ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາ​ວາ​ລ​ນີ ຜູ້​ນຳ​ຝ່າຍ​ຄ້ານ​ຂອງ​ຣັດ​ເຊຍ ຖືກ​ສົ່ງ​ໄປ​ຢູ່ ຄ້າຍ​ນັກ​ໂທດ 'ໝາກ​ຈອກ​ຂົ້ວ​ໂລກ' ໃນ​ເຂດ​ທະ​ເລ​ອາກ​ຕິກ


ແຟ້ມ - ຮູບ​ທ່ານ​ອາ​ເລັກ​ເຊ ນາ​ວາ​ລ​ນີ ນັກ​ຕ້ອງ​ຕິ​ວັງ​ເຄ​ຣັມ​ລິນ ຂະ​ນະ​ທີ່​ທ່ານ​ໄປ​ຟັງ​ການ​ຂໍ​ອຸ​ທອນ ຕໍ່​ການທີ່​ສານ​ຕັດ​ສິນ​ຂັງ​ຄຸກ​ທ່ານ19 ປີ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ເມື່ອ​ວັນ​ທີ 26 ກັນ​ຍາ 2023.
ແຟ້ມ - ຮູບ​ທ່ານ​ອາ​ເລັກ​ເຊ ນາ​ວາ​ລ​ນີ ນັກ​ຕ້ອງ​ຕິ​ວັງ​ເຄ​ຣັມ​ລິນ ຂະ​ນະ​ທີ່​ທ່ານ​ໄປ​ຟັງ​ການ​ຂໍ​ອຸ​ທອນ ຕໍ່​ການທີ່​ສານ​ຕັດ​ສິນ​ຂັງ​ຄຸກ​ທ່ານ19 ປີ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ເມື່ອ​ວັນ​ທີ 26 ກັນ​ຍາ 2023.

ທ່ານ​ອາ​ເລັກ​ເຊ ນາ​ວາ​ລ​ນີ ນັກ​ການ​ເມືອງ​ຝ່າຍ​ຄ້ານ ​ທີ່​ພວມ​ຖືກ​ຂັງ​ຄຸກ​ຂອງ​ຣັດ​ເຊຍ ໄດ້​ຖືກ​ຍ້າຍ​ໄປ​ຍັງ​ນິ​ຄົມ​ນັກ​ໂທດ​ອາກ​ຕິກ ໂຄ​ສົກ​ຍິງຂອງ​ທ່ານ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້ ຫຼັງ​ຈາກ​ພວກ​ສະ​ໜັບ​ສະ​ໜຸນ​ໄດ້​ຂາດ​ການ​ຕິດ​ຕໍ່​ກັບ​ທ່ານ ມາ​ເປັນ​ເວ​ລາ​ໄດ້ 2 ອາ​ທິດ​ແລ້ວ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ທ່ານ​ນາ​ວາ​ລ​ນີ ອາ​ຍຸ 47 ປີ ໄດ້​ຖືກ​ຍ້າຍ​ໄປ​ຂັງ​ທີ່​ນິ​ຄົມ​ນັກ​ໂທດ IK-3 ​ໃນ​ເມືອງ​ຄາບ (Kharp) ໃນ​ເຂດ​ຢາ​ມາ​ລ ເນ​ແນັດ​ສ໌ (Yamal-Nenets) ປະ​ມານ 1,900 ກິ​ໂລ​ແມັດ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ​ຂອງ​ມົ​ສ​ກູ ​ໂຄ​ສົກ​ຂອງ​ທ່ານ ນາງ​ຄີ​ຣາ ຢາ​ມິ​ສ ໄດ້​ກ່າວ. ທະ​ນາຍ​ຄວາມ​ຂອງ​ທ່ານ​ນາ​ວາ​ລ​ນີ​ໄດ້​ຈັດ​ແຈງ​ເພື່ອ​ພົບ​ປະ​ກັບ​ທ່ານ ໃນ​ວັນ​ຈັນ​ວານນີ້ ອີງ​ຕາມ​ໂຄ​ຄຳ​ເວົ້າ​ຂອງ​ໂຄ​ສົກ​ທ່ານ.

“ຄຸກ​ແຫ່ງນີ້​ ແມ່ນ​ຂີ້​ຮ້າຍ​ຫຼາຍ ກວ່າ​ຄຸກ​ທີ່​ທ່ານ​ເຄີຍ​ໄດ້​ຕິດ​ມາ​ເມື່ອ​ກ່ອນ” ນາງ​ຢາ​ມິ​ສກ່າວ​ຕໍ່ໂທ​ລະ​ພາບ​ອົງ​ກາ​ນ​ຂ່າວ​ຣອຍ​ເຕີ້ ທີ່​ນະ​ຄອນ​ວິ​ລ​ນຽ​ສ​ໂດຍ​ຜ່ານ​ໂທ​ລະ​ສັບ​ວີ​ດີ​ໂອ. “ພວກ​ເຂົາ​ພະ​ຍາ​ຍາມ​ເຮັດ​ໃຫ້​ຊີ​ວິດ​ຂອງ​ທ່ານ ​ບໍ່​ສາ​ມາດ​ທົນ​ໄດ້​ຫຼາຍ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້.”

“ພວກ​ເຂົາ ແນ່ນອນ ແມ່ນ​ພະ​ຍາ​ຍາມ​ຈະ​ໂດດ​ດ່ຽວ​ທ່ານ​ອາ​ເລັກ​ເຊ ແລະ​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຂຶ້ນ ​ທີ່​ຈະ​ຕິດ​ຕໍ່​ຫາ​ທ່ານ​ໄດ້. ນາງ​ຢາ​ມິ​ສ ໄດ້​ກ່າວ​ ແຕ່​ບໍ່​ຍອມບອກ​ບ່ອນ​ຢູ່​ໃຫ້​ຮູ້ ຍ້ອນ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ໝັ້ນ​ຄົງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG