຊີເຣຍ ຈາກນາຍພົນ ອາເລັກຊານເດີ້ ດະວໍນີກອບວ໌ ໃນລະຫວ່າງພິທີມອບລາງວັນ ທີ່ວັງເຄຣມລິນ, ໃນນະຄອນຫຼວງມົສກູ, ຣັດເຊຍ, ວັນທີ 17 ມີນາ 2016.

ດ້ວຍແຜນການເພື່ອ​ໃຫ້​ບັນ​ລຸ ການ​ເຂົ້າຢຶດຄອງປະເທດຢູເຄຣນ ຢ່າງໄວວານັ້ນ, ຣັດເຊຍໄດ້ແຕ່ງຕັ້ງ ຜູ້ບັນຊາທະຫານຄົນໃໝ່ ເພື່ອໃຫ້​ສືບ​ຕໍ່ ​ທຳການໂຈມຕີ​ໃນ​ພາກຕາເວັນອອກຂອງຢູເຄຣນ, ຊຶ່ງເຈົ້າໜ້າທີ່ຂັ້ນສູງທາງທະຫານຂອງສະຫະ ລັດກ່າວວ່າ ມີປະຫວັດຂອງຄວາມໂຫດຮ້າຍທາລຸນ ຕໍ່ພົນລະເຮືອນໃນ ຊີເຣຍ ແລະຂົງເຂດອື່ນໆ.

ໃນມື້ວັນອາທິດວານນີ້, ເຈົ້າໜ້າທີ່ຂອງສະຫະລັດໄດ້ລະບຸຜູ້ບັນຊາການທະຫານ ຄົນໃໝ່ຂອງຣັດເຊຍ ຢູ່ໃນຢູເຄຣນ ແມ່ນນາຍພົນອາເລັກຊານເດີ້ ດະວໍນີກອບ (Alexander Dvornikov), ອາຍຸ 60 ປີ, ເຊິ່ງເປັນນຶ່ງໃນເຈົ້າໜ້າທີ່ ທີ່ມີປະ ສົບການຫຼາຍທີ່ສຸດ ຂອງຣັດເຊຍ.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ນາຍພົນດະວໍນີກອບ ເຄີຍຖືກສົ່ງໄປປະຈໍາການຢູ່ປະເທດຊີເຣຍເມື່ອປີ 2015 ເພື່ອສະໜັບສະໜຸນກອງກໍາລັງທີ່ປະ​ສົບ​ກັບ​ຄວາມ ລົ້ມແຫຼວ ຂອງປະທານາທິບໍດີຊີເຣຍ ທ່ານບາຊາ ອາລ-ອາຊາດ (Bashar al-Assad) ແລະຊີ້ນໍາກອງກໍາລັງຂອງ ຣັດເຊຍ ຢູ່ທີ່ນັ້ນເປັນເວລານຶ່ງປີ. ລາວໄດ້ຖືກຮ້ອງວ່າ ເປັນວີລະບູລຸດຂອງສະຫະພັນຣັດເຊຍ ສໍາລັບບົດບາດຢູ່ໃນ ຊີເຣຍ ແລະປັດຈຸບັນເປັນຜູ້ບັນຊາການກອງທັບ ຢູ່ທາງຂົງເຂດພາກໃຕ້ຂອງ ຣັດເຊຍ.

ແຕ່ວ່າ ພາຍໃຕ້ການບັນຊາການຂອງລາວຢູ່ໃນຊີເຣຍນັ້ນ, ກອງກໍາລັງທະຫານ ຂອງມົສກູ ໄດ້ຖືກກ່າວຫາວ່າຖິ້ມລະເບີດໃສ່ບໍລິເວນທີ່ຢູ່ອາໄສຂອງພົນລະເຮືອນ ແລະໂຮງໝໍຕ່າງໆ ເພື່ອພະຍາຍາມທີ່ຈະຢຸດກຸ່ມກະບົດ ບໍ່​ໃຫ້​ສາ​ມາດຂັບໄລ່ປະທານາທິບໍດີ ອາລ-ອາຊາດ ຂອງ ຊີເຣຍ.

ທ່ານ ຣາມີ ອັບດູລຣາມານ (Rami Abdulrahman), ຫົວໜ້າ ຂອງກຸ່ມສັງ ເກດການເພື່ອສິດທິມະນຸດແຫ່ງ ຊີເຣຍ, ເຊິ່ງເປັນກຸ່ມ​ຕິດ​ຕາມສົງຄາມ ທີ່ມີສໍານັກງານໃຫຍ່ຢູ່ໃນປະເທດອັງກິດ ໄດ້ອ້າງຈາກໜັງສືພິມນິວຢອກໄທມ໌ວ່າ “ບາຊາ ອາລ-ອາຊາດ ບໍ່ແມ່ນຄົນດຽວທີ່ຈະຕ້ອງຮັບຜິດຊອບຕໍ່ການສັງຫານພົນລະເຮືອນຢູ່ໃນ ຊີເຣຍ, ​ນາຍພົນຂອງ ຣັດເຊຍ ຜູ້ນັ້ນກໍຕ້ອງຮັບຜິດຊອບເຊັ່ນດຽວກັນ. ໃນຖານະທີ່ເປັນຜູ້ບັນຊາການໃນການປະຕິບັດໜ້າທີ່ຂອງທະຫານ, ນັ້ນກໍໝາຍຄວາມວ່າ ລາວເປັນຜູ້ຢູ່ເບື້ອງຫຼັງໃນການສັງຫານພົນລະເຮືອນ ໂດຍການອອກຄໍາສັ່ງ.”

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດປະຈໍາທໍານຽບຂາວ ທ່ານເຈັກ ຊູລລິວານ (Jake Sullivan) ກ່າວຕໍ່ລາຍການອອກອາກາດ “State of the Union” ຂອງໂທລະພາບ CNN ວ່າ “ພວກເຮົາສາມາດຄາດຫວັງສິ່ງທີ່ຄືເກົ່າຫຼາຍກວ່າ” ໃນປະເທດຢູເຄຣນ ຈາກພາຍພົນ ດະວໍນີກອບ.

ແຕ່ ທ່ານຊູລລິວານກ່າວວ່າ “ບໍ່ມີນາຍພົນທີ່ຖືກແຕ່ງຕັ້ງຄົນໃດ ຈະສາມາດລຶບລ້າງຄວາມຈິງທີ່ວ່າ ຣັດເຊຍ ແມ່ນໄດ້ປະ​ສົບກັບຄວາມລົ້ມແຫຼວ ຢູ່ໃນ ຢູເຄຣນ” ໃນຄວາມສາມາດທີ່ຈະໂຈມຕີ ແລະໂຄ່ນລົ້ມລັດຖະບານຂອງປະທາ
ນາທິບໍດີໂວໂລດີເມຍ ເຊເລັນສກີ ລຸນຫຼັງການຮຸກຮານເມື່ອວັນທີ 24 ກຸມພາ ທີ່ຜ່ານມາ.

“ນາຍພົນຜູ້ນີ້ ກໍຈະຄືກັນກັບຄົນອື່ນໆທີ່ກໍ່ອາຊະຍາກໍາ ແລະຄວາມໂຫດຮ້າຍທາລຸນຕໍ່ພົນລະເຮືອນຊາວຢູເຄຣນ,” ທ່ານຊູລລິວານກ່າວ. “ດັ່ງທີ່ຂ້າພະເຈົ້າໄດ້ກ່າວໄປກ່ອນແລ້ວວ່າ ສະຫະລັດ ມີຄວາມມຸ້ງໝັ້ນທີ່ຈະເຮັດທຸກຢ່າງທີ່ພວກເຮົາຈະສາມາດເຮັດໄດ້ ເພື່ອສະໜັບສະໜຸນປະເທດຢູເຄຣນ ເໝືອນດັ່ງທີ່ພວກເຂົາ ເຈົ້າຕໍ່ຕ້ານນາຍພົນຜູ້ນັ້ນ, ແລະຕໍ່ຕ້ານຕໍ່ກອງກໍາລັງທະຫານທີ່ລາວເປັນຜູ້ບັນຊາການ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG