ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຊາວຣັດເຊຍ ພາກັນໄວ້ອາໄລ ແກ່ດວງວິນຍານ ຂອງບັນດາ ຜູ້ເສຍຊີວິດ ໃນເຫດເຮືອບິນຕົກ

在夏威夷的美軍太平洋司令部,美國總統川普參加簡報會,也與美軍太平洋司令部司令哈里·哈里斯上將(左)會晤(2017年11月3日)。川普上任後不久就宣布推行強軍計劃,以維護美國的國家安全和利益。他在首次出訪亞太地區的第一站先訪問代表美國在亞太地區軍事實力的太平洋司令部,被認為具有重要的象徵意義。
在夏威夷的美軍太平洋司令部,美國總統川普參加簡報會,也與美軍太平洋司令部司令哈里·哈里斯上將(左)會晤(2017年11月3日)。川普上任後不久就宣布推行強軍計劃,以維護美國的國家安全和利益。他在首次出訪亞太地區的第一站先訪問代表美國在亞太地區軍事實力的太平洋司令部,被認為具有重要的象徵意義。

ຊາວຣັດເຊຍ ພາກັນໄວ້ອາໄລ ໃນວັນອາທິດມື້ນີ້ ແກ່ດວງວິນ
ຍານຂອງບັນດາຜູ້ໂດຍສານ 217 ຄົນ ແລະ ພະນັກງານປະ
ຈຳເຮືອບິນ 7 ຄົນ ທີ່ໄດ້ເສຍຊີວິດ ໃນເຫດການເຮືອບິນຕົກ
ເມື່ອວັນເສົາວານນີ້ ໃນແຫລມ Sinai ຂອງອີຈິບ.

ຜູ້ໂດຍສານເກືອບທັງໝົດ ແມ່ນເປັນນັກທ່ອງທ່ຽວຊາວຣັດເຊຍ
ທີ່ກຳລັງກັບຄືນສູ່ ນະຄອນ St. Petersburg ຈາກສະຖານທີ່
ພັກຜ່ອນ ຣີສອດ Sharm el-Sheikh ຂອງອີຈິບ. ຊາວຢູເຣຄນ
3 ຄົນກໍລວມຢູ່ໃນ ຈຳນວນຜູ້ທີ່ເສຍຊີວິດດັ່ງກ່າວ.

ພະນັກງານກູ້ໄພສຸກເສີນ ໄດ້ເກັບກູ້ເອົາສົບມາໄດ້ໃນຕອນນີ້ ຢ່າງໜ້ອຍ 129 ສົບ
ພ້ອມດ້ວຍຫີບດຳຂອງເຮືອບິນ 2 ໜ່ວຍ ຊຶ່ງໄດ້ບັນທຶກທຸກເຫດການ ຂອງການບິນ
ລວມທັງການສື່ສານຕ່າງໆ ລະຫວ່າງພວກນັກບິນ. ບັນດານັກຊ່ຽວຊານ ຫວັງວ່າ
ເຄື່ອງບັນທຶກຂໍ້ມູນທັງສອງ ຈະໃຫ້ສິ່ງທີ່ສຳຄັນ ແກ່ພວກເຂົາເຈົ້າ ເພື່ອຕອບບັນຫາ
ອັນເປັນສາເຫດ ທີ່ເຮັດໃຫ້ເຮືອບິນຕົກ.

ໃນພາບທີ່ເຜີຍແຜ່ ໂດຍຫ້ອງການສຳນັກງານນາຍົກ ຂອງທ່ານ Sherif Ismail (ຂວາ) ທີ່ພວມຢືນເບິ່ງຊາກຂອງເຮືອບິນໄອພົ່ນໂດຍສານ ທີ່ຕົກລົງ ໃນເຂດ Hassana ຂອງອີ່ຈິບ, ເມື່ອວັນສຸກທີ 31ຕຸລາ 2015.
ໃນພາບທີ່ເຜີຍແຜ່ ໂດຍຫ້ອງການສຳນັກງານນາຍົກ ຂອງທ່ານ Sherif Ismail (ຂວາ) ທີ່ພວມຢືນເບິ່ງຊາກຂອງເຮືອບິນໄອພົ່ນໂດຍສານ ທີ່ຕົກລົງ ໃນເຂດ Hassana ຂອງອີ່ຈິບ, ເມື່ອວັນສຸກທີ 31ຕຸລາ 2015.

​ກຸ່ມລັດອິສລາມສາຂາອິຈິບ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳຫລັບການຍິງເຮືອ
ບິນຕົກຄັ້ງນີ້. ແຕ່ບັນດານັກຊ່ຽວຊານກົມການບິນ ແລະ ທະຫານ ກ່າວວ່າ ອັນນັ້ນ
ແມ່ນວ່າເປັນໄປບໍ່ໄດ້. ພວກເຂົາເຈົ້າກ່າວວ່າ ເຮືອບິນໄດ້ບິນຢູ່ໃນລະດັບ 9,100
ແມັດຢູ່ ກ່ອນມັນຈະຕົກລົງມາ ແລະ ກ່າວອີກວ່າ ພວກກຸ່ມລັດອິສລາມ ບໍ່ມີຂີປະ
ນາວຸດ ທີ່ສາມາດຍິງໄປຮອດ ລະດັບຄວາມສູງດັ່ງກ່າວ.

ສອງສາຍການບິນໃຫຍ່ຂອງຢູໂຣບ ຄື Air France ແລະ Lufthansa ໄດ້ກ່າວວ່າ
ພວກເຂົາເຈົ້າ ຈະຍຸດຕິການບິນເທິງນ່ານຟ້າໃນບໍລິເວນນັ້ນ ເພື່ອເຫດຜົນດ້ານ
ຄວາມປອດໄພ.

ລົດຂົນສົ່ງຄົນເຈັບ ລຽນແຖວກັນ ໃນຂະນະທີ່ ພະນັກງານກູ້ໄພສຸກເສີນ ເຄື່ອນຍ້າຍສົບ ຂອງບັນດາຜູ້ເຄາະຮ້າຍ ຈາກຈຸດເຮືອບິນຂອງຣັດເຊຍຕົກ ຢູ່ໃນເຂດແຫຼມ Sinai ນັ້ນ ຢູ່ທີ່ ສະໜາມບິນ ຖານທັບອາກາດ Kabrit ຫ່າງຈາກເມືອງ Suez ທາງພາກເໜືອຂອງອີຈິບ ປະມານ 20 ມາຍ, ວັນທີ 31 ຕຸລາ 2015.

ເຮືອບິນລຸ້ນ Airbus A-321 ແມ່ນເປັນຖ້ຽວບິນສັນຍາເຊົ່າ ທີ່ບໍລິຫານໂດຍ ສາຍ
ການບິນນ້ອຍ ທີ່ເອີ້ນວ່າ Metrojet. ເຮືອບິນນັ້ນ ໄດ້ຫາຍສາບສູນຈາກຈໍເຣດາ 23
ນາທີ ຫຼັງຈາກໄດ້ບິນຂຶ້ນ ຈາກເມືອງ Sharm el-Sheikh ກ່ອນໜ້ານັ້ນ ເມື່ອຕອນ
ເຊົ້າວັນເສົາວານນີ້.

ຫົວໜ້າກົມການບິນ ພົນລະເຮືອນຂອງອີ່ຈິບ ທ່ານ Hossam Kamal ໄດ້ກ່າວວ່າ
ການກວດເບິ່ງດ້ານຄວາມປອດໄພ ກ່ອນໜ້າ ການບິນແມ່ນບໍ່ມີບັນຫາໃດໆເລີຍ
ແລະ ໄດ້ກ່າວຕໍ່ໄປວ່າ ນັກບິນບໍ່ໄດ້ຣຽກຮ້ອງຂໍຄວາມຊ່ວຍເຫຼືອ ໂດຍໃຊ້ຄຳວ່າ
SOS ຊຶ່ງເປັນການຂໍຣ້ອງ ກ່ອນເຮືອບິນນັ້ນ ຈະຫາຍສາບສູນໄປ.

Egypt Russia Plane
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG