ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ຍິງລູກສອນໄຟໂຈມຕີ ໃສ່ຄ້າຍຝຶກທະຫານຂອງຢູເຄຣນ ໃກ້ກັບຊາຍແດນໂປແລນ


ຄວັນ​ທີ່​ກຸ້ມ​ຂຶ້ນຈາກຕູ້ຄອນເທັນເນີ້ ລຸນຫຼັງການໂຈມຕີ ໃສ່ເຂດວາຊີລກີບ (Vasylkiv), ທີ່ຢູ່ທາງທິດຕາເວັນຕົກສຽງໃຕ້ ຂອງນະຄອນຫຼວງ ກີຢິບ, ຢູເຄຣນ, ວັນທີ 12 ມີນາ 2022.
ຄວັນ​ທີ່​ກຸ້ມ​ຂຶ້ນຈາກຕູ້ຄອນເທັນເນີ້ ລຸນຫຼັງການໂຈມຕີ ໃສ່ເຂດວາຊີລກີບ (Vasylkiv), ທີ່ຢູ່ທາງທິດຕາເວັນຕົກສຽງໃຕ້ ຂອງນະຄອນຫຼວງ ກີຢິບ, ຢູເຄຣນ, ວັນທີ 12 ມີນາ 2022.

ອີງຕາມລາຍງານຂອງເຈົ້າໜ້າ​ທີ່ຂອງຢູເຄຣນ ກ່າວວ່າ ຄ້າຍຝຶກທະຫານທີ່ໃຫຍ່ທີ່ສຸດແຫ່ງນຶ່ງຂອງຢູເຄຣນ ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກຂອງປະເທດຫ່າງຈາກ ຊາຍແດນຂອງໂປແລນ 25 ກິໂລແມັດນັ້ນ ໄດ້ຖືກໂຈມຕີໂດຍລູກສອນໄຟຂອງ ຣັດເຊຍ ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 35 ຄົນແລະບາດເຈັບອີກ 134 ຄົນ.

ຄ້າຍທະຫານຢູ່ທີ່ເມືອງ ຢາໂວຣິບ ຢູ່ຫ່າງຈາກເມືອງ ລິວິບ ພຽງແຕ່ 60 ກິໂລ ແມັດເທົ່ານັ້ນ, ເຊິ່ງເປັນຈຸດສູນກາງສໍາຄັນ ໃນການຍົກຍ້າຍປະຊາຊົນຊາວ ຢູເຄຣນ ໄປປະເທດໂປແລນ, ຄ້າຍທະຫານດັ່ງກ່າວນີ້ ຍັງເຄີຍຖືກໃຊ້ໂດຍ​ຄູຝຶກຂອງອົງ​ການ NATO, ແຕ່ເຈົ້າໜ້າທີ່ຂອງຢູເຄຣນ ກ່າວວ່າ ພວກເຂົາເຈົ້າຍັງບໍ່
ແນ່​ໃຈວ່າ ​ມີ​ພວກ​ຄູ​ຝຶກ ຍັງຢູ່ໃນສະຖານທີ່ ທີ່ໄດ້ຮັບການໂຈມຕີນັ້ນ ແລະມີໃຜໄດ້ຮັບບາດເຈັບຫຼືບໍ່.

ການໂຈມຕີໃສ່ສູນກາງເພື່ອສັນຕິພາບ ແລະຄວາມໝັ້ນຄົງລະຫວ່າງປະເທດນັ້ນ ເປັນການໂຈມຕີທາງທິດຕາເວັນຕົກສຸດຂອງຣັດເຊຍ ແລະຍິ່ງເພີ້ມຄວາມກັງວົນວ່າ ເມືອງລິວິບ ອາດຈະກາຍມາເປັນສ່ວນນຶ່ງຂອງເຂດຂັດແຍ້ງໃນໄວໆນີ້. ຫຼາຍກວ່ານຶ່ງອາທິດມາແລ້ວ ທີ່ VOA ໄດ້ລາຍງານວ່າ ໜ່ວຍສືບລັບຂອງສະຫະ ລັດມີຄວາມຢ້ານກົວວ່າ ເບລາຣຸສ ເຊິ່ງເປັນພັນທະມິດຂອງ ຣັດເຊຍ ແລະເປັນບ່ອນ​ກະ​ກຽມທາງພາກພື້ນດິນໃນການຮຸກຮານປະເທດເພື່ອນບ້ານຂອງຣັດເຊຍ ອາດຈະສົ່ງກອງກໍາລັງທະຫານຂອງຕົນເອງເຂົ້າສູ່ສົງຄາມ ແລະອາດຈະເລີ້ມຕົ້ນໂຈມຕີທາງທິດຕາເວັນຕົກສຽງເໜືອ ແລະສູນກາງຂອງຢູເຄຣນ, ໂດຍຈະເປັນອັນຕະລາຍແກ່ເມືອງ ລິວິບ. ຈົນເຖິງຂະນະນີ້ ເບລາຣຸສ ບໍ່ໄດ້ເຂົ້າສູ່ຄວາມຂັດແຍ້ງດັ່ງກ່າວນັ້ນໂດຍກົງ, ສ່ວນການໂຈມຕີໃສ່ສູນກາງການຝຶກຊ້ອມນັ້ນ ແມ່ນການໂຈມຕີທາງອາກາດໂດຍ ຣັດເຊຍ. ແຕ່ສະຫະລັດ ແລະຢູໂຣບ ແມ່ນຍັງຄົງມີຄວາມກັງວົນກ່ຽວກັບ ເບລາຣຸສ ຢູ່.

ນອກຈາກນັ້ນ, ໜ່ວຍສືບລັບຍັງໄດ້ປະເມີນວ່າ ເມືອງລິວິບ ອາດຈະບໍ່ສາມາດພິຈາລະນາເປັນພື້ນທີ່ທີ່ປອດໄພໄດ້. ຂໍ້ຄວາມທີ່ຖືກສົ່ງໄປໃຫ້ອົງການ NGO ຕ່າງໆ ແລະບັນດາໂຄງການທີ່ໄດ້ຮັບທຶນໂດຍສະຫະລັດ ແລະໄດ້ຮັບການປະເມີນຈາກໜ່ວຍສືບລັບໄດ້ເຕືອນວ່າ “ຫົວເມືອງຕ່າງໆ ທາງທິດຕາເວັນຕົກ ບໍ່ແມ່ນສະຖານທີ່ທີ່ປອດໄພອີກຕໍ່ໄປ.” ພະນັກງານຂອງ NGO ຍັງຄົງຢູ່ໃນປະ ເທດ ຢູເຄຣນ ເພື່ອແນະນໍາໃຫ້ປະຊາຊົນໜີອອກຈາກເມືອງ ລິວິບ ແລະຊອກຫາບ່ອນລີ້ໄພຢູ່ໃນໝູ່ບ້ານຕ່າງໆຕາມຂົງເຂດຊາຍແດນ, ເຊິ່ງເບິ່ງຄືວ່າອາດຈະຖືກໂຈມຕີຈາກລູກສອນໄຟໜ້ອຍທີ່ສຸດ.

ຜູ້ປົກຄອງທ້ອງຖິ່ນຂອງຂົງເຂດເມືອງ ລິວິບ ກ່າວວ່າ ມີລູກສອນໄຟ 30 ລູກ ໄດ້ຍິງໂຈມຕີໃສ່ສູນຝຶກທະຫານ. ແຕ່ເຈົ້າໜ້າທີ່ຂອງລັດຖະບານກາງຄາດການວ່າ ມີລູກສອນໄຟ 8 ລູກຍິງໂຈມຕີ ໃສ່ຄ້າຍທະຫານນັ້ນ. “ຜູ້ຢຶດຄອງໄດ້ເລີ້ມການໂຈມຕີທາງອາກາດໃສ່ ສູນກາງເພື່ອສັນຕິພາບ ແລະຄວາມໝັ້ນຄົງ. ອີງຕາມຂໍ້ມູນເບື້ອງຕົ້ນແມ່ນຖືກຍິງໂດຍລູກສອນໄຟ 8 ລູກ,” ທ່ານແອນຕັນ ມິໂຣໂນວິດຈ໌ (Anton Mironovich), ໂຄສົກຂອງກອງທັບຢູເຄຣນ ກ່າວຕໍ່ອົງການຂ່າວ ອິນເຕີແຟັກສ (Interfax) ຂອງ ຢູເຄຣນ.

ນັກການທູດຂອງປະເທດຕາເວັນຕົກບາງຄົນເຫັນວ່າ ການກໍານົດເປົ້າໝາຍໃສ່ເມືອງຢາໂວຣິບ ແມ່ນຂໍ້ຄວາມທີ່ເນັ້ນຢໍ້າເຖິງການເຕືອນໃນມື້ວັນເສົາແລ້ວນີ້ໂດຍຮອງລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ລາວຣອຟ, ເຊິ່ງໄດ້ກ່າວວ່າ ການສົ່ງອາວຸດເຂົ້າໄປຢູ່ເຄຣນ ຂອງປະເທດຕາເວັນຕົກ ນະເວລານີ້ແມ່ນຖືກພິຈາລະນາໂດຍ ມົສກູ ວ່າ “ຄືເປົ້າໝາຍທາງທະຫານຢ່າງແທ້ຈິງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG