ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ປະຕິເສດ ລາຍງານ ການສົ່ງກຳລັງ ທະຫານ ໄປປະຈຳການ ໃກ້ກັບລີເບຍ


ນາຍພົນ Khalifa Haftar ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ສະໂມສອນກິລາ ໃນເມືອງ Abyar ທີ່ເປັນເມືອງນ້ອຍແຫ່ງນຶ່ງ ຢູ່ກ້ຳຕາເວັນອອກຂອງ ນະຄອນ Benghazi.
ນາຍພົນ Khalifa Haftar ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ສະໂມສອນກິລາ ໃນເມືອງ Abyar ທີ່ເປັນເມືອງນ້ອຍແຫ່ງນຶ່ງ ຢູ່ກ້ຳຕາເວັນອອກຂອງ ນະຄອນ Benghazi.

ບັນດາເຈົ້າໜ້າທີ່ຂອງວັງ Klemlin ແລະ ບັນດາສະມາຊິກສະພາຣັດເຊຍ ໄດ້ປະຕິເສດ
ຕໍ່ລາຍງານຂ່າວທີ່ວ່າ ມົສກູ ໄດ້ສົ່ງກຳລັງໜ່ວຍພິເສດຈຸນຶ່ງ ແລະ ເຮືອບິນບໍ່ມີຄົນຂັບ
ໄປປະຈຳການຢູ່ຄ້າຍທະຫານແຫ່ງນຶ່ງໃນອີຈິບ ຢູ່ໃກ້ໆກັບຊາຍແດນຂອງລີເບຍ.

ການປະຕິເສດດັ່ງກ່າວ ມີຂຶ້ນໃນວັນອັງຄານວານນີ້ ຫຼັງຈາກທີ່ມີລາຍງານຫຼາຍສະບັບ
ວ່າ ທະຫານຣັດເຊຍ ​ໄດ້​ມີ​ການ​ເຄື່ອນ​ໄຫວ ຢູ່ໃກ້ກັບ ເມືອງ Sidi Baranni ທີ່ເປັນ
ເມືອງແຄມຝັ່ງທະເລ Mediterranean ຫ່າງຈາກເຂດຊາຍແດນ ລະຫວ່າງ ອີຈິບ ແລະ
ລີເບຍ 100 ກິໂລແມັດ.

ລາຍງານຂ່າວເຫຼົ່ານັ້ນ ອ້າງຄຳເວົ້າຂອງບັນດາເຈົ້າໜ້າທີ່ສະຫະລັດ ທີ່​ບໍ່ປະສົງອອກຊື່
ທີ່ກ່າວວ່າ ມີການພົວພັນຂອງຣັດເຊຍຫຼາຍຂຶ້ນ ຊຶ່ງອາດເປັນສ່ວນນຶ່ງຂອງການຊຸກຍູ້
ໂດຍມົສກູ ເພື່ອໃຫ້ສະໜັບສະໜູນຜູ້ບັນຊາການທະຫານລີເບຍ ທ່ານ Khalifa Haftar
ຜູ້ທີ່ໄດ້ປ່ຽນຝ່າຍນັ້ນ.

ທ່ານ Haftar ແລະອັນທີ່ເອີ້ນວ່າ ກອງທັບແຫ່ງຊາດລີເບຍຂອງທ່ານນັ້ນ ແມ່ນເຂົ້າຮ່ວມ
ກັບຝ່າຍລັດຖະບານ ໃນພາກຕາເວັນອອກຂອງລີເບຍ ທີ່ປະຕິເສດ ຈະສະໜັບສະໜູນ
ລັດຖະບານປອງດອງຊາດ ທີ່ໜູນຫຼັງໂດຍນານາຊາດ ເຊິ່ງດຳເນີນງານຈາກນະຄອນ
Tripoli.

ອົງການຂ່າວ Ria Novosti ຂອງຣັດເຊຍ ໄດ້ອ້າງຄຳເວົ້າຂອງລັດຖະມົນຕີການຕ່າງ
ປະເທດ ທ່ານ Sergei Lavrov ທີ່ກ່າວວ່າ ທ່ານໄດ້ເຫັນບົດລາຍງານຂ່າວ ທີ່ໄດ້ກ່າວ
ຫາວ່າ ມີການສົ່ງກຳລັງໄປປະຈຳການ ແຕ່ທ່ານໄດ້ກ່າວວ່າ “ຂ້າພະເຈົ້າບໍ່ໄດ້ຍິນເລື່ອງ
ເຫຼົ່ານີ້ ຈາກແຫລ່ງຂ່າວອື່ນໆໃດ.”

ໂຄສົກຂອງວັງ Kremlin ທ່ານ Dmitri Peskov ໄດ້ກ່າວວ່າ “ພວກເຮົາບໍ່ມີຂໍ້ມູນໃດໆ
ແບບນັ້ນ.”

ນອກຈາກນັ້ນແລ້ວ ສະມາຊິກສະພາ ທີ່​ຮັບຜິດຊອບດ້ານການຕ່າງປະເທດ ທ່ານ
Vladimir Dzhabarov ໄດ້ເອີ້ນລາຍງານ ກ່ຽວກັບ ການສົ່ງ​ກຳລັງ​ໄປປະຈຳການດັ່ງ
ກ່າວນັ້ນ ວ່າ “ເປັນຂ່າວປອມ ເຊິ່ງບໍ່ຄວນຫົວຊານຳ.” ຮອງຫົວໜ້າຄະນະກຳມະການ
ປ້ອງກັນປະ​ເທດ ຂອງ​ສະພາ Duma ທ່ານ Andrei Krosov ໄດ້ກ່າວວ່າ ລາຍງານ
​ເຫຼົ່ານັ້ນ “ແມ່ນເປັນການກະທຳທີ່ເຈາະຈົງຂອງການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ” ອັນເປັນ
ເປົ້າໝາຍເພື່ອສ້າງຄວາມເຄັ່ງຕຶງລະຫວ່າງປະເທດ.

ເຖິງແມ່ນວ່າ ຣັດເຊຍຈະປະຕິເສດບໍ່ຍອມຮັບຮູ້ກໍຕາມ ​ແຕ່ໜັງສືພິມ Guardian ຂອງ
ອັງກິດ ໃນວັນອັງຄານວານນີ້ ໄດ້ອ້າງຄຳເວົ້າຂອງແຫລ່ງຂ່າວດ້ານຄວາມປອດໄພ
ຂອງອີຈິບ ທີ່ ຢືນຢັນ​ເຖິງການມີໜ້າຂອງສະມາຊິກກຳລັງຮັກສາຄວາມປອດໄພ ຂອງ
ຣັດເຊຍ ຈຳນວນ 22 ຄົນ ຢູ່ໃນດິນແດນຂອງອີຈິບ. ແຫລ່ງຂ່າວເຫຼົ່ານັ້ນ ໄດ້ກ່າວວ່າ
ຣັດເຊຍ ຍັງໄດ້ນຳໃຊ້ຖານທັບອີກແຫ່ງນຶ່ງ ຂອງອີຈິບ ເມື່ອຕົ້ນເດືອນແລ້ວນີ້ ແຕ່ພວກ
ເຂົາເຈົ້າ ກໍໄດ້ປະຕິເສດທີ່ຈະເປີດເຜີຍຂໍ້ມູນຕື່ມອີກ.

ບໍ່ມີຄຳເຫັນທີ່ເປັນທາງການ ຂອງສະຫະລັດ ກ່ຽວກັນລາຍງານ ການສົ່ງກຳລັງໄປປະຈຳ
ການທີ່ກ່າວມານັ້ນຂອງ​ຣັດ​ເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG