ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ທຳ​ການ​ເຄື່ອນ​ໄຫວ ເພື່ອ​ນຳ​ສະ​ເໜີ​ການ​ເກນ​ທະ​ຫານ​ທາງ ອີ​ເລັກ​ໂທ​ຣ​ນິກ


ປ້າຍ​ອສະ​ແດງ​ໃຫ້​ເຫັນ​ທະ​ຫານ ຣັດ​ເຊຍ ໄດ້​ຮັບ​ລາງວັນ​ກຽດ​ຕິ​ຍົດ​ສຳ​ລັບ​ການ​ປະ​ຕິ​ບັດ​ການ​ໃນ ຢູ​ເຄ​ຣນ, ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 15 ພະ​ຈິກ, 2022.
ປ້າຍ​ອສະ​ແດງ​ໃຫ້​ເຫັນ​ທະ​ຫານ ຣັດ​ເຊຍ ໄດ້​ຮັບ​ລາງວັນ​ກຽດ​ຕິ​ຍົດ​ສຳ​ລັບ​ການ​ປະ​ຕິ​ບັດ​ການ​ໃນ ຢູ​ເຄ​ຣນ, ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 15 ພະ​ຈິກ, 2022.

ພວກ​ສະ​ມາ​ຊິກ​ສະ​ພາ ຣັດ​ເຊຍ ໄດ້​ທຳ​ການ​ເຄື່ອນ​ໄຫວ​ເມື່ອ​ວັນ​ອັງ​ຄານ​ວານນີ້​ເພື່ອ​ສ້າງ​ລະ​ບົບ​ການ​ເກ​ນ​ທະ​ຫານ​ທາງອີ​ເລັກ​ໂທ​ຣ​ນິກ ເພື່​ອພະ​ຍາ​ຍາມ​ທີ່​ຈະ​ຂັດ​ຂວາງ​ພວກ​ຜູ້​ຊາຍ​ຈາກ​ການຫຼົບ​ໜີ​ອອກ​ຈາກ​ປະ​ເທດ, ຄື​ທີ່ຫຼາຍ​ຄົນ​ໄດ້​ເຮັດ​ໃຫ້​ປີ​ປີ່​ຜ່ານ​ມາ ເວ​ລາ​ເຂົາ​ເຈົ້າ​ຖືກ​ຮຽກ​ຕົວ​ໄປ​ຕໍ່​ສູ້​ ໃນ​ສົງ​ຄາມ​ຂອງ ຣັດ​ເຊຍ ໃນ​ປະ​ເທດ ຢູ​ເຄ​ຣນ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ ແມ່ນ​ສ່ວນ​ນຶ່ງ​ຂອງ​ກາ​ນ​ຜັກ​ດັນ​ໂດຍ ມົ​ສ​ກູ ເພື່ອ​ເສີມ​ຂະ​ຫຍາຍກອງ​ກຳ​ລັງ​ທະ​ຫານ​ຂອງ​ພວກ​ເຂົາ​ໃນ ຢູ​ເຄ​ຣນ ໃນ​ລະ​ຫວ່າງ​ປີ​ທີ​ສອງ​ຂອງ​ການ​ເຮັດ​ສົງ​ຄາມ​ຂອງ​ພວກ​ເຂົາ​ຕໍ່​ປະ​ເທດ​ທີ່​ຢູ່​ໃກ້​ຄຽງ, ແນວ​ໃດ​ກໍ່​ຕາມ​ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ກ່າວ​ວ່າ ພວກ​ເຂົາ​ບໍ່​ມີ​ແຜນ​ທີ່​ຈະ​ບັງ​ຄັບ​ໃຫ້​ຜູ້​ຊາຍເພື່ອ​ຕໍ່​ສູ້​ໃນ​ ຢູ​ເຄ​ຣນ ​ເພີ່ມ​ເຕີມ​ຜ່ານ​ການ​ຮຽກ​ຕົວ​ຄັ້ງ​ໃໝ່.

ຣັດ​ເຊຍ ໄດ້​ເກນ​ຜູ້​ຊາຍ 300,000 ຄົນ​ປີ​ກາຍນີ້​ເພື່ອ​ຕໍ່​ສູ້​ໃນ​ສົງ​ຄາມ​ກັບ​ກອງ​ກຳ​ລັງ​ຂອງ ກີ​ຢິບ. ແຕ່ຫຼັງ​ຈາກ​ໄດ້​ຮູ້​ຈັກ​ກ່ຽວ​ກັບ​ການ​ເກນ​ທີ່​ວ່າ​ນັ້ນ, ຫຼາຍ​ສິບ​ພັນ​ຄົນ​ໄດ້​ມີ​ປະ​ຕິ​ກິ​ລິ​ຍາ​ຕໍ່​ແຈ້ງ​ການ​ໄລ​ຍະ​ສັ້ນ​ເພືຶ່ອຫຼົບ​ໜີ​ຈາກ​ບ້ານ​ເກີດ​ຂອງ​ເຂົາ​ເຈົ້າ ກ່ອນ​ທີ່​ອຳ​ນາດ​ການ​ປົກ​ຄອງ ຣັດ​ເຊຍ ໄດ້​ປ້ອງ​ກັນ​ການ​ເດີນ​ທາງ​ອອກ ແລະ ການ​ປະ​ທ້ວງ​ຢູ່​ຖະ​ໜົນ​ໃນ​ຫຼາຍ​ເມືອງ.

ໂຄ​ສົກ​ວັງ​ເຄ​ຣັມ​ລິນ ທ່ານ ດິ​ມິ​ທ​ຣີ ເປັ​ສກອ​ຟ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ລາຍ​ງານ, ເຊິ່ງ​ທ່ານ​ຍັງ​ໄດ້​ເວົ້າ​ເຖິງ “ບັນ​ຫາ” ທີ່​ໄດ້​ປະ​ສົບ​ເມື່ອ​ປີ​ກາຍນີ້​ກັບ​ຂະ​ບວນ​ການ​ລະ​ດົມ​ພົນ​ວ່າ “ພວກ​ເຮົາ​ຕ້ອງ​ເຮັດ​ໃຫ້​ລະ​ບົບ​ເກນ​ທະ​ຫານ​ມີ​ຄວາມ​ສົມ​ບູນ ແລະ ທັນ​ສະ​ໄໝ.”

ຈົນ​ຮອດ​ປັດ​ຈຸ​ບັນ​ນີ້, ແຈ້ງ​ການ​ເກນ​ທະ​ຫານ​ແມ່ນ​ຖືກ​ສົ່ງ​ໃຫ້​ດ້ວຍ​ຕົນ​ເອງ. ແຕ່​ພວກ​ຜູ້​ເກນ​ທັງຫຼາຍ​ບາງ​ຄັ້ງ​ໄດ້​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ທີ່​ຈະ​ນຳ​ສົ່ງ​ເອ​ກະ​ສານ​ດັ່ງ​ກ່າວ ຫຼື ແມ່ນ​ກະ​ທັງ​ຮູ້​ວ່າ​ພວກ​ເຂົາ​ມີ​ທີ່​ຢູ່​ທີ່​ຖືກ​ຕ້ອງຫຼືບໍ່​ສຳ​ລັບ​ຜູ້​ຖືກ​ເກນ​ນັ້ນ. ຜູ້​ທີ່ອາດ​ຖືກ​ເກນ​ບາງ​ຄົນ ​ແມ່ນ​ສາ​ມາດ​ທີ່​ຈະຫຼີກ​ລ່ຽງ​ຄຳ​ສັ່ງ​ການ​ເກນ​ທະ​ຫານ​ນັ້ນ ໂດຍ​ປະ​ຕິ​ເສດ​ທີ່​ຈະ​ຈັບ​ເອົາ​ແຈ້ງ​ການ​ດັ່ງ​ກ່າວ.

ພາຍ​ໃຕ້​ລະ​ບົບ​ໃໝ່, ການ​ຮຽກ​ຕົວ​ແມ່ນ​ຈະ​ຖືກ​ສົ່ງ​ໃຫ້​ບັນ​ຊີ​ສ່ວນ​ຕົວ​ຂອງ​ຜູ້​ອາດ​ຖືກ​ເກນ​ທາງ​ອີ​ເລັກ​ໂທ​ຣ​ນິກ ໃນ​ເວັບ​ໄຊ້ຫຼັກ​ຂອງ​ລັດ​ຖະ​ບານ. ແຈ້ງ​ການ​ເກນ​ທະ​ຫານ​ດັ່ງ​ກ່າວ​ຈະ​ຖືກ​ພິ​ຈາ​ລະ​ນາ​ໄວ​ເທົ່າ​ທີ່​ມັນ​ຖືກ​ສົ່ງ​ອອກ, ເຊິ່ງ​ເປັນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສິ້ນ​ສຸດ​ໂອ​ກາດ​ສຳ​ລັບ​ຜູ້​ຊາຍ​ທີ່​ຈະຫຼົບ​ໜີ.

ພາຍ​ໃຕ້​ຮ່າງ​ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ດັ່ງ​ກ່າວ, ເວ​ລາ​ໄດ້​ຮັບ​ການ​ຮຽກ​ຕົວ​ທາງ​ອີ​ເລັກ​ໂທ​ຣ​ນິກ​ແລ້ວ, ຜູ້​ທີ່​ຖືກ​ເກນທີ່ບໍ່​ສາ​ມາດແດງ​ຕົວ​ຢູ່​ຫ້ອງ​ການ​ເກນ​ທະ​ຫານ​ຂອງກອງ​ທັບ ຈະ​ຖືກ​ຫ້າມບໍ່​ໄດ້​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ​ຢ່າງ​ອັດ​ຕະ​ໂນ​ມັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG