ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຣັດເຊຍ ຍັງສືບຕໍ່ ພາກັນເດີນຂະບວນ ຕໍ່ຕ້ານ ທ່ານ Putin (ເບິ່ງສະໄລດ໌ກັບວີດີໂອ)


ພວກປະທ້ວງພາກັນເດີນຂະບວນຄັດຄ້ານການສະໝັກເຂົ້າເປັນປະທານາທິບໍດີຂອງທ່ານ Putin ໃນວັນທີ່ 4 ເດືອນກຸມພາ ປີ 2012 ທີ່ກຸງມົສກູ ຊຶ່ງພວກເຂົາເຈົ້າພາກັນຖືປ້າຍຄຳຂວັນ ແລະຮ້ອງເພງ
ພວກປະທ້ວງພາກັນເດີນຂະບວນຄັດຄ້ານການສະໝັກເຂົ້າເປັນປະທານາທິບໍດີຂອງທ່ານ Putin ໃນວັນທີ່ 4 ເດືອນກຸມພາ ປີ 2012 ທີ່ກຸງມົສກູ ຊຶ່ງພວກເຂົາເຈົ້າພາກັນຖືປ້າຍຄຳຂວັນ ແລະຮ້ອງເພງ

ນາ​ຍຍົກ​ລັດຖະມົນ​ຕີຣັດ​ເຊຍ ທ່ານ Viadimir Putin ຜູ້​ກໍາລັງ​ຊອກ​ຫາ​ສຽງຢາກຈະ​ເປັນ
ປະທານາທິບໍດີອີກ​ຄັ້ງ​ທີສາມ ຊຶ່ງ​ເປັນຄັ້ງປະຫວັດສາດ​ນັ້ນໄດ້​ຮັບ​ຮູ້​ວ່າ ປະຊາຊົນ​ຣັດ​ເຊຍ
ຕ້ອງການ​ຢາກມີ​ປາກ​ສຽງ​ຢູ່​ໃນ​ວົງ​ການ​ລັດ​ຖະ​ບານຫຼາຍຂຶ້ນ ​ແລະຄວາມ​ຈຳ​ເປັນ​ໃນ​ການ
ຟື້ນ​ຟູ​ລະບອບ​ການ​ເມືອງ​ຂອງປະ​ເທດຄືນ​ໃໝ່.

ຢູ່​ໃນ​ບົດ​ຂຽນ ທີ່​ເຜີຍ​ແຜ່​ໃນ​ວັນ​ຈັນ​ວານ​ນີ້ ຂອງ​ໜັງ​ສື​ພີ​ມລາຍ​ວັນ Kommersant ນັ້ນ
ທ່ານ Putin ​ໄດ້​ຍອມຮັບ​ວ່າ ລັດຖະບານ​ໄດ້​ລ້າ​ຊ້າ​ຕໍ່​ການ​ຮຽກຮ້ອງ​ຈາກ​ປະຊາຊົນ​ໃນ​
ການໃຫ້​ມີ​ປາກ​ສຽງ​ເພີ້​ມຂື້ນ​ໃນ​ວົງ ການ​ລັດຖະບານ​ນັ້ນ.

ທ່ານ​ກ່າວ​ຕື່ມ​ອີກ​ວ່າ ສັງ​ຄົມ​ພົນລະ​ເຮື​ອນຣັດ​ເຊຍໄດ້​ພາກັນ​ເຕີບ​ໂຕ ​ເອົາ​ການ​ເອົາ​ງານ
ແລະ​ມີ​ຄວາມ​ຮັບຜິດຊອບຫຼາຍຂຶ້ນ ​ແລະ​ລັດຖະບານ​ຄວນຕິດຕາມ​ໃຫ້​ທ່ວງທັນ​ກັບ​ຄວາ​ມ
ຕ້ອງການຂອງ​ສາທາລະນະ ​ແຕ່​ທ່ານ​ກໍ​ໄດ້​ເຕືອນແລະ​ຢືນ​ຢັດ​ວ່າ ​ປະ​ເທ​ດຕ້ອງການ​ໃຫ້​ມີ​
ສູນ​ກາງຂອງ​ລັດ​ຖະບານສະຫະພັນ​ທີ່ເຂັ້ມ​ແຂງ.

ຂ່າວສານ​ຂອງ​ວັນ​ຈັນ ​ໄດ້​ມີ​ຂຶ້ນຫຼັງຈາກ​ການ​ເດີນ​ປະ​ທ້ວງ​ຄັ້ງ​ໃຫ່ຍໃນວັນ​ເສົາຜ່ານ​ມາຊຶ່ງ​
ມີ​ປະຊາຊົນ​ຫລາຍສິບພັນ​ຄົນ​ພາກັນ​ຖື​ປ້າຍ​ປະ​ທ້ວງ​ທີ່​ກ່າວວ່າ “ຣັດ​ເຊຍ​ທີ່​ປາສະຈາກ​ທ່ານ
Putin”. ສ່ວນ​ບາງ​ກຸ່ມພາກັນ​ສະໜັບສະໜຸນ​ລັດຖະບານ. ການ​ຢັ່ງ​ສຽງ​ສະ​ແດງໃຫ້ເຫັນ​
ວ່າ ທ່ານ Putin ມີ​ທ່າ​ທາງ​ວ່າ​ຈະໄດ້​ໄຊ​ຊະນະ​ການ​ເລືອກ​ຕັ້ງເປັນ​ປະທາ​ທິບໍດີ ໃນ​ວັນ​ທີ່ 4
ເດືອນ​ມີນາທີ່​ຈະ​ມາ​ເຖິງ​ນີ້.

ຊາວ​ຣັດ​ເຊຍ​ພາກັນໂຮ​ມຊຸມນຸມ​ປະ​ທ້ວງການ​ເລືອກຕັ້ງ​ສະພາ​ຄັ້ງ​ໃຫ່ຍ ມາ​ແຕ່​ເດືອນ​ທັນວາ
ແລ້ວ ​ໂດຍເຂົາເຈົ້າກ່າວ​ຫາ​ວ່າ ​ມີ​ການ​ສໍ້​ໂກງ​ຄະແນນ​ສຽງ ເພື່ອ​ຊ່ອຍ​ພັກສາ​ມັກ​ຄີຣັດ​ເຊຍ​
ຂອງທ່ານ Putin. ນອກ​ນັ້ນເຂົາ​ເຈົ້າ​ຍັງ​ກ່າວຫາ​ປະທານາທິບໍດີ Dmitry Medvedev
ແລະທ່ານ Putin ວ່າ​ປຸ້ນ​ຈີ້ການ​ລົງຄະ​ແນນ​ສຽງໃນການ​ເລືອກ​ຕັ້ງ​ປະທານາທິບໍດີໃນ​ເດືອນ
ມີນາ ຫລັງ​ຈາກ​ທ່ານ Medvedev ຕົກລົງ​ວ່າ​ຈະ​ບໍ່​ສະມັກ​ເລືອກ​ຕັ້ງ​ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້
ແກ່​ທ່ານ Putin ​ໄດ້​ກັບ​ຄືນ​ມາ​ເປັນ​ປະທານ​ທິບໍດີ​ອີກ​ຄັ້ງ​ນຶ່ງ.

ນັບ​ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ ທ່ານ Putin ​ແລະ ປະທານາທິບໍດີ Medvedev ​ໄດ້ໃຫ້​ຄໍາ​ໝັ້ນ​
ສັນຍາ​ວ່າ ຈະ​ອະນຸ​ຍາດ​ໃຫ້​ມີຫລາຍ​ພັກ​ການ​ເມືອງເພີ່ມ​ຂຶ້ນ​ແລະຈະ​ຟື້ນຟູການ​ເລືອກ​ຕັ້ງ​ໂດຍ​
ກົງບັນດາ​ເຈົ້າ ​ແຂວງ​ປົກ​ຄອງ​ເຂດ​ຕ່າງໆ.

XS
SM
MD
LG