ສົບຂອງບັນດາຜູ້ເຄາະຮ້າຍ ຈາກເຮືອບິນຣັດເຊຍຕົກໃນອີ່ຈິບ
ຊຸດທຳອິດ ໄດ້ໄປເຖິງ ສະໜາມບິນ Pulkovo ຂອງນະຄອນ
St. Petersburg ໃນຕອນເຊົ້າວັນຈັນມື້ນີ້ ໂດຍນຳສົ່ງໄປ
ໂດຍ ເຮືອບິນລັດຖະບານຣັດເຊຍ.
ບັນດາເຈົ້າໜ້າທີ່ ຂອງ St. Petersburg ໄດ້ພິຈາລະນາ ໃຫ້ ຈັດກິດຈະກຳໄວ້ອາໄລຕ່າງໆ ສຳຫລັບດວງວິນຍານ ຂອງຜູ້ທີ່
ເສຍຊີວິດ ໃນເຫດການເຮືອບິນຕົກ ຈົນຮອດວັນອັງຄານ ຢູ່ໃນ
ເມືອງທີ່ໃຫຍ່ທີ່ສຸດ ອັນດັບສອງຂອງຣັດເຊຍ. ປະທານາທິບໍດີ
ຣັດເຊຍ ທ່ານ Vladimir Putin ໄດ້ປະກາດ ໃຫ້ວັນອາທິດ
ວານນີ້ ເປັນວັນໄວ້ອາໄລແຫ່ງຊາດ.
ຖ້ຽວບິນ ຂອງສາຍການບິນ Metrojet ໄດ້ຫາຍສາບສູນຈາກຈໍເຣດາ ໃນວັນເສົາ
ຜ່ານມາ ເທິງນ່ານຟ້າ ແຫຼມ Sinai ທີ່ມີຜູ້ໂດຍສານ ຈຳນວນ 224 ຄົນຢູ່ໃນເຮືອບິນ.
ບັນດາຜູ້ໂດຍສານ ຢູ່ໃນຖ້ຽວບິນສັນຍາເຊົ່າຂອງສາຍການບິນ Metrojet ເກືອບໝົດ
ທຸກຄົນ ແມ່ນເປັນນັກທ່ອງທ່ຽວ ຊາວຣັດເຊຍ ທີ່ກຳລັງກັບຄືນສູ່ ນະຄອນ St. Peftersburg
ຈາກສະຖານທີ່ພັກຜ່ອນ ເມືອງ Sharm el-Sheikh ຂອງອີຈິບ. ແລະມີຊາວຢູເຄຣນ
ອີກ 3 ຄົນ ທີ່ລວມຢູ່ໃນຈຳນວນຜູ້ທີ່ເສຍຊີວິດ.
ຖ້ຽວບິນມໍລະນະ ແມ່ນຄືວ່າ ໄດ້ “ແຕກກະຈາຍ” ໃນກາງອາກາດ ອີງຕາມຄຳເວົ້າ ໃນ
ວັນອາທິດວານນີ້ ຂອງບັນດາເຈົ້າໜ້າທີ່ການບິນ ຣັດເຊຍ.
ພະນັກງານກູ້ໄພສຸກເສີນ ໄດ້ເກັບກູ້ມາໄດ້ ທັງສອງຫີບດຳຂອງເຮືອບິນດັ່ງກ່າວ ຊຶ່ງໄດ້
ບັນທຶກຂໍ້ມູນການບິນ ແລະ ການສື່ສານຕ່າງໆ ລະຫວ່າງພວກນັກບິນ.
ຫຼັງຈາກທີ່ ຢ້ຽມຢາມ ສະຖານທີ່ເກີດເຫດ ສະມາຊິກທິມສືບສວນສອບສວນ ຣັດເຊຍ
ທ່ານ Viktor Sorochenko ໄດ້ກ່າວວ່າ ຊິ້ນສ່ວນຂອງເຮືອບິນລຸ້ນ Airbus A321 “ແມ່ນກະຈາຍໄປທົ່ວ ພື້ນທີ່ອັນກວ້າງຂວາງ” ອີງຕາມການລາຍງານ ຂອງອົງການ
ຂ່າວ RIA-Novosti ຂອງອີ່ຈິບ ໃນນະຄອນ ໄຄໂຣ.