ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຣັດເຊຍ ທົດລອງຍິງ ລູກສອນໄຟ Cruise


ແຜນທີ່ຣັດເຊຍ
ແຜນທີ່ຣັດເຊຍ
ຣັດເຊຍໄດ້ທົດລອງຍິງລູກສອນໄຟ Cruise 2 ລູກ ທີ່ສາມາດບັນ
ທຸກຫົວລະເບີດນິວເຄລຍທ່າມກາງຄວາມເຄັ່ງຕຶງລະຫວ່າງກຸງມົສ
ກູແລະວໍຊິງຕັນ ທີ່ພົວພັນກັບລະບົບປ້ອງກັນລູກສອນໄຟຂອງອົງ
ການເນໂຕ້ ທີ່ໄດ້ມີການສະເໜີໄປແລ້ວນັ້ນ.

ເຈົ້າໜ້າທີ່ກອງທັບຣັດເຊຍກ່າວວ່າ ເຮືອບິນຖິ້ມລະເບີດຍຸດທະ
ສາດໄລຍະໄກສອງລຳຂອງຣັດເຊຍ ໄດ້ຍິງລູກສອນໄຟດັ່ງກ່າວ
ແລະການທົດລອງທີ່ວ່ານີ້ ກໍໄດ້ປະສົບກັບຄວາມສຳເລັດ.

ຣັດເຊຍມັກຈະເພີ້ມການເຄື່ອນໄຫວໃນທຳນອງນີ້ເວລາທີ່ເກີດ ຄວາມເຄັ່ງຕຶງທາງດ້ານການທູດກັບສະຫະລັດ.

ຣັດເຊຍຖືວ່າ ລະບົບປ້ອງກັນລູກສອນໄຟເປັນໄພຂົ່ມຂູ່ຕໍ່ຄວາມ
ໝັ້ນຄົງຂອງຕົນແລະໄດ້ຂູ່ວ່າຈະຕິດຕັ້ງລູກສອນໄຟໃສ່ບໍລິເວນຊາຍແດນທີ່ຕິດກັບອົງການ ເນໂຕ້ ຖ້າຫາກແຜນການຂອງຝ່າຍພັນທະມິດຍັງດຳເນີນຕໍ່ໄປ.

ສະຫະລັດແລະອົງການເນໂຕ້ກ່າວວ່າ ລະບົບປ້ອງກັນລູກສອນໄຟນີ້ ບໍ່ໄດ້ແນເປົ້າໝາຍຫຼື ເປັນໄພຂົ່ມຂູ່ໃດໆຕໍ່ຣັດເຊຍເລີຍ.

ກ່ຽວຂ້ອງກັນ

XS
SM
MD
LG